Saturday, July 27, 2024
Homeຂ່າວຕ່າງປະເທດຊາອຸດິດ ອາຣັບບີ ຂຶ້ນທະບຽນບູຮານຄະດີໃໝ່ 70 ແຫ່ງ

ຊາອຸດິດ ອາຣັບບີ ຂຶ້ນທະບຽນບູຮານຄະດີໃໝ່ 70 ແຫ່ງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ເມສາຜ່ານມາ, ຊາອຸດິດ ອາຣັບບີ ປະກາດຂຶ້ນທະບຽນສະຖານທີ່ບູຮານຄະດີເພີ່ມອີກ 70 ແຫ່ງ ໃນທະບຽນບູຮານວັດຖຸສະຖານແຫ່ງຊາດ ເຮັດໃຫ້ຈຳນວນສະຖານທີ່ບູຮານຄະດີທີ່ຂຶ້ນທະບຽນເພີ່ມເປັນ 8.917 ແຫ່ງທົ່ວປະເທດ.

ຄະນະກຳມະການດ້ານມໍລະດົກຂອງ ຊາອຸດິດ ອາຣັບບີ ລະບຸວ່າ: ຂະບວນການຂຶ້ນທະບຽນຕ້ອງຜ່ານຂັ້ນຕອນ ເລີ່ມແຕ່ການຄົ້ນພົບສະຖານທີ່ທາງບູຮານຄະດີ ການປະເມີນໂດຍຜູ້ຊ່ຽວຊານເພື່ອຢືນຢັນຄວາມສຳຄັນທາງບູຮານຄະດີ ລວມເຖິງການຈັດກຽມ ແລະ ຂຽນບົດລາຍງານທາງວິທະຍາສາດ ແລະ ທາງເຕັກນິກ.

ແຫຼ່ງບູຮານຄະດີກຸ່ມໃໝ່ນີ້ກະຈາຍຢູ່ໃນພູມີພາກຕ່າງໆ ໂດຍພູມີພາກອາຊີເປັນທີ່ຕັ້ງຂອງສະຖານທີ່ທາງປະຫວັດສາດຫຼາຍທີ່ສຸດ 14 ແຫ່ງ ຕາມມາດ້ວຍພູມີພາກອັນຈອຟ 13 ແຫ່ງ ແລະ ພູມີພາກເຮລ 12 ແຫ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments