Wednesday, May 15, 2024
Homeຂ່າວການເມືອງຄະນະນຳກະຊວງປ້ອງກັນປະເທດ ອວຍພອນຄະນະນຳກະຊວງປ້ອງກັນຄວາມສະຫງົບ

ຄະນະນຳກະຊວງປ້ອງກັນປະເທດ ອວຍພອນຄະນະນຳກະຊວງປ້ອງກັນຄວາມສະຫງົບ

ວັນທີ 4 ເມສາ 2024 ນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຫົວໜ້າກົມໃຫຍ່ ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນຄະນະນໍາກະຊວງ ປ້ອງກັນຄວາມສະຫງົບ ເນື່ອງ ໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມ ສະຫງົບ ຄົບຮອບ 63 ປີ (5 ເມ ສາ 1961-5 ເມສາ 2024) ເຊິ່ງ ໃຫ້ການຕ້ອນຮັບໂດຍ ສະຫາຍ ພົນໂທ ກົງທອງ ພົງວິຈິດ ກຳມະ ການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະ ຫງົບ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ-ໄຊຊະນະທີ່ທົ່ວກໍາລັງ ປກສ ຍາດມາ ໄດ້ໃນຕະຫຼອດໄລຍະຜ່ານມາ, ໂດຍກໍາລັງ ປກສ ເປັນກຳລັງທີ່ຄຽງບ່າຄຽງໄຫຼ່ກັບກອງທັບ ປະຕິບັດໜ້າທີ່ໃນການ ປົກປັກຮັກສາຄວາມສະຫງົບ-ປອດໄພໃຫ້ທົ່ວສັງຄົມກໍຄືປະ ເທດຊາດໄວ້ຢ່າງໝັ້ນຄົງ, ພ້ອມນີ້ ຍັງໄດ້ກ່າວຄໍາອວຍພອນໄຊອັນ ປະ ເສີດໃຫ້ຄະນໍາກະຊວງ ປກສ ຕະຫຼອດຮອດພະນັກງານ-ນັກ ຮົບ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ປະສານສົມທົບກັບກໍາລັງ ປ້ອງກັນປະເທດ ປະຕິບັດພາລະ ກິດວຽກງານອັນມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນມອບ ໝາຍໃຫ້, ສືບຕໍ່ພັດທະນາກໍ່ສ້າງຖັນແຖວກໍາລັງ ປກສ ໃຫ້ນັບມື້ ເຕີບໃຫຍ່ຂະຫຍາຍຕົວກ້າວໜ້າ ທັນສະໄໝຂຶ້ນຢ່າງບໍ່ ຢຸດຢັ້ງ.

ພ້ອມນີ້, ສະຫາຍ ພົນໂທກົງ ທອງ ພົງວິຈິດ, ກໍໄດ້ຕາງໜ້າໃຫ້ ຄະນະນໍາກະຊວງ ປກສ ກ່າວສະ ແດງຄວາມຂອບໃຈຕໍ່ຄະນະນໍາ ກະຊວງປ້ອງກັນປະເທດທີ່ເຫັນ ຄວາມສໍາຄັນຂອງວັນດັ່ງກ່າວ ແລະ ເຂົ້າມາອວຍພອນໃນຄັ້ງ, ຖືເອົາໂອກາດນີ້ອວຍພອນໃຫ້ ຄະນະນຳກະຊວງປ້ອງກັນປະ ເທດຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງທັບ ຈົ່ງມີສຸຂະ ພາບແຂງແຮງພ້ອມກັນ, ເຮັດສໍາເລັດໜ້າທີ່ການເມືອງທີ່ມີກຽດສະຫງ່ານຳພາປະເທດຊາດກ້າວຂຶ້ນຕາມແບບແຜນ ແລະ ທັນສະໄໝ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments