Saturday, July 27, 2024
Homeຂ່າວພາຍໃນຊາວໜຸ່ມ ເວລາໃດ ກໍໄດ້ຮັບການຝຶກຝົນຫລໍ່ຫລອມ ແລະ ໄວ້ວາງໃຈຈາກ ພັກ ປປ ລາວ

ຊາວໜຸ່ມ ເວລາໃດ ກໍໄດ້ຮັບການຝຶກຝົນຫລໍ່ຫລອມ ແລະ ໄວ້ວາງໃຈຈາກ ພັກ ປປ ລາວ

ເນື່ອງໃນໂອກາດ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (14 ເມສາ 1955-14 ເມສາ 2024), ສະຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ໃຫ້ສຳພາດວ່າ: ໃນປະຫວັດສາດຂອງຊາດລາວເຮົາ ນັບແຕ່ມີພັກນໍາພາເປັນຕົ້ນມາ, ຊາວໜຸ່ມລາວ ໂດຍສະເພາະ ແມ່ນຊາວໜຸ່ມກອງທັບແຕ່ລະຮຸ່ນ ໄດ້ຮັບການຝຶກຜົນຫລໍ່ຫລອມ-ຮ່ຳຮຽນ ແລະ ໄວ້ວາງໃຈຈາກພັກປະຊາຊົນປະຕິວັດລາວ ຈົນໄດ້ນາມມະຍົດວ່າ “ຊາວໜຸ່ມ ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ”, ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ກາຍ ເປັນ ກໍາລັງແຮງປະຈັນບານຂອງການປະຕິວັດ, ເປັນໂຮງຮຽນສຶກສາອົບຮົມອຸດົມການ ແລະ ເປັນຜູ້ສືບທອດທີ່ໄວ້ເນື້ອເຊື່ອໃຈຂອງພັກ. ສູນກາງພັກໄດ້ຕົກລົງສ້າງຕັ້ງ “ຄະນະຊາວໜຸ່ມຕະລຸມບອນໃນຖັນແຖວກຳລັງປະກອບອາວຸດ ຂຶ້ນໃນວັນທີ 14 ເມສາ 1955” ເຊິ່ງເປັນຕົ້ນກຳເນີດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນປັດຈຸບັນ, ການກຳເນີດເກີດຂຶ້ນດັ່ງກ່າວ, ເປັນບາດລ້ຽວສໍາຄັນ ໃນຊີວິດການເມືອງ-ສັງຄົມ ຂອງຂະບວນການວຽກງານຊາວໜຸ່ມ ໂດຍສະເພາະ ແມ່ນຊາວໜຸ່ມໃນກອງທັບ ຂອງພວກເຮົາ.

ສະຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ໃຫ້ຮູ້ອີກວ່າ: ຜ່ານການເຄື່ອນໄຫວພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ, ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ເວົ້າສະເພາະ ແມ່ນຊາວໜຸ່ມກອງທັບ ໄດ້ຜ່ານຜ່າການຝຶກຝົນຫລໍ່ຫລອມ, ທົດສອບໃນເປວໄຟປະຕິວັດ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ. ສະມາຊິກຊາວໜຸ່ມກອງທັບ ໄດ້ຜ່ານຜ່າຫຍຸ້ງຍາກ ແລະ ອຸປະສັກນາໆປະການ, ຫລາຍສະຫາຍ ໄດ້ເສຍສະຫລະຊີວິດ, ເລືອດເນື້ອເຫື່ອ ແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ດ້ວຍຄໍາຂວັນທີ່ວ່າ: “ຍອມຕາຍດີກວ່າຍອມເສຍເອກະລາດ, ເດັດຂາດບໍ່ຍອມໃຫ້ປະເທດ ຖືກຕັດແບ່ງ ແລະ ຄວາມປອງດອງຊາດ ຖືກທໍາລາຍ” ອັນນີ້ແມ່ນຄໍາຂວັນຂອງຊາວໜຸ່ມລາວ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກາຍເປັນມູນເຊື້ອແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານ ແລະ ບໍ່ຍອມຈຳນົນ ເພື່ອປົດປ່ອຍປະເທດຊາດ ທີ່ຕິດພັນກັບຊາວໜຸ່ມກອງ ທັບຂອງພວກເຮົາ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປານາເປັນປະ ເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ຊາວໜຸ່ມກອງທັບ ກໍຄື ຊາວໜຸ່ມລາວໃນທົ່ວປະເທດ ກໍໄດ້ຈັດຕັ້ງປະຕິບັດ 2 ໜ້າທີ່ ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງເປັນມູນເຊື້ອຂອງຊາວໜຸ່ມ ທີ່ຕິດພັນກັບຊາວໜຸ່ມຮຸ່ນປັດຈຸບັນ,ນັບແຕ່ປີ 1975-1991 ແມ່ນປະຊາຊົນລາວ, ຊາວໜຸ່ມລາວບັນດາເຜົ່າ ຢູ່ໃນໄລຍະປັບປຸງປົວແປງຮຳບາດ ແຜສົງຄາມ ແລະ ເລີ່ມຕົ້ນສ້າງວິຖີຊີວິດໃໝ່ພາຍໃຕ້ຮົ່ມທຸງຂອງພັກ; ນັບແຕ່ປີ 1991 ຈົນມາເຖິງປັດຈຸບັນ ແມ່ນໄລຍະຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີຫລັກການຂອງພັກ; ຊາວໜຸ່ມກອງທັບ ໄດ້ເຮັດໜ້າທີ່ເປັນຮົ້ວຂອງຊາດຢ່າງແຂງແກ່ນ ໝັ້ນໜຽວ, ປົກປ້ອງອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ໄດ້ຢ່າງໝັ້ນຄົງ ດ້ວຍຄໍາຂວັນຂອງກອງທັບ ທີ່ວ່າ “ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ, ເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດ ສໍາເລັດ ທຸກໜ້າທີ່”.

ຂ່າວ: ເຊໂປນ ມະໂນກຸນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments