Wednesday, May 15, 2024
Homeຂ່າວພາຍໃນຮອງປະທານປະເທດ ຊຸກຍູ້ວຽກງານຮອບດ້ານຢູ່ແຂວງວຽງຈັນ

ຮອງປະທານປະເທດ ຊຸກຍູ້ວຽກງານຮອບດ້ານຢູ່ແຂວງວຽງຈັນ

ໃນວັນທີ 8 ເມສາຜ່ານມາ, ທ່ານ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະ ໄດ້ລົງຊຸກຍູ້ວຽກງານຮອບດ້ານຢູ່ແຂວງວຽງຈັນ. ໃຫ້ກຽດຕ້ອນຮັບໂດຍທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເຈົ້າແຂວງວຽງຈັນ ພ້ອມຄະນະ.

ການລົງເຄືອນໄຫວຄັ້ງນີ້, ທ່ານ ຮອງປະທານປະເທດ ແລະ ຄະນະໄດ້ລົງຕິດຕາມກວດກາໂຄງການປັບປຸງ, ພື້ນຖານໂຄງລ່າງ ແລະ ກໍ່ສ້າງລະບົບອາຄານ ເພື່ອຍົກລະດັບດ່ານທ້ອງຖິ່ນ ບ້ານວັງ ເມືອງໝື່ນ ແຂວງວຽງຈັນ ຂຶ້ນເປັນດ່ານສາກົນ. ໂອກາດນີ້, ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດຂອງໂຄງການດັ່ງກ່າວໂດຍຫຍໍ້ ຈາກທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນວ່າ: ໂຄງການດັ່ງກ່າວແມ່ນໄດ້ລົງມືຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນມີນາ 2023 ຕາມແຈ້ງການເຫັນດີຈາກສູນກາງ ໂດຍໄດ້ມີການປັບປຸງກໍ່ສ້າງ, ຕໍ່ເຕີມອາຄານ ແລະ ປັບປຸງພື້ນຖານໂຄງລ່າງ ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າແລ້ວ 10 ໜ້າວຽກ ກວມ 75% ຂອງ 15 ມາດຖານ ເປັນຕົ້ນແມ່ນ: ການບຸກເບີກ ປັບໜ້າເດີ່ນບໍລິເວນດ່ານໃນເນື້ອທີ່ 10,8 ຮຕ, ການປັບປຸງລະບົບອາຄານທີ່ພັກຜູ້ໂດຍສານ, ຫ້ອງການພາສີ ແລະ ຫ້ອງການ ຕມ ແລະ ປັບປຸງວຽກງານອື່ນໆ.

ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ໃຫ້ທິດຊີ້ນໍາວ່າ: ໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆຂອງໂຄງການ, ປັບປຸງຍົກລະດັບດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນຂຶ້ນເປັນດ່ານສາກົນ ທີ່ຍັງຄົງຄ້າງໃຫ້ສຳເລັດ, ກະກຽມຄວາມພ້ອມດ້ານບຸກຄະລາກອນ, ອຸປະກອນຮັບໃຊ້ວຽກງານ ເພື່ອສ້າງຄວາມສະດວກໃນການໃຫ້ບໍລິການແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງເພີ່ມທະວີການຮັກສາຄວາມສະຫງົບລຽບຕາມຊາຍແດນ ໂດຍການວາງກຳລັງຕາມແຄມຊາຍແດນ ເພື່ອປິດ-ອັດຈຸດຂ້າມລອຍຂອງສັດຕູ, ຫ້າມບໍ່ໃຫ້ບັນດາກຸ່ມຄົນບໍ່ດີເຂົ້າມາສ້າງຄວາມບໍ່ສະຫງົບຢູ່ພາຍໃນ ສປປ ລາວ ເວົ້າລວມ ເວົ້າສະເພາະກໍຄື ເມືອງໝື່ນ ແຂວງວຽງຈັນ. ຫຼັງຈາກນັ້ນ ກໍໄດ້ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໝື່ນ, ເມືອງເຟືອງ ແລະ ຢ້ຽມຢາມ ຫໍມູນເຊື້ອຈາລຶກຄວາມແຄ້ນທີ່ເມືອງເຟືອງ.

(ພາບ+ຂ່າວ: ບຸນທະວີ ພົມມະສິດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments