Tuesday, May 14, 2024
Homeຂ່າວຕ່າງປະເທດEU - ອາເມຣິກາ ດຶງດູດບັນດາປະເທດພວມພັດທະນາຮ່ວມມດ້ານວັດຖຸດິບທີ່ສຳຄັນ

EU – ອາເມຣິກາ ດຶງດູດບັນດາປະເທດພວມພັດທະນາຮ່ວມມດ້ານວັດຖຸດິບທີ່ສຳຄັນ

ສຳນັກຂ່າວສານຫວຽດນາມ ປະຈໍາ ແບນຊິກ ໃຫ້ຮູ້ວ່າ: ສະຫະພາບເອີຣົບ (EU) ແລະ ອາເມຣິກາ ພວມຊອກຫາການສົມທົບກັບບັນດາປະເທດພວມພັດທະນາໃນການຮ່ວມມືເພື່ອກຳນົດມາດຕະການສະໜອງວັດຖຸດິບທີ່ສຳຄັນ.

ຂ່າວລະບຸວ່າ: ໃນກອງປະຊຸມສະພາການຄ້າ ແລະ ເຕັກໂນໂລຊີສະຫະພາບເອີຣົບ-ອາເມຣິກາ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນລູແວນ (ແບນຊິກ), ສອງຝ່າຍໄດ້ດຳເນີນເວທີປາໄສຄູ່ຮ່ວມມືຄວາມໝັ້ນຄົງບໍ່ແຮ່ (MSP) ໂດຍການເຂົ້າຮ່ວມ ຂອງ 24 ປະເທດ ແລະ ເປັນປະທານຮ່ວມຂອງ ທ່ານ ວາລດີສ ດອມບໍສກີ ຮອງປະທານຄະນະກໍາມາທິການເອີຣົບ (EC) ແລະ ທ່ານ ອັນໂຕນີ ບຣິນເຄນ ລັດຖະມົນຕີການຕ່າງປະເທດ ອາເມຣິກາ.

ທ່ານ ວາລດີສ ດອມບໍສກີ ກ່າວວ່າ: EU ແລະ ອາເມຣິກາ ໄດ້ໃຫ້ຂໍ້ສະເໜີໃໝ່ ແລະ ມີທ່າແຮງທີ່ດີກວ່າເກົ່າແກ່ປະເທດພວມພັດທະນາເພື່ອສ້າງມູນຄ່າເພີ່ມໃຫ້ແກ່ປະເທດເຫຼົ່ານີ້.

ເຈົ້າໜ້າທີ່ EC ເນັ້ນໜັກວ່າ: ຂໍ້ສະເໜີແມ່ນອີງໃສ່ການຮ່ວມມືທີ່ຫຼາຍຂຶ້ນກວ່າເກົ່າ ເພື່ອກຳນົດກາລະໂອກາດຂອງໂຄງການ, ທາງດ້ານການເງິນ ແລະ ໂຄງລ່າງພື້ນຖານ ເພື່ອໄປສູ່ເປົ້າໝາຍຄວາມຍືນຍົງ.

ວັດຖຸດິບແມ່ນມີຄວາມສຳຄັນຕໍ່ການຫັນປ່ຽນດ້ານດີຈີຕອນ ແລະ ລະບົບນິເວດ ທີ່ EU ແລະ ອາເມຣິກາ ພວມພະຍາຍາມບັນລຸໄດ້.

ຢ່າງໃດກໍຕາມ, ລະບົບຕ່ອງໂສ້ການສະໜອງທົ່ວໂລກສໍາລັບແຮ່ທາດເຫຼົ່ານີ້ ເຊັ່ນ: lithium ແລະ cobalt, ສ່ວນໃຫຍ່ແມ່ນຂຶ້ນກັບປະເທດຈີນ.

EU ພວມພະຍາຍາມບັນລຸເປົ້າໝາຍເອກະລາດ, ສ່ວນໜຶ່ງແມ່ນຜ່ານການພົວພັນຄູ່ຮ່ວມມືໂດຍກົງກັບບັນດາປະເທດ ຄື: ນອກແວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments