Saturday, July 27, 2024
Homeຂ່າວໜ້າໜຶ່ງອຸຕຸ ແຈ້ງເຕືອນຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ຈະມີລົມພັດແຮງໄລຍະວັນທີ 8 ຫາ 11 ເມສາ...

ອຸຕຸ ແຈ້ງເຕືອນຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ຈະມີລົມພັດແຮງໄລຍະວັນທີ 8 ຫາ 11 ເມສາ 2024

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ມວນອາກາດຮ້ອນເອົ້າຍັງຈະປກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງ ໃຕ້ພັດປກຄຸມ. ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຢຸ່ທົ່ວໄປ ແລະ ອາກາດຈະຮ້ອນເອົ້າຫລາຍຢູ່ບາງທ້ອງຖິ່ນ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ຈະມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ດັັ່ງນັ້ນຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອໍານາດການປົກຄອງທຸກ ພາກສ່ວນທີ່ອາໄສຢູ່ແຂວງພາກເໜືອ ລົງຫາ ພາກກາງ, ນະຄອນຫຼວງວຽງຈັນ ແລະ ພາກໃຕ້ ຈົ່ງມີສະຕິກຽມລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງ, ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງທີ່ຈະເກີດ ຂຶ້ນໄດ້ໃນໄລຍະວັນທີ 8 ຫາ 11 ເມສາ 2024 ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments