Tuesday, May 14, 2024
Homeຂ່າວຕ່າງປະເທດຈຳນວນປະຊາກອນຂອງ ສະວິດ ເພີ່ມຂຶ້ນໄວທີ່ສຸດໃນຮອບ 60 ປີ

ຈຳນວນປະຊາກອນຂອງ ສະວິດ ເພີ່ມຂຶ້ນໄວທີ່ສຸດໃນຮອບ 60 ປີ

ຂ່າວສານຫວຽດນາມລາຍງານວ່າ: ຂໍ້ມູນເບື້ອງຕົ້ນທີ່ເປີດເຜີຍໂດຍຫ້ອງການສະຖິຕິຂອງລັດຖະບານ ສະວິດ ໃນວັນທີ 4 ເມສາ ຜ່ານມາ, ສະແດງໃຫ້ເຫັນວ່າໃນປີກາຍນີ້, ປະຊາກອນຂອງສະວິດ ເພີ່ມຂຶ້ນໄວທີ່ສຸດໃນຮອບ 60 ປີ ເນື່ອງຈາກຈຳນວນຜູ້ອົບພະຍົບມີສະຖິຕິສູງ.

ຂ່າວລະບຸວ່າ: ໄລ່ມາຮອດທ້າຍປີ 2023, ຈຳນວນປະຊາກອນຖາວອນໄດ້ເພີ່ມຂຶ້ນ 1,6% ເປັນ 8.960.800 ຄົນ. ໂຄສົກຂອງຫ້ອງການສະຖິຕິ ສະວິດ ໃຫ້ຮູ້ວ່າ: ລະດັບການເພີ່ມຂຶ້ນຂອງຈໍານວນປະຊາກອນສູງທີ່ສຸດແມ່ນໃນປີ 1963. ໃນປີ 2022, ປະຊາກອນຂອງສະວິດ ເພີ່ມຂຶ້ນ 0,9%. ຄົນອົບພະຍົບມາ ສະວິດ ເພີ່ມຂຶ້ນສອງເທົ່າ ເປັນ 142.300 ຄົນໃນປີຜ່ານມາ ແລະ ເປັນລະດັບສູງສຸດໃນປະຫວັດສາດ. ໃນນັ້ນ, ມີຊາວອູແກຣນ ປະມານ 52.000 ຄົນ ໄດ້ຮັບບັດທີ່ຢູ່ອາໄສຖາວອນໃນສະວິດ ໃນປີ 2023.

ຫ້ອງການສະຖິຕິ ສະວິດ ຍັງໃຫ້ຮູ້ວ່າ: ມີເກືອບ 264.000 ຄົນ ໄດ້ອົບພະຍົບເຂົ້າເມືອງ ແລະ ອອກໄປແລ້ວ 121.600 ຄົນ. ປະມານ 27% ຂອງປະຊາກອນ ຫຼື 2,4 ລ້ານຄົນ ແມ່ນຄົນຕ່າງປະເທດທີ່ອາໄສຢູ່ໃນປະເທດເອີຣົບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments