Saturday, July 27, 2024

ຄະນະຜູ້ແທນ ອາດີດການນໍາແຂວງຝູເຖາະ ຢ້ຽມຢາມ ແຂວງຫລວງນ້ຳທາ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 5-6 ເມສາ 2024 ຄະນະຜູ້ແທນອາດີດການນໍາ ແຂວງຝູເຖາະ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫລວງນ້ຳທາ ນຳໂດຍ ທ່ານ ໂງດຶກເວື້ອງ ອາດີດກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຝູເຖາະ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫລວງນ້ຳທາ ພ້ອມດ້ວຍການນຳຂອງແຂວງ ອາດີດພະນັກງານອາວຸໂສບຳນານ ແລະ ເຖົ້າແກ່ແນວໂຮມບ້ານ.

ຈຸດປະສົງຂອງການມາຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫລວງນ້ຳທາ ຄັ້ງນນີ້ ເພື່ອເປັນການຜູກແໜ້ນຄວາມສາມັກຄີ ສະຫວ່າງ ສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ກໍຄືແຂວງຫລວງນ້ຳທາ ກັບແຂວງຝູເຖາະ ແຫ່ງ ສສ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ວຽງສະຫັວດ ສີພັນດອນ ໄດ້ລາຍງານສະພາບລວມຂອງແຂວງ ໃຫ້ຄະນະຜູ້ແທນດັ່ງກ່າວໄດ້ຮັບຊາບ, ເຊິ່ງແຂວງຫລວງນໍ້າທາ ມີເນື້ອທີ່ທັງໝົດ 9.391 ກິໂລຕາແມັດ 85% ເປັນເຂດພູດອຍ, ມີຊາຍແດນຕິດກັບແຂວງບໍ່ແກ້ວ, ແຂວງອຸດົມໄຊ, ສປ ຈີນ ແລະ ຕິດກັບປະເທດມຽນມາ, ມີ 5 ເມືອງ, 352 ບ້ານ, ມີພົນລະເມືອງ 208.855 ຄົນ, ຍິງ 105.438 ຄົນ, ມີ 17 ຊົນເຜົ່າທີ່ດໍາລົງຊິວິດຢູ່ພາຍໃນແຂວງ ແລະ ມີພາສາປາກເວົ້າ, ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຕົນ ພື້ນຖານໂຄງລ່າງ ແລະ ເສດຖະກິດ ໄດ້ຮັບການພັດທະນາເປັນກ້າວໆມາ.

ໂອກາດດັ່ງກ່າວ, ຄະນະດັ່ງກ່າວ ຍັງໄດ້ໄປຢ້ຽມຢາມບັນດາໂຄງການ ທີ່ແຂວງຝູເຖາະ ໃຫ້ການຊ່ວຍເຫລືອເປັນຕົ້ນ ຢ້ຽມຢາມໂຮງຮຽນກໍ່ສ້າງພະນັກງານທ້ອງຖິ່ນແຂວງ, ໂຮງຮຽນການເມືອງ-ການປົກຄອງແຂວງ, ສູນປ້ອງກັນ ແລະ ປີ່ນປົວໄຂ້ຍຸງ, ສຳນັກງານສະພາປະຊາຊົນແຂວງ ແລະ ໂຮງໝໍຕຳຫລວດແຂວງຕື່ມອີກ.

ຂ່າວ: ມຸນຕີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments