Tuesday, May 14, 2024
Homeຂ່າວຕ່າງປະເທດອິນເດຍ ຕັ້ງເປົ້າໝາຍດຶງດູດທຶນ FDI 100 ຕື້ໂດລາຕໍ່ປີ

ອິນເດຍ ຕັ້ງເປົ້າໝາຍດຶງດູດທຶນ FDI 100 ຕື້ໂດລາຕໍ່ປີ

ຂ່າວສານຫວຽດນາມລາຍງານວ່າ: ອິນເດຍ ໄດ້ວາງເປົ້າໝາຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) 100 ຕື້ໂດລາຕໍ່ປີ, ໃນສະພາບການທີ່ປະເທດອາຊີໃຕ້ ໄດ້ດຶງດູດບັນດານັກລົງທຶນທີ່ຊອກຫາວິທີການທີ່ຫຼາກຫຼາຍໃນການຂະຫຍາຍທຸລະກິດນອກຈາກປະເທດຈີນ.

ຂ່າວລະບຸວ່າ: ໃນການໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້, ທ່ານ ຣາເຈຊ ຄູມຣາ ຊີງ ຫົວໜ້າກົມສົ່ງເສີມອຸດສາຫະກຳ ແລະ ການຄ້າພາຍໃນ (ພາຍໃຕ້ກະຊວງການຄ້າ ແລະ ອຸດສາຫະກຳ ອິນເດຍ) ໄດ້ສະແດງຄວາມເຊື່ອໝັ້ນໃນການບັນລຸເປົ້າໝາຍດັ່ງກ່າວໃນ 5 ປີຕໍ່ໜ້າ. ທ່ານ ຣາເຈຊ ຄູມຣາ ຊີງ ຄາດຄະເນວ່າໂຕເລກຂອງປີງົບປະມານໃນປັດຈຸບັນແມ່ນໃກ້ກັບເປົ້າໝາຍ 100 ຕື້ໂດລາ. ບັນດາບໍລິສັດໃຫຍ່ ເຊັ່ນ: Apple Inc. ແລະ Samsung Electronics Co. ພວມເລັ່ງການຜະລິດໃນ ອິນເດຍ, ໂດຍນໍາໃຊ້ປະໂຫຍດທີ່ເປັນແຮງຈູງໃຈທີ່ສະເໜີໃຫ້ແກ່ບັນດາບໍລິສັດໂດຍລັດຖະບານ ອິນເດຍ. ທ່ານຍັງໃຫ້ຮູ້ວ່າ: ລັດຖະບານ ອິນເດຍ ຈະດຳເນີນມາດຕະການຕື່ມອີກເພື່ອຜ່ອນຄາຍລະບຽບການ FDI.

ເປົ້າໝາຍນີ້ແມ່ນສູງຫຼາຍເມື່ອທຽບໃສ່ກັບລະດັບ FDI ສະເລ່ຍແຕ່ລະປີບັນລຸຫຼາຍກວ່າ 70 ຕື້ໂດລາ ໃນໄລຍະ 5 ປີ ໄລ່ຮອດເດືອນມີນາ 2023, ໃນຂະນະດຽວກັນ, ກໍເປັນການປີ້ນກັບຂອງທ່າອ່ຽງຫຼັງຈາກຫຼຸດລົງໃນປີຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments