Home ຂ່າວຕ່າງປະເທດ ກຳປູເຈຍ ສົ່ງອອກເຂົ້າສູ່ຕະຫຼາດຈີນ 43 ພັນປາຍໂຕນ

ກຳປູເຈຍ ສົ່ງອອກເຂົ້າສູ່ຕະຫຼາດຈີນ 43 ພັນປາຍໂຕນ

0
30

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ສະຫະພັນເຂົ້າແຫ່ງກຳປູເຈຍລາຍງານວ່າ: ປະລິມານການສົ່ງອອກເຂົ້າຂອງປະເທດໃນໄລຍະໄຕມາດທຳອິດ (ມັງກອນ – ມີນາ) ຂອງປີນີ້ ຢູ່ທີ່ 166.451 ໂຕນ ຫຼຸດລົງ 5,7% ຈາກໄລຍະດຽວກັນຂອງປີຜ່ານມາ ຊຶ່ງສົ່ງອອກເຂົ້າ 176.581 ໂຕນ.

ລາຍງານລະບຸວ່າ: ລາຍໄດ້ຈາກການສົ່ງອອກເຂົ້າໃນໄຕມາດທຳອິດຂອງປີນີ້ ຢູ່ທີ່ 123,6 ລ້ານໂດລາ ຫຼຸດລົງ 1,9% ຈາກໄລຍະດຽວກັນຂອງປີຜ່ານມາ ຊຶ່ງສ້າງລາຍຮັບໄດ້ 126 ລ້ານໂດລາ. ກຸ່ມຜູ້ສົ່ງອອກເຂົ້າຂອງກຳປູເຈຍ ປະມານ 46 ແຫ່ງ ສົ່ງອອກເຂົ້າສູ່ 56 ປະເທດ ແລະ ພູມີພາກທົ່ວໂລກ ໂດຍປະລິມານການສົ່ງອອກສູ່ຈີນໃນໄຕມາດທຳອິດຂອງປີນີ້ ຢູ່ທີ່ 43.039 ໂຕນ ສ້າງລາຍຮັບໄດ້ 28,1 ລ້ານໂດລາ.

ເຂົ້າ ແລະ ຜະລິດຕະພັນເຂົ້າທີ່ກຳປູເຈຍສົ່ງອອກປະກອບດ້ວຍເຂົ້າຫອມ, ເຂົ້າຂາວ ແລະ ເຂົ້າອິນຊີ ໂດຍກຳປູເຈຍເດີນໜ້າສຳຫຼວດຕະຫຼາດໃໝ່ ແລະ ໃຫ້ຄວາມສຳຄັນກັບປະເທດທີ່ເຮັດຂໍ້ຕົກລົງການຄ້າເສລີນຳກຳປູເຈຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here