Wednesday, May 15, 2024
Homeທ່ອງທ່ຽວສາມເດືອນຕົ້ນປີ 2024 ມີນັກທ່ອງທ່ຽວເຂົ້າມາຜານດ່ານສາກົນສາມຫຼ່ຽມຄຳ 80 ພັນກ່ວາຄົນ.

ສາມເດືອນຕົ້ນປີ 2024 ມີນັກທ່ອງທ່ຽວເຂົ້າມາຜານດ່ານສາກົນສາມຫຼ່ຽມຄຳ 80 ພັນກ່ວາຄົນ.

# ຕາມການລາຍງານ ຈາກ ທ່ານ ພັນໂທບຸນສິດ ພົມນິຍົມ ຫົວໜ້າດ່ານສາກົນສາມຫຼ່ຽມຄຳ ເມືອງຕົ້ນ ແຂວງບໍ່ແກ້ວ, ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ-ເດືອນ ມິນາ 2024 ນີ້,ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າ-ອອກເມືອງຜ່ານດ່ານສາກົນສາມຫຼ່ຽມຄຳ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຈໍານວນ 83.549 ຄົນ, ຍິງ 37.568 ຄົນ, ເດັກນ້ອຍ 1.883ຄົນ,ລວມມີ 95 ສັນຊາດ.ຖ້າທຽບໃສ່ ໄລຍະດຽວກັນຂອງ ປີ 2023,ແມ່ນມີນັກທ່ອງທ່ຽວເພີ່ມຂຶ້ນເຖິງ 1,84% ສາເຫດທີ່ພາໃຫ້ມີນັກທ່ອງທ່ຽວເພີ່ມຂຶ້ນ ກໍ່ຍ້ອນ ວ່າສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດເປີດປີທ່ອງທ່ຽວລາວ ປີ 2024 ຢ່າງ ເປັນທາງການ,ຈຶ່ງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໄດ້ເຂົ້າມາທ່ອງທ່ຽວ ສປປປ ລາວ ມີຈຳນວນຫຼາຍຂຶ້ນ ໂດຍສະເພາະແມ່ນນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ມີຄວາມສົນໃຈມາທ່ຽວຊົມເບີ່ງ ການພັດທະນາດານພື້ນຖານໂຄງລ່າງ ແລະ ສະຖານທີ່ທ່ອງທ່ຽວສໍາຄັນຕ່າງໆ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳນັບມື້ຫຼາຍຂຶ້້ນ.

# ພາບ-ຂ່າວ: ນັກຂ່າວ ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments