Sunday, May 19, 2024
Homeທຸລະກິດໄລຍະປີໃໝ່ລາວລົດໄຟລາວ-ຈີນຈະເພີ່ມຂະບວນລົດໄຟ ແລະ ເປີດຂາຍປີ້ລ່ວງໜ້າ 7 ມື້

ໄລຍະປີໃໝ່ລາວລົດໄຟລາວ-ຈີນຈະເພີ່ມຂະບວນລົດໄຟ ແລະ ເປີດຂາຍປີ້ລ່ວງໜ້າ 7 ມື້

ບໍລິສັດທາງລົດໄຟລາວ-ຈີນຈຳກັດ ຈະເປີດນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນໃນລະຫວ່າງວັນທີ 12-19 ເມສາ 2024 ສໍາລັບຖ້ຽວ C92/1 ແລະ C84/3 ໄປ-ກັບນະຄອນຫຼວງວຽງຈັນ-ຫຼວງພະບາງ ແລະ ຈະເປີດຂາຍປີ້ລົດໄຟລ່ວງໜ້າເຖິງ 7 ມື້ ສຳລັບປີ້ວັນທີ 14-22 ເມສາ 2024 ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການເດີນທາງໄລຍະເທດສະການປີໃໝ່ລາວທີ່ຈະມາເຖິງນີ້.

ພ້ອມກັນນັ້ນ, ບໍລິສັດທາງລົດໄຟລາວ-ຈີນໄດ້ປັບຕາຕະລາງເດີນລົດບາງສະຖານີ ເພື່ອອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານ.

ຂໍ້ມູນ: ບໍລິສັດທາງລົດໄຟ ລາວ-ຈີນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments