Tuesday, May 14, 2024
Homeຂ່າວຕ່າງປະເທດສປ ຈີນ-ໄທ ຈະຮ່ວມມືປະຕິບັດໜ້າທີ່ສຳຫລວດດວງຈັນ

ສປ ຈີນ-ໄທ ຈະຮ່ວມມືປະຕິບັດໜ້າທີ່ສຳຫລວດດວງຈັນ

ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ກົມການບິນ ອະວະກາດ ແຫ່ງຊາດຈີນ ແລະ ກະຊວງ ການສຶກສາ ຊັ້ນສູງ, ການຄົ້ນຄວ້າ ວິທະຍາສາດ ແລະ ນະວັດຕະກຳ ປະເທດໄທ ໄດ້ຮ່ວມກັນ ເຊັນບົດບັນທຶກ ຊ່ວຍຈຳ ວ່າດ້ວຍ ການຮ່ວມມື ດ້ານການສຳຫລວດ ແລະ ນຳໃຊ້ອະວະກາດ ໂດຍສັນຕິ ແລະ ບົດບັນທຶກ ຊ່ວຍຈຳ ວ່າດ້ວຍ ການຮ່ວມມື ກ່ຽວກັບສະຖານີ ຄົ້ນຄວ້າ ວິທະຍາສາດ ດວງຈັນສາກົນ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ. ສຳລັບ ສປ ຈີນ ແລະ ໄທ ຈະສ້າງຕັ້ງ ຄະນະກຳມະການ ປະສົມ ແລະ ໜ່ວຍງານປະສົມ, ໃນຂົງເຂດ ການສຳຫລວດ ອະວະກາດ, ການນຳໃຊ້ ອະວະກາດ, ການສ້າງສາ ຄວາມສາມາດ ໃນອະວະກາດ ແລະ ຂົງເຂດອື່ນໆ, ເພີ່ມທະວີ ການຮ່ວມມື ດ້ວຍຮູບການຕ່າງໆ ເຊັ່ນ: ການວາງແຜນ ແລະ ປະຕິບັດ ໂຄງການ ອະວະກາດຮ່ວມ, ໂຄງການແລກປ່ຽນ ດ້ານວິທະຍາສາດ, ແຜນການອົບຮົມ ບຸກຄະລາກອນ ແລະ ອື່ນໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments