Saturday, July 27, 2024
Homeຂ່າວຕ່າງປະເທດມຽນມາ ຈະປ່ອຍສິນເຊື່ອ ດອກເບ້ຍຕ່ຳ ຕໍ່ວິສາຫະກິດ MSMEs

ມຽນມາ ຈະປ່ອຍສິນເຊື່ອ ດອກເບ້ຍຕ່ຳ ຕໍ່ວິສາຫະກິດ MSMEs

ຂ່າວຕ່າງປະເທດລາຍງານເມື່ອບໍ່ດົນມານີ້, ສຳນັກງານພັດທະນາວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ ຫຼື (MSMES) ສັງກັດກະຊວງອຸດສາຫະກຳ ຂອງມຽນມາ ເປີດເຜີຍວ່າ: ລັດຖະບານມຽນມາກຳລັງດຳເນີນງານເພື່ອປ່ອຍສິນເຊື່ອອັດຕາດອກເບ້ຍຕໍ່າໃຫ້ແກ່ວິສາຫະກິດ ຜ່ານກອງທຶນພັດທະນາວິສາຫະກິດ.

ສິນເຊື່ອດັ່ງກ່າວຈະປ່ອຍໃຫ້ແກ່ທຸລະກິດທີ່ກ່ຽວຂ້ອງກັບການຜະລິດມູນຄ່າເພີ່ມທີ່ສາມາດເພີ່ມລາຍໄດ້ການສົ່ງອອກຂອງປະເທດ ໂດຍໃຊ້ວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນ ສ້າງໂອກາດໃຫ້ປະຊາຊົນໄດ້ມີວຽກເຮັດງານທຳ ຜະລິດສິນຄ້າແທນການນຳເຂົ້າ ປະຢັດພະລັງງານ ເນັ້ນການອະນຸລັກສິ່ງແວດລ້ອມ ແລະ ຈັດການກັບນ້ຳເສຍເພື່ອບໍ່ໃຫ້ມີຜົນກະທົບຕໍ່ສຸຂະນາໄມ.

ສຳລັບທຸລະກິດຂະໜາດນ້ອຍແມ່ນສາມາດກູ້ຢືມໄດ້ເຖິງ 10 ລ້ານຈາດ (ສະກຸນເງິນມຽນມາ) ແລະ ຈຸນລະວິສາຫະກິດ ແມ່ນສາມາດກູ້ຢືມໄດ້ເຖິງ 50 ລ້ານຈາດ ແລະ ທຸລະກິດຂະໜາດກາງສາມາດກູ້ໄດ້ເຖິງ 100 ລ້ານຈາດ.

ເຈົ້າໜ້າທີ່ໆກ່ຽວຂ້ອງກ່າວວ່າ: ກຸ່ມຜູ້ປະກອບການສາມາດບັນລຸເປົ້າໝາຍຂອງພວກເຂົາ ໂດຍການຊ່ວຍເຫຼືອຈາກສິນເຊື່ອເຫຼົ່ານີ້ ແລະ ວິສາຫະກິດ ທີ່ຕ້ອງການສິນເຊື່ອສາມາດຍື່ນໃບສະໝັກໄປຍັງສາຂາຕ່າງໆ ຂອງສຳນັກງານໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments