Saturday, July 27, 2024
Homeຂ່າວໜ້າໜຶ່ງສະຫາຍ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ສົ່ງສານອວຍພອນປີໃໝ່ປະຈໍາຊາດ ຂອງ ສປປ ລາວ

ສະຫາຍ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ສົ່ງສານອວຍພອນປີໃໝ່ປະຈໍາຊາດ ຂອງ ສປປ ລາວ

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາຜົນງານທີ່ ສປປ ລາວ ບັນລຸໄດ້ໃນທຸກຂົງເຂດ ໄລຍະທີ່ຜ່ານມາ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງ ສປປ ລາວ, ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນ ແລະ ກະຕ່າດອກໄມ້ ເຖິງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ ປະທານປະເທດ ແຫ່ງ ສປປ ລາວ.

ເນື້ອໃນສານອວຍພອນ ທີ່ສົ່ງເຖິງສະຫາຍ ທອງລຸນ ສີສຸລິດ, ສະຫາຍ ຫງວຽນຝູຈ້ອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາຜົນງານທີ່ ສປປ ລາວ ບັນລຸໄດ້ໃນທຸກຂົງເຂດວຽກງານ ໃນໄລຍະທີ່ຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ: ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ຈະຜ່ານຜ່າຄວາມຫຍຸ້ງຍາກ ສືບຕໍ່ຍາດໄດ້ຜົນງານໃໝ່ຢ່າງໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຢ່າງມີໄຊ, ຈັດກອງປະຊຸມໃຫຍ່ ອົງຄະນະພັກທຸກຂັ້ນໃຫ້ບັນລຸຜົນສຳເລັດ ກ້າວໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ສະຫາຍ ຫງວຽນຝູຈ້ອງ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນ ສປປ ລາວ ປະຕິບັດສຳເລັດໜ້າທີ່, ບົດບາດການເປັນປະທານ ອາຊຽນ, ປະທານ AIPA ໃນປີ 2024, ປະກອບສ່ວນຍົກສູງທີ່ຕັ້ງຂອງ ສປປ ລາວ ຢູ່ພາກພື້ນ ແລະ ໃນໂລກ. ຕາມແຫຼ່ງຂ່າວສານຫວຽດນາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments