Saturday, July 27, 2024
Homeຂ່າວພາຍໃນຄະນະຜູ້ແທນອາດິດການນໍາແຂວງຝູເຖາະ ຢ້ຽມຢາມແຂວງຫຼວງນ້ຳທາ

ຄະນະຜູ້ແທນອາດິດການນໍາແຂວງຝູເຖາະ ຢ້ຽມຢາມແຂວງຫຼວງນ້ຳທາ

ໃນລະຫວ່າງ ວັນທີ 5-6 ເມສາຜ່ານມາ, ຄະນະຜູ້ແທນອາດິດການນໍາແຂວງຝູເຖາະ ແຫ່ງ ສສ ຫວຽດນາມ ນຳໂດຍສະຫາຍ ໂງດຶກເວື້ອງ ອາດິດກຳມະການສູນກາງພັກ ອາດິດເລຂາພັກແຂວງ ອາດິດປະທານສະພາປະຊາຊົນແຂວງຝູເຖາະ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ ສປປ ລາວ.

ໂອກາດນີ້, ສະຫາຍ ໂງດຶກເວື້ອງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ວຽງສະຫັວດ ສີພັນດອນ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ ຊຶ່ງທ່ານເຈົ້າແຂວງຫຼວງນ້ຳທາ ກໍໄດ້ລາຍງານສະພາບລວມຂອງແຂວງໂດຍຫຍໍ້ໃຫ້ຄະນະຜູ້ແທນດັ່ງກ່າວໄດ້ຮັບຊາບ

ໃນການເຄື່ອໄຫວຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນອາດິດການນໍາແຂວງຝູເຖາະ ຍັງໄດ້ໄປຢ້ຽມຢາມບັນດາໂຄງການທີ່ແຂວງຝູເຖາະໃຫ້ການຊ່ວຍເຫຼືອເຊັນ: ຢ້ຽມຢາມໂຮງຮຽນກໍ່ສ້າງພະນັກງານທ້ອງຖິ່ນແຂວງ, ໂຮງຮຽນການເມືອງ-ການປົກຄອງແຂວງ, ສູນປ້ອງກັນ ແລະ ປີນປົວໄຂ້ຍຸງ, ສຳນັກງານສະພາປະຊາຊົນແຂວງ, ໂຮງໝໍຕຳຫຼວດແຂວງ ແລະ ທ່ຽວຊົມສະຖານທີ່ທ້ອງທ່ຽວທາງປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ.

ໃນໄລຍະດຽວກັນ, ສະຫາຍ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫຼວງນ້ຳທາ ພ້ອມດ້ວຍການນຳຂອງແຂວງ, ອາດິດພະນັກງານອາວຸໂສບໍານານ, ເຖົ້າແກ່ແນວໂຮມບ້ານ ໄດ້ຈັັດພິທີບາສີສູຂວັນຕາມຮິດຄອງປະເພນີຂອງລາວໃຫ້ ຄະນະຜູ້ແທນອາດິດການນໍາແຂວງຝູເຖາະ ແຫ່ງ ສ ສ ຫວຽດນາມ.

(ຂ່າວ: ມຸນຕີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments