Wednesday, May 15, 2024
Homeຂ່າວພາຍໃນນາຍົກລັດຖະມົນຕີ ຊີ້ນໍາແຂວງເຊກອງ ສ້າງການຜະລິດ-ບໍລິການໃຫ້ເຂັ້ມແຂງ ແລະ ຍືນຍົງ

ນາຍົກລັດຖະມົນຕີ ຊີ້ນໍາແຂວງເຊກອງ ສ້າງການຜະລິດ-ບໍລິການໃຫ້ເຂັ້ມແຂງ ແລະ ຍືນຍົງ

ໃນໂອກາດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ໃນວັນທີ 4 ເມສາ 2024 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດທະມົນຕີ ໄດ້ເນັ້ນໃຫ້ແຂວງເຊກອງ ເສີມຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງການຜະລິດ, ບໍລິການໃຫ້ເຂັ້ມແຂງ ແລະ ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ; ສົ່ງເສີມ ແລະ ພັດທະນາວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ; ດໍາເນີນການປັບປຸງ ແລະ ສ້າງສະພາບຄ່ອງໃຫ້ແກ່ງົບປະມານ; ສ້າງການຫັນປ່ຽນອັນເປັນພື້ນຖານ ແລະ ແຂງແຮງໃນການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ; ພັດທະນາພື້ນຖານໂຄງລ່າງ, ລະບົບສາທາລະນຸປະໂພກ ແລະ ການຈັດສັນອາຊີບຂອງປະຊາຊົນຢູ່ຊົນນະບົດ ຕິດພັນກັບການປົກປັກຮັກສາ ແລະ ແກ້ໄຂບັນຫາດ້ານສິ່ງແວດລ້ອມໃຫ້ມີຄວາມຍືນຍົງ.

ພ້ອມນີ້, ກໍໃຫ້ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ປັບປຸງລະບົບການ ຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອໍານາດລັດແຕ່ລະຂັ້ນ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ມີພາລະບົດບາດຈະແຈ້ງ ແລະ ຮັດກຸມ, ກົງຈັກບໍ່ໃຫຍ່ໂຕ, ກະທັດຮັດ, ເປັນລະບົບເຊື່ອມກັນດ້ວຍອຸປະກອນທີ່ທັນສະໄໝ ຄຽງຄູ່ກັບການຫລຸດຈໍານວນລັດຖະກອນໜ້ອຍລົງ ແຕ່ມີຄຸນນະພາບເພີ່ມຂຶ້ນ, ໃຊ້ຈ່າຍປະຢັດ, ເຄື່ອນໄຫວຕາມກົດໝາຍຢ່າງມີປະສິດທິພາບ; ປັບປຸງກົນໄກຄຸ້ມຄອງໃຫ້ເປັນລະບົບເອກະພາບ ແລະ ເຂັ້ມແຂງ ຄຽງຄູ່ກັບການຮັບປະກັນແບບແຜນໃຫ້ປະຊາຊົນໄດ້ຮູ້, ໄດ້ປຶກສາຫາລື ແລະ ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດ ບົນຈິດໃຈຮັບປະກັນທາດແທ້ຂອງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຍ່າງແທ້ຈິງ; ພັດທະນາຊັບພະຍາ ກອນມະນຸດຢ່າງແຂງແຮງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທຳ; ພັດທະນາຄົນໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ພັດທະນາທ້ອງຖິ່ນໃນໄລຍະ ໃໝ່, ຍົກລະດັບການປະຕິບັດສິດເປັນເຈົ້າອັນແທ້ຈິງຂອງປະຊາຊົນ ຕິດພັນກັບການສ້າງຄວາມເຂັ້ມ ແຂງໃຫ້ລະບົບນິຕິກໍາ, ການບັງຄັບໃຊ້ກົດໝາຍຢ່າງຖືກຕ້ອງ ແລະ ເປັນທໍາ; ສະກັດກັ້ນການສວຍໃຊ້ສິດອໍານາດຈາກເຈົ້າໜ້າທີ່ລັດທຸກຂັ້ນ; ເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ, ຂອງທ້ອງຖິ່ນ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມຢ່າງບໍ່ຢຸດຢັ້ງ; ສືບຕໍ່ດໍາເນີນການແກ້ໄຂຄວາມທຸກຍາກຢ່າງເປັນລະບົບ ຕິດພັນກັບການຈັດສັນພູມລຳເນົາ, ສ້າງອາຊີບຄົງທີ່ ແລະ ເພີ່ມທະວີການຝຶກສີມືແຮງງານ ເພື່ອຮັບປະກັນຜົນປະໂຫຍດຂອງຜູ້ອອກແຮງງານລາວ; ປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດຮັດ, ມີຄຸນນະພາບ, ຮັບປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ບັນຫາອາດຊະຍາກໍາຕ່າງໆໃຫ້ທັນການ, ສ້າງຕາໜ່າງປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ ແລະ ຂະແໜງການຕ່າງໆໃຫ້ກວ້າງຂວາງ ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພໃນສັງຄົມ, ເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ; ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ເພື່ອຕອບສະໜອງການຜັນຂະຫຍາຍແນວທາງຂອງພັກ ໃນການເຕົ້າໂຮມກໍາລັງແຮງສັງລວມ ເພື່ອພັດທະນາເສດຖະກິດ-ສັງ ຄົມ, ປະຕິບັດບັນດາກົນໄກທາງການເມືອງ-ສັງຄົມ ຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມ ແຂງ; ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການເຂົ້າຮ່ວມສ້າງສາ ແລະ ພັດທະນາປະເທດຊາດ-ທ້ອງຖິ່ນແຂວງເຊກອງ ໃຫ້ເປັນຂະບວນຟົດຟື້ນ, ແຂງແຮງ ແລະ ຕໍ່ເນື່ອງ; ເພີ່ມທະວີການປັບປຸງກໍ່ສ້າງພັກ-ພະນັກງານ ຕາມທິດກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເດັດດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນໍາພາຕົວຈິງ ທີ່ເຂັ້ມແຂງຂອງການ ຈັດຕັ້ງພັກທຸກຂັ້ນ, ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການ ເມືອງ-ແນວຄິດ ແລະ ທິດສະດີຂອງພັກ, ປະຕິບັດແຜນກໍານົດພະນັກງານຢ່າງເປັນລະບົບ, ປັບປຸງລະ ບອບເລືອກເຟັ້ນ ແລະ ສັບຊ້ອນພະນັກງານໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, ປະຕິບັດລະບອບຄຸ້ມຄອງ, ຕິດຕາມ, ກວດກາ ແລະ ບັນດາມາດຕະການທາງວິໄນ ຕໍ່ພະນັກງານຢ່າງເຂັ້ມງວດ. ທັງນີ້, ກໍເພື່ອສ້າງຄວາມເຊື່ອໝັ້ນໄວ້ວາງໃຈຂອງປະຊາຊົນ ແລະ ພັດທະນາປະເທດຊາດ ກໍຄື ແຂວງເຊກອງໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຕາມຈຸດໝາຍປາຍທາງທີ່ໄດ້ກໍານົດໄວ້.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍ້ອງຍໍຊົມເຊີຍຄະນະພັກ-ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ທີ່ໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈສ້າງສາພັດທະນາຈົນສາ ມາດຍາດໄດ້ຜົນງານ ແລະ ຜົນສຳເລັດໃນຫລາຍດ້ານ ໂດຍສະເພາະໃນປີ 2023 ຜ່ານມາ ເສຖະກິດຂອງແຂວງຂະຫຍາຍຕົວ ສະເລ່ຍ 5,5%, ໂຄງສ້າງເສດຖະກິດມີການຫັນປ່ຽນຕາມທິດທີ່ຕັ້ງໜ້າ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ສະນັ້ນ, ພັກ-ລັດຖະບານ ເວລາໃດກໍເຊື່ອໝັ້ນຄະນະພັກແຂວງ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ເອກະພາບ, ຜ່ານຜ່າຂໍ້ຫຍຸ້ງຍາກ, ເຮັດສຳເລັດທຸກໜ້າທີ່ການເມືອງ ແລະ ປະ ຕິບັດຄາດໝາຍທີ່ວາງໄວ້ ຄື: ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ້ງຄັ້ງເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments