Sunday, May 19, 2024
Homeທຸລະກິດລາວ-ໄທ ເປີດການຊໍາລະຂ້າມແດນດ້ວຍ QR Code

ລາວ-ໄທ ເປີດການຊໍາລະຂ້າມແດນດ້ວຍ QR Code

ໃນໂອກາດດຳເນີນກອງປະຊຸມ ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 11 ໃນວັນທີ 3 ເມສາ 2024 ຜ່ານມາ ຢູ່ແຂວງຫລວງພະບາງ, ໄດ້ມີພິທີເປີດ ການຊໍາລະຂ້າມແດນດ້ວຍ QR Code ລະຫວ່າງ ສປປ ລາວ ແລະ ປະເທດໄທ ເພື່ອຍົກສູງການເຊື່ອມໂຍງທາງດ້ານການເງິນຂອງອາຊຽນ ໃນການອຳນວຍຄວາມສະດວກການເຮັດທຸລະກຳຂ້າມແດນໃຫ້ມີຄວາມວ່ອງໄວ, ມີປະສິດທິຜົນ ແລະ ປອດໄພ; ເພື່ອສົ່ງເສີມທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວ ໂດຍມີ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທ່ານ ເສດຖະພຸດ ສຸທິວາດນະຣືພຸດ ຜູ້ວ່າການທະນາຄານແຫ່ງ ປະເທດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຊໍາລະດັ່ງກ່າວ, ຍັງຈະຊ່ວຍເຮັດໃຫ້ຂະບວນການຊໍາລະມີຄວາມສະດວກງ່າຍດາຍ, ຫລຸດຜ່ອນຕົ້ນທຶນໃນການ ເຮັດທຸລະກຳ ແລະ ສົ່ງເສີມການເຂົ້າເຖິງການຊໍາລະ ທີ່ຈະຊ່ວຍໃຫ້ບັນດາທຸລະກິດ, ຜູ້ປະກອບການ ແລະ ລູກຄ້າ ຈາກທັງປະເທດປົດລັອກໂອກາດໃໝ່ສໍາລັບການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດ.

ພ້ອມກັນນີ້, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານນໍາເຂົ້າ-ສົ່ງອອກຂອງ ປະ ເທດໄທ ກໍໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືສອງຝ່າຍທາງດ້ານການເງິນ ເຊິ່ງຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດຂອງລາວ ແລະ ໄທ, ພ້ອມທັງເຮັດໃຫ້ບັນດານັກລົງທຶນທັງສອງສະຖາບັນ ສາມາດເຂົ້າເຖິງທຶນ ແລະ ຜະລິດຕະພັນທາງດ້ານການເງິນລະຫວ່າງກັນ.

ພາຍໃຕ້ການເຊື່ອມໂຍງທາງດ້ານການເງິນອາຊຽນ, ທະນາຄານແຫ່ງ ສປປ ລາວ ໄດ້ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເຊື່ອມໂຍງ ການຊໍາລະຂອງພາກພື້ນ ສະບັບທີ 3 ເຊິ່ງຜ່ານມາມີ 7 ທະ ນາຄານກາງອາຊຽນ ໄດ້ລົງນາມເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຄວາມສໍາຄັນຂອງ ການລົງນາມໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ມີຄວາມມຸ່ງຫວັງທີ່ຈະສ້າງຄວາມເຂັ້ມແຂງໃນການເຊື່ອມໂຍງການເງິນຂອງພາກພື້ນອາຊຽນ ແລະ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໂດຍການສົ່ງເສີມການເຮັດທຸລະກຳ ເປັນສະກຸນເງິນທ້ອງຖິ່ນ ແລະ ການອຳນວຍຄວາມສະດວກທາງດ້ານການຊໍາລະຂ້າມແດນ; ການເຊື່ອມຕໍ່ດ້ານການຊໍາລະທີ່ໄຮ້ຮອຍຕໍ່ ຈະສ້າງເງື່ອນໄຂໃຫ້ແກ່ທຸລະກິດ, ບຸກຄົນ ແລະ ລັດຖະບານ ໃນການເຮັດທຸລະກຳຂ້າມແດນຢ່າງມີປະສິດທີຜົນ ກໍຄືການຊໍາລະຂ້າມແດນທີ່ ວ່ອງໄວ, ມີຕົ້ນທຶນຕໍ່າ, ມີຄວາມໂປ່ງໃສຫລາຍຂຶ້ນ, ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments