Saturday, July 27, 2024
Homeຂ່າວພາຍໃນໄລຍະ 30 ປີ ຜ່ານມາ ໜັງສືພິມພາສາຕ່າງປະເທດ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ

ໄລຍະ 30 ປີ ຜ່ານມາ ໜັງສືພິມພາສາຕ່າງປະເທດ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ

ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງໜັງສືພິມພາສາຕ່າງປະເທດ (ວຽງຈັນທາຍ) ທ່ານ ທອງຫລໍ່ ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວ ສານປະເທດລາວ ໃນວັນທີ 5 ເມສາ ຜ່ານມານີ້ວ່າ: ການສ້າງຕັ້ງຂຶ້ນໜັງສືພິມວຽງຈັນທາຍ ໂດຍມີຈຸດປະສົງເພື່ອສົ່ງເສີມການເປີດກວ້າງການພົວພັນຮ່ວມມືກັບໂລກພາຍນອກໃນການສື່ສານ ແລະ ເພື່ອເສີມສ້າງຄວາມເຂົ້າໃຈ, ເຊື່ອມໂຍງ ລະຫວ່າງ ສປປ ລາວ ກັບ ບັນດາປະຊາຊາດໃນໂລກ ໃຫ້ນັບມື້ນັບກວ້າງຂວາງ ພາຍຫລັງທີ່ພັກປະຊາຊົນປະຕິວັດລາວ ໄດ້ດຳເນີນນະໂຍບາຍການປ່ຽນແປງໃໝ່. ຕະຫລອດໄລຍະ 30 ປີ ນັບແຕ່ 1994-2024, ໜັງສືພິມວຽງຈັນທາຍ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆທັງດ້ານປະລິມານ ແລະ ຄຸນນະພາບ ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ພາຍໃຕ້ການນຳພາ-ຊີ້ນໍາ ຂອງພັກ-ລັດ ກໍຄື ການນຳກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ໂອກາດນີ້, ທ່ານ ທອງຫລໍ່ ດວງສະຫວັນ ໄດ້ໃຫ້ຮູ້ເຖິງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມໃນແຕ່ລະໄລຍະ ເຊິ່ງມີທັງໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງ. ໜັງສືພິມວຽງຈັນທາຍ ພາສາອັງກິດສະບັບທຳອິດ ໄດ້ພິມອອກໃນວັນທີ 7 ເມສາ ປີ 1994 ເຊິ່ງເປັນວັນດຽວກັນກັບການເປີດຂົວມິດຕະພາບລາວ-ໄທ ແຫ່ງທໍາອິດ, ໃນໄລຍະຕົ້ນໄດ້ພິມໜັງສືພິມອອກເປັນລາຍສັບປະດາ ມີ 16 ໜ້າ ເປັນພາບ ຂາວ-ດຳ ແລະ ການຈັດໜ້າໃນຮູບແບບການຕັດຕໍ່ດ້ວຍມື ເຊິ່ງໜັງສືພິມໄດ້ເລີ່ມຕົ້ນດ້ວຍສອງມືເປົ່າ, ບໍ່ມີນັກຂ່າວ, ບໍ່ມີຫ້ອງເຮັດວຽກ ແລະ ສະພາບດັ່ງກ່າວນີ້, ເປັນສິ່ງທ້າທາຍຫລາຍຕໍ່ຄະນະກໍ່ຕັ້ງໜັງສືພິມໃນເວລານັ້ນ, ແຕ່ດ້ວຍການມອບໝາຍໜ້າທີ່ວຽກງານອັນສຳຄັນຈາກພັກ-ລັດ, ຄະນະກໍ່ຕັ້ງໄດ້ເຮັດສຸດຄວາມສາມາດ ເພື່ອເຮັດແນວໃດໃຫ້ບັນລຸໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ ໃນການຍົກລະດັບປະເທດລາວໃຫ້ມີສື່ເປັນພາສາຕ່າງປະເທດ ໂດຍສະເພາະເປັນພາສາອັງກິດ ມາຮັບໃຊ້ໜ້າທີ່ການເມືອງ ໃນການເຜີຍແຜ່ແນວທາງປ່ຽນແປງໃໝ່ຂອງພັກໃນປີ 1986 ອອກສູ່ໂລກພາຍນອກ ເພື່ອດຶງດູດການຮ່ວມມື ແລະ ການຊ່ວຍເຫລືອ ຈາກພາຍນອກ.

ໜັງສືພິມພາສາຕ່າງປະເທດ ຂຶ້ນກັບກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະກອບມີ 7 ພະແນກຄື: ຂ່າວພາຍໃນ, ຂ່າວຕ່າງປະເທດ, ຂ່າວທຸລະກິດ, ຂ່າວອອນລາຍ, ເຕັກນິກ, ຈັດໜ້າ ແລະ ສຳເນົາ, ໂຄສະນາ ແລະ ຈຳໜ່າຍ ແລະ ຄຸ້ມຄອງບໍລິຫານ. ນັບແຕ່ສ້າງຕັ້ງໜັງສືພິມໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ ທັງປະລິມານ ແລະຄຸນນະພາບ ໃນການປະຕິບັດໜ້າທີ່ຕາມຈັນຍາບັນ, ຈັນຍາທໍາຂອງອາຊີບສື່ ເພື່ອຜະລິດ ແລະ ບໍລິການຂໍ້ມູນຂ່າວສານ ສູ່ສັງຄົມຕາມການມອບໝາຍຈາກຂັ້ນເທິງ. ຜ່ານການປະຕິບັດ ກໍໄດ້ຮັບຄວາມເຊື່ອຖື ແລ ະໄວ້ວາງໃຈຈາກຜູ້ບໍລິໂພກຂ່າວຢູ່ທັງພາຍໃນ ແລະ ພາຍນອກຢ່າງກວ້າງຂວາງ, ເຮັດໃຫ້ບົດບາດ ແລະ ຊື່ສຽງຂອງໜັງສືພິມສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ໄປຄຽງຄູ່ກັບ ສປປ ລາວ.

ທ່ານ ທອງຫລໍ່ ດວງສະຫວັນ ຍັງໃຫ້ຮູ້ຕື່ມອີກວ່າ: ຕະຫລອດໄລຍະແຫ່ງການເຕີບໃຫຍ່ ຂອງໜັງສືພິມໃນໄລຍະ 30 ປີ ຜ່ານມາ, ໜັງສືພິມໄດ້ກ້າວເດີນ ໄປຕາມເສັ້ນທາງເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງທາງດ້ານການເງິນເທື່ອລະກ້າວ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງຕົນເອງ ໃນການບໍລິການຂໍ້ມູນຂ່າວ ສານ ຜ່ານຫລາຍຊ່ອງທາງ. ຜ່ານການປະຕິບັດ ໜັງສືພິມສາມາດ ກວມເອົາການໃຊ້ຈ່າຍເຂົ້າໃສ່ການບໍລິຫານ, ວິຊາການ, ການຜະລິດ ແລະ ການປະກອບພາຫະນະຕ່າງໆ ມາຮັບໃຊ້ວຽກງານ ຍັງເຫລືອແຕ່ເງິນເດືອນ ຜູ້ເປັນລັດຖະ ກອນເທົ່ານັ້ນ, ຊ່ວຍຫລຸດຜ່ອນງົບປະມານຂອງລັດໄດ້ຈຳນວນໜຶ່ງ. ພ້ອມນັ້ນ, ລາຍຮັບວິຊາການ ຍັງໄດ້ໃຊ້ຈ່າຍ ເຂົ້າໃນການຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານ ໃນຫລາຍຫົວຂໍ້ທີ່ມີຄວາມຈຳເປັນຕໍ່ວຽກງານໃນສຳ ນັກງານເພື່ອ ສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມເຂັ້ມແຂງທາງດ້ານການເມືອງ-ວິຊາສະເພາະ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments