Thursday, May 16, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ

ວັນທີ 8 ເມສາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນຮົງຢຽນ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 6-8 ເມສາ 2024.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ຫງວຽນຮົງຢຽນ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍໃນທຸກຂົງເຂດວຽກງານ ໂດຍສະເພາະ ໃນຂົງເຂດການຄ້າ, ການລົງທຶນ ຂອງສອງປະເທດ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດໃຫ້ນັບມື້ຫລາຍຂຶ້ນ. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງ ຕໍ່ແຜນການພົບປະເຮັດວຽກສອງຝ່າຍ ລະຫວ່າງ ສອງກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຫວຽດນາມ ໃນຄັ້ງນີ້ ໂດຍສະເພາະ ການລົງນາມການຄ້າສອງປະເທດ.

ໃນໂອກາດດຽວກັນ, ທ່ານ ຫງວຽນຮົງຢຽນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງຖືໂອກາດແຈ້ງຈຸດປະສົງຂອງການເດີນມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments