Saturday, July 27, 2024
Homeຂ່າວກິລາຫົງສາ ສໍາເລັດການແຂ່ງຂັນກິລາປະຈຳປີ 2024

ຫົງສາ ສໍາເລັດການແຂ່ງຂັນກິລາປະຈຳປີ 2024

ເມືອງຫົງສາ ແຂວງໄຊຍະບູລີ ໄດ້ສໍາເລັດການແຂ່ງຂັນກິລາປະຈຳປີ 2024 ລົງຢ່າງເປັນທາງການ ເມື່ອບໍ່ດົນມານີ້, ຢູ່ທີ່ເດີ່ນກິລາເມືອງ ໂດຍການເປັນປະທານຂອງທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ໂດຍການເຂົ້າຮ່ວມຂອງທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງ ຫົງສາ, ມີພາກສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.

ທ່ານ ບຸນທັນ ພູລີຈັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນກິລາປະຈຳປີ 2024 ແມ່ນໄດ້ເລີ່ມມາແຕ່ທ້າຍເດືອນມັງກອນ ຫາ ຕົ້ນເມສາຈິ່ງສຳເລັດ, ລວມມີ 3 ປະເພດກິລາຄື: ກິລາບານເຕະ, ກິລາບານສົ່ງ ແລະ ກິລາກະຕໍ້ຫວາຍ. ໄດ້ຈັດແບ່ງເປັນ 4 ລຸ້ນການແຂ່ງຂັນເຊັ່ນ: ລຸ້ນອານຸຊົນ, ເຍົາວະຊົນ, ຊາວໜຸ່ມທົ່ວໄປ ແລະ ອາວຸໂສ. ສ່ໍາລັບຜົນການແຂ່ງຂັນມີດັ່ງນີ້: ບານເຕະອາວຸໂສມີ 6 ທີມເຂົ້າຮ່ວມ ຜົນການແຂ່ງຂັນ ອັນດັບທີ 1 ໄດ້ແກ່ທີມກອງຊັບ MG, ອັນດັບທີ 2 ທີມບໍລິສັດ HPC, ອັນດັບທີ 3 ທີມ ກຸ່ມວັດທະນະທຳ-ສັງຄົມ+ປກຊ+ຕຸລາການ; ຊາວໜຸ່ມທົ່ວໄປມີ 13 ທີມເຂົ້າຮ່ວມ ອັນດັບທີ 1 ທີມກອງຊັບ MG, ອັນດັບທີ 2 ທີມກຸ່ມເສດຖະກິດ, ອັນດັບທີ 3 ທີມຮິຕາຊິ; ຊາວໜຸ່ມຍິງມີ 2 ທີມເຂົ້າຮ່ວມ ອັນດັບທີ 1 ທີມ ມສ ຫົງສາ, ອັນດັບທີ 2: ທີມ ມສ ບ້ານຫານ; ບານເຕະເຍົາວະຊົນມີ 4 ທີມເຂົ້າຮ່ວມ. ອັນດັບທີ 1 ທີມ ມສ ຫົງສາ, ອັນດັບທີ 2 ທີມ ມສ ບ້ານຫານ, ອັນດັບທີ 3: ທີມ ມຕ ບ້ານແທ່ນຄຳ; ບານເຕະອານຸຊົນ ມີ 8 ທີມເຂົ້າຮ່ວມ ອັນດັບທີ 1 ທີມ ປຖ ຫົງສາ, ອັນດັບທີ 2 ທີມ ປຖ ວຽງແກ້ວ, ອັນດັບທີ 3 ທີມ ປຖ ບ້ານໃຫຍ່; ປະເພດກິລາບານສົ່ງຊາວໜຸ່ມຊາຍມີ 6 ທີມເຂົ້າຮ່ວມ ອັນດັບທີ 1 ທີມບ້ານຫານ FC, ອັນດັບທີ 2 ທີມທະຫານເມືອງ+ທະຫານຊາຍແດນ 153, ອັນດັບທີ 3 ທີມ ປກສ ເມືອງ; ບານສົ່ງຊາວໜຸ່ມຍິງມີ 6 ທີມເຂົ້າຮ່ວມ. ອັນດັບທີ 1 ທີມ ມິດຕະພາບບິງໜຸ່ມ, ອັນດັບທີ 2 ທີມ ມສ ຫົງສາ ເອ, ອັນດັບທີ 3 ທີມ ມສ ຫົງສາ ບີ; ປະເພດກະຕໍ້ຫວາຍຊາວໜຸ່ມຊາຍມີ 4 ທີມເຂົ້າຮ່ວມ. ອັນດັບທີ 1 ໄດ້ແກ່ທີມ ຫ້ອງການພາຍໃນ, ອັນດັບທີ 2 ທີມ ປກສ ເມືອງ, ອັນດັບທີ 3 ທີມ ມສ ຫົງສາ.

ຈຸດປະສົງຂອງການແຂ່ງຂັນຄັ້ງນີ້, ກໍເພື່ອເປັນການປູກຈິດສຳນຶກໃຫ້ສັງຄົມ ກໍ່ຄືນັກກິລາຮູ້ເຖິງຄວາມໝາຍ, ຄວາມສຳຄັນຂອງການອອກກຳລັງກາຍ ເພື່ອສຸຂະພາບ, ຫຼີກເວັ້ນສິ່ງເສບຕິດ, ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ສ້າງມິດຕະພາບ, ຄວາມສາມັກຄີຮັກແພງ, ມີນ້ຳໃຈ ລະຫວ່າງ ນັກກິລາດ້ວຍກັນ, ຮູ້ໄດ້ຮູ້ເສຍ, ຮູ້ອາໄພເຊິ່ງກັນ ແລະ ກັນ. ທັງເປັນການຊຸກຍູ້ສົ່ງເສີມກິລາປະເພດຕ່າງໆ ເພື່ອເລືອກເຝັ້ນເອົານັກກິລາຜູ້ທີ່ດີເດັ່ນ ແລະ ມີພອນສະຫວັນທາງດ້ານກິລາປະເພດໃດໜຶ່ງ ສ້າງເປັນນັກກິລາລຸ້ນສືບທອດຈາກຮາກຖານທ້ອງຖິ່ນ.

(ພາບ-ຂ່າວ: ກິດຕິສັກ ບົວໄລ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments