Tuesday, May 14, 2024
Homeແຈ້ງການສໍາຄັນແຈ້ງເຕືອນ: ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ

ແຈ້ງເຕືອນ: ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ

ແຈ້ງເຕືອນ: ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ປະຈໍາເຊົ້າວັນທີ 09 ເມສາ 2024, ມວນອາກາດຮ້ອນເອົ້າຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ອາກາດຍັງຈະຮ້ອນເອົ້າຫລາຍຢູ່ບາງທ້ອງຖິ່ນ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ແຂວງພາກເໜືອ ລົງຫາ ພາກກາງ, ນະຄອນຫລວງວຽງຈັນ ແລະ ພາກໃຕ້ ຈົ່ງມີສະຕິກຽມລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ, ຟ້າເຫລື້ອມ, ຟ້າຜ່າ ແລະ ລົມພັດແຮງທີ່ຈະເກີດຂຶ້ນໄດ້ໃນໄລຍະວັນທີ 9 ຫາ 11 ເມສາ 2024 ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ສຳລັບ ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 26-39 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments