Tuesday, May 14, 2024
Homeຂ່າວຕ່າງປະເທດທ່ານປະທານສະພາແຫ່ງຊາດ ຫວຽດນາມ ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 7 ເມສາ ຜ່ານມາ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງຈາກຮ່າໂນ້ຍ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ແຕ່ວັນທີ 7 – 12 ເມສາ 2024, ຕາມຄຳເຊີນຂອງ ທ່ານ ຈ້າວເລີ້ຈີ້ ປະທານຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.

ຂ່າວລະບຸວ່າ: ນີ້ແມ່ນການຢ້ຽມຢາມຂັ້ນສູງຄັ້ງທຳອິດຂອງການນຳພັກ ແລະ ລັດ ຫວຽດນາມ ໄປຍັງຈີນ, ພາຍຫຼັງທີ່ສອງປະເທດອອກຖະແຫຼງການຮ່ວມ ຍົກລະດັບການພົວພັນ ຊຶ່ງມີຄວາມໝາຍສຳຄັນທີ່ສຸດ, ກຳນົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍ, ຫັນຄວາມຮັບຮູ້ລວມຂອງການນຳຂັ້ນສູງ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ຈີນ ຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໃນປີ 2022 ແລະ ການຢ້ຽມຢາມ ຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ຈີນ ໃນປີ 2023 ເປັນລະອຽດ; ຫວຽດນາມ ຖືການພັດທະນາການພົວພັນກັບຈີນ ແມ່ນບຸລິມະສິດແຖວໜ້າ ແລະ ເປັນການເລືອກເຟັ້ນຍຸດທະສາດໃນນະໂຍບາຍການຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments