Wednesday, May 15, 2024
Homeຂ່າວການເມືອງມອບ-ຮັບໜ້າທີ່ເລຂາທິການສະພາແຫ່ງຊາດ ປະທານ ກສຕສ

ມອບ-ຮັບໜ້າທີ່ເລຂາທິການສະພາແຫ່ງຊາດ ປະທານ ກສຕສ

ໃນວັນທີ 3 ເມສາ ຜ່ານມາ ທີ່ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາທິການສະພາແຫ່ງຊາດ ຜູ້ເກົ່າ-ຜູ້ໃໝ່ ແລະ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ຜູ້ເກົ່າ-ຜູ້ໃໝ່; ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານຄະນະປະຈຳ ຜູ້ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ). ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການ ຄປຈສພຊ; ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຄະນະສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ; ບັນດາທ່ານຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາກະຊວງ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການສຳນັກງານປະທານປະເທດ ພ້ອມດ້ວຍຄະນະກົມ ແລະ ພະນັກງານພາຍໃນ ສພຊ ຈຳນວນໜຶ່ງ.

ໃນພິທີ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ ເລຂາທິການສະພາແຫ່ງຊາດ ໄດ້ລາຍງານໂດຍຫຍໍ້ການປະຕິບັດໜ້າທີ່ຂອງຄະນະເລຂາທິການສະພາແຫ່ງຊາດ (ຄລສ) ນັບແຕ່ເດືອນມີນາ 2021 ຫາ ເດືອນມີນາ 2024 ແລະ ຄາດຄະເນທິດທາງແຜນການຮອດປີ 2025; ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ລາຍງານ ໂດຍຫຍໍ້ການປະຕິບັດໜ້າທີ່ຂອງ ກສຕສ ນັບແຕ່ເດືອນມີນາ 2021 ຫາເດືອນມີນາ 2024 ແລະ ຄາດຄະເນທິດທາງແຜນການຮອດປີ 2025; ທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 15/ຄປຈ, ລົງວັນທີ 5 ມີນາ 2024 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່. ຫຼັງຈາກນັ້ນ, ກໍໄດ້ມີພິທີລົງນາມມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ-ຜູ້ໃໝ່ ຄື: ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ (ຜູ້ເກົ່າ) ຖືກມອບໝາຍໜ້າທີ່ໄປເປັນປະທານ ກສຕສ (ຜູ້ໃໝ່) ແລະ ທ່ານ ລິນຄຳ ດວງສະຫວັນ ປະທານ ກສຕສ (ຜູ້ເກົ່າ) ຖືກມອບ ໝາຍໜ້າທີ່ ໄປເປັນເລຂາທິການສະພາແຫ່ງຊາດ (ຜູ້ໃໝ່).

ໃນພິທີມອບ-ຮັບໜ້າທີ່, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງສອງທ່ານ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ການມອບ-ຮັບໜ້າທີ່ຄັ້ງນີ້ ເປັນການຜັນຂະຫຍາຍຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 13/ຄຈສພ, ລົງວັນທີ 11 ມັງກອນ 2024 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນ, ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ ທີ່ໄດ້ລະບຸໄວ້ໃນມາດຕາ 3 ຂໍ້ 3 ກ່ຽວກັບການຮັບປະກັນພາວະເຄື່ອນເໜັງແມ່ນການໝູນວຽນສັບປ່ຽນໜ້າທີ່, ການດໍາລົງຕໍາແໜ່ງຈາກບ່ອນເກົ່າໄປຮັບຜິດຊອບໜ້າທີ່ໃໝ່ ແລະ ຕໍາແໜ່ງ ຢູ່ບ່ອນໃໝ່ຕາມຄວາມຮຽກຮ້ອງຂອງໜ້າທີ່ການເມືອງ ທັງເປັນການດຸ່ນດ່ຽງກໍາລັງທາງດ້ານຈໍານວນ ແລະ ຄຸນນະພາບຂອງພະນັກງານຂະ ແໜງການ ແລະ ທ້ອງຖິ່ນ; ການເຄື່ອນເໜັງຍັງແມ່ນລັກສະນະທົ່ວໄປ ແລະ ປົກກະຕິຂອງວຽກງານພະນັກງານ ເພື່ອສ້າງເງື່ອນໄຂໃຫ້ພະນັກງານໄດ້ຝຶກຝົນ, ທົດສອບໃນພຶດຕິກໍາຕົວຈິງຢ່າງຮອບດ້ານ, ມີ ຄວາມຊໍານານງານ, ສ້າງຖັນແຖວພະນັກງານໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເຮັດໜ້າທີ່ໃຫ້ການຈັດຕັ້ງຢູ່ແຕ່ລະຂັ້ນ ແລະ ຂະແໜງການຕ່າງໆ ມີສະຖຽນລະພາບ, ມີການເຄື່ອນໄຫວຢ່າງຕັ້ງ ໜ້າ ແລະ ມີປະສິດທິພາບ. ການດໍາເນີນພິທີຄັ້ງນີ້ ແມ່ນຢູ່ໃນທ່າມກາງທີ່ ທົ່ວພັກ-ທົ່ວລັດ ພວມສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການເລັ່ງແກ້ໄຂສະພາບເສດຖະກິດ-ການເງິນຂອງປະເທດ ໂດຍສະເພາະອັດຕາເງິນເຟີ້, ບັນຫາສິນຄ້າລາຄາສູງ ແລະ ບັນຫາອື່ນໆ ພ້ອມດຽວກັນນັ້ນ ກໍໄດ້ນໍາພາ-ຊີ້ນໍາແຕ່ລະພາກສ່ວນກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ; ສໍາລັບສະພາແຫ່ງຊາດ ກໍາລັງສຸມໃສ່ການຕິດຕາມກວດກາບັນດາເນື້ອໃນສໍາຄັນຈໍານວນໜຶ່ງ, ການຊຸກຍູ້ພາກສ່ວນຕ່າງໆໃນການເຜີຍແຜ່ຜົນສໍາເລັດບັນດາມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດ ທີ IX, ການໂຄສະນາ ແລະ ນໍາເອົາຮ່າງກົດໝາຍຂົງເຂດສະພາແຫ່ງຊາດ ໄປທາບທາມຕໍ່ເປົ້າໝາຍຕ່າງໆທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດຢ່າງເປັນຂະບວນການ ແລະ ຕິດພັນກັບການລົງພົບປະຜູ້ມີສິດເລືອກຕັ້ງໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. (ຂ່າວ-ພາບ: ນາງ ໄຊໂສພາພອນ ມິ່ງມຸງຄຸນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments