Home ສຶກສາ ນັກຮຽນຈາກ ນວ ໄດ້ 6 ຫລຽນຄຳ ໃນການແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2023-2024

ນັກຮຽນຈາກ ນວ ໄດ້ 6 ຫລຽນຄຳ ໃນການແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກຮຽນ 2023-2024

0
40

ຜົນການສອບເສັງ ແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນ ມ4 ແລະ ມ7 ປະຈໍາ ສົກຮຽນ 2023-2024 ຈໍານວນ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ ເຊິ່ງຈັດຂຶ້ນລະຫວ່າງວັນທີ 2-5 ເມສາ 2024 ທີ່ມະຫາວິທະ ຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ. ຜ່ານການສອບເສັ່ງ ນັກຮຽນເກັ່ງຈາກນະຄອນຫລວງວຽງຈັນ(ນວ) ໄດ້ 6 ຫລຽນຄໍາ, ບໍລິຄໍາໄຊ ແລະ ຫລວງພະບາງ ໄດ້ແຂວງລະ 1 ຫລຽນຄໍາ.

ຜົນການສອບເສັງລະອຽດ ມີດັ່ງນີ້: ຊັ້ນມັດທະຍົມສຶກສາ ມ4 ວິຊາພາສາລາວ-ວັນນະຄະດີ: ອັນດັບທີ 1 ແມ່ນ ນາງ ປາຢົງ ທ່າວເຈີດຈິງ ຈາກ ມສ ປາດຖະໜາ, ນະຄອນຫລວງວຽງຈັນ, ອັນດັບທີ 2: ນາງ ສອນນາລີ ພົມມະຈັກ ຈາກ ມສ ພອນສະຫວັນແຂວງຊຽງຂວງ , ອັນດັບທີ 3 ນາງ ຈິ່ງຮຸ່ຍ ລາວເຊີນ ຈາກ ມສ ມິດຕະພາບ ແຂວງອຸດົມໄຊ; ວິຊາວິຊາຄະນິດສາດ ອັນດັບທີ 1 ນາງ ປາວິນາ ໄຊຍະເດດ ຈາກ ມສ ປາດຖະໜາ, ນະຄອນຫລວງວຽງຈັນ, ອັນດັບທີ 2 ນາງ ເພັດວິສຸກ ສຸນີໄຊ ຈາກ ມສ ມິດຕະພາບລາວ-ຫວຽດ ແຂວງສະຫວັນນະເຂດ, ອັນດັບທີ 3 ທ້າວ ເອກສະດາ ສຸທໍາມະວົງ ຈາກ ມສ ໂພນໝີ ແຂວງວຽງຈັນ; ວິຊາຟິຊິກສາດ

ອັນດັບທີ 1 ນາງ ສຸພະພອນ ສີສົມຫວັງ ຈາກ ມສ ວຽງຈັນ ນະຄອນຫລວງວຽງຈັນ, ອັນດັບທີ 2 ທ້າວ ໂຊກທະວີ ສຸລິຍະ ຈາກ ມສ ມິດຕະພາບລາວ-ຫວຽດ ແຂວງສະຫວັນນະເຂດ, ອັນດັບທີ 3: ບໍ່ມີນັກຮຽນໄດ້ຄະແນນເຖິງ 7,00; ວິຊາເຄມີສາດ: ອັນດັບທີ ນາງ ທິດາວັນ ໄຊຍະສຸກ ຈາກ ມສ ພອນສະຫວັນຊົນເຜົ່າ, ນະຄອນຫລວງວຽງຈັນ, ອັນດັບທີ 2 ນາງ ລິນລະດາ ໄຊຍະວົງ ຈາກ ມສ ມິດຕະພາບລາວ-ຫວຽດ ແຂວງສະຫວັນນະເຂດ ນນະເຂດ ແລະ ອັນດັບທີ 3 ທ້າວ ຈີວະຣັນຄູນຈະເລີນ ຈາກ ມຕ ຊິນຮວາ ຫລວງພະບາງ.

ສໍາລັບ ຊັ້ນມັດທະຍົມສຶກສາ ມ7: ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ອະພິສິດ ສີສຸນົນຈາກ ມປ ປາກຊັນ ແຂວງບໍລິຄໍາໄຊ, ອັນດັບທີ 2 ທ້າວ ທະວີຊັບ ຈັນທະສັກ ຈາກ ມສ ພອນສະຫວັນຊົນເຜົ່າ ນະຄອນ ຫລວງວຽງຈັນ ແລະ ອັນດັບທີ 3 ທ້າວ ຮືເສັງ ເລົ່າ ຈາກ ມສ ສັນຕິພາບ ແຂວງຫລວງພະບາງ; ວິຊາວິຊາຄະນິດສາດ ອັນດັບທີ 1 ທ້າວ ລີປໍ້ ຈື່ປໍ້ຈ່າ ຈາກ ມສ ສັນຕິພາບ ແຂວງຫລວງພະບາງ, ອັນດັບທີ 2 ສາມະເນນ ເຢີທໍ່ໄມວິໄຊ ຈາກ ມສ ສົງ ສັນຕິພາບ ແຂວງຊຽງຂວາງ ແລະ ທ້າວ ແສງຄໍາຟອງ ຢ່າງຊ້ອງເຊັ່ງ ຈາກ ມສ ໄຊສົມບູນ ແຂວງໄຊສົມບູນ ແລະ ອັນດັບທີ 3 ທ້າວ ຈື້ ຊົ່ງຢົ້ວກາວ ຈາກ ມສ ສີທ່ານາໄຊ ແຂວງບໍລິຄໍາໄຊ; ວິຊາຟິຊິກສາດ

ອັນດັບທີ 1 ທ້າວ ໂທພິທັກ ໄພສານ ຈາກ ມສ ວຽງຈັນ ນະຄອນຫລວງວຽງຈັນ, ອັນດັບທີ 2 ທ້າວ ສີວົງສຸກເຮີ່ວ່າຮືຕົງລົງ ຈາກ ມສ ສີທ່ານາໄຊ ແຂວງບໍລິຄໍາໄຊ ແລະ ອັນດັບທີ 3 ສາມະເນນ ສີດາ ຫລ້າຄໍາປາງ ຈາກ ມສ ສົງສາລະວັນ ແຂວງສາລະວັນ, ວິຊາເຄມີສາດ

ອັນດັບທີ 1 ທ້າວ ອານຸພາບ ລາດຊະວົງ ຈາກ ມສ ພອນສະຫວັນຊົນເຜົ່າ, ນະຄອນຫລວງວຽງຈັນ,

ອັນດັບທີ 2 ທ້າວ ຄໍາປານ ເກົ້າຫວັງ ຈາກ ມສ ບ້ານໃໝ່ ແຂວງຜົ້ງສາລີ ແລະ ອັນດັບທີ 3 ນາງ ສຸພາວັນ ດາລາເພັດ ຈາກ ມສ ຈຸງເຕັກ ແຂວງສະຫວັນນະເຂດ.

ສໍາລັບນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2023-2024 ທີ່ສອບເສັງໄດ້ອັນດັບທີ 1, 2, 3 ແລະ ໄດ້ຄະແນນ 7 ຂຶ້ນໄປລວມທັງໝົດ ມີ 24 ຄົນ, ຍິງ 9 ຄົນ, ໄດ້ຮັບຫລຽນ, ລາງວັນ ແລະ ໃບຍ້ອງຍໍດັ່ງນີ້: ລາງວັນທີ 1 ໄດ້ຮັບຫລຽນຄໍາ, ເງິນລາງວັນ 19.100.000 ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ; ລາງວັນທີ 2 ໄດ້ຮັບຫລຽນເງິນ, ເງິນລາງວັນ 15.355.000 ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ; ລາງວັນທີ 3 ໄດ້ຮັບຫລຽນທອງ, ເງິນລາງວັນ 11.580.000 ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ. ສ່ວນນັກຮຽນເກັ່ງທີ່ສອບເສັງໄດ້ລາງວັນຊົມເຊີຍ ມີລາງວັນຊົມເຊີຍ 26 ຄົນ, ຍິງ 14 ຄົນ ໄດ້ຮັບເງິນ 3.060.000 ກີບ ແລະ ໄດ້ຮັບໃບຊົມເຊີຍຂັ້ນກົມສາມັນສຶກສາ. ນອກຈາກນີ້, ຕົວແທນນັກຮຽນເກັ່ງມາຈາກແຕ່ລະແຂວງ ທີ່ບໍ່ໄດ້ຮັບຫລຽນ, ລາງວັນອັນດັບ 1, 2, 3 ແລະ ລາງວັນຊົມເຊີຍ ໄດ້ຮັບເງິນຜູ້ລະ 600.000 ກີບຈາກການອຸປະຖໍາຊ່ວຍເຫລືອຂອງບໍລິສັດຕ່າງໆ.

ສ່ວນຜົນການຖາມ-ຕອບຄໍາຖາມວິທະຍາສາດ: ລາງວັນທີ 1 ນະຄອນຫລວງວຽງຈັນ ໄດ້ຮັບຂັນຊະນະເລີດ ແລະ ເງິນສົດ 10.600.000 ກີບ; ລາງວັນທີ 2 ແຂວງ ຄໍາມ່ວນ ໄດ້ຮັບເງິນສົດ 7.650.000 ກີບ; ລາງວັນທີ 3 ແຂວງ ບໍລິຄໍາໄຊ ໄດ້ຮັບເງິນສົດ 4.800.000 ກີບ; ລາງວັນຊົມເຊີຍ ແຂວງຈໍາປາສັກ ໄດ້ຮັບເງິນສົດ 2.450.000 ກີບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here