Sunday, May 19, 2024
Homeທຸລະກິດສາມເດືອນຕົ້ນປີ 2024 ມີນັກທ່ອງທ່ຽວຜ່ານດ່ານສາກົນສາມຫລ່ຽມຄຳ 80 ພັນກວ່າຄົນ

ສາມເດືອນຕົ້ນປີ 2024 ມີນັກທ່ອງທ່ຽວຜ່ານດ່ານສາກົນສາມຫລ່ຽມຄຳ 80 ພັນກວ່າຄົນ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ-ເດືອນມີນາ 2024 ນີ້, ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າ-ອອກເມືອງຜ່ານດ່ານສາກົນສາມຫລ່ຽມຄຳ ເຂດເສດຖະກິດພິເສດສາມຫລ່ຽມຄຳ ມີຈໍານວນ 83.549 ຄົນ, ຍິງ 37.568 ຄົນ, ເດັກນ້ອຍ 1.883 ຄົນ, ລວມມີ 95 ສັນຊາດ.

ທ່ານ ພັນໂທບຸນສິດ ພົມນິຍົມ ຫົວໜ້າດ່ານສາກົນສາມຫລ່ຽມຄຳ ເມືອງຕົ້ນ ແຂວງບໍ່ແກ້ວ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຖ້າທຽບໃສ່ ໄລຍະດຽວກັນຂອງ ປີ 2023 ແມ່ນມີນັກທ່ອງທ່ຽວເພີ່ມຂຶ້ນເຖິງ 1,84% ສາເຫດທີ່ພາໃຫ້ມີນັກທ່ອງທ່ຽວເພີ່ມຂຶ້ນ ເນື່ອງຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ຈຶ່ງສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ອງທ່ຽວ ສປປ ລາວ ຈຳນວນຫລາຍຂຶ້ນ ໂດຍສະເພາະແມ່ນນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ມີຄວາມສົນໃຈມາທ່ຽວຊົມເບິ່ງການພັດທະນາ ບັນດາພື້ນຖານໂຄງລ່າງ ແລະ ສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆ ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ນັບມື້ຫລາຍຂຶ້ນ.

ຂ່າວ-ພາບ: ນັກຂ່າວ ເຂດເສດຖະກິດພິເສດສາມຫລ່ຽມຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments