Saturday, July 27, 2024
Homeຂ່າວໜ້າໜຶ່ງຫ້ອງວ່າການກະຊວງປ້ອງກັນປະເທດ ຍ້ອງຍໍຜົນງານ 5 ປີ

ຫ້ອງວ່າການກະຊວງປ້ອງກັນປະເທດ ຍ້ອງຍໍຜົນງານ 5 ປີ

ໃນວັນທີ 5 ເມສາ ນີ້ ຫ້ອງວ່າການກະຊວງປ້ອງກັນປະເທດໄດ້ຈັດພິທີຍ້ອງຍໍຜົນງານ 5 ປີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ, ບໍລິສັດ-ລັດວິສາຫະກິດທົ່ວຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.

ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍຂອງກະຊວງປ້ອງກັນປະເທດ ໂດຍອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 14/ກມສພ, ລົງວັນທີ 20 ມີນາ 2023 ວ່າດ້ວຍການຈັດ ຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024). ອີງຕາມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3502/ກປທ, ລົງວັນທີ 21 ມິຖຸນາ 2023 ວ່າດ້ວຍການຄັດເລືອກຜົນງານ 5 ປີ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

ດັ່ງນັ້ນກະຊວງປ້ອງກັນປະເທດຈຶ່ງໄດ້ຕົກມອບຫຼຽນໄຊພິລະອາດຫານຊັ້ນ I ມີ 4 ສະຫາຍ, ຊັ້ນ II ມີ 28 ສະຫາຍ, ຊັ້ນ III ມີ 166 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 37 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 16 ສະຫາຍ ຊຶ່ງຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຂ່າວ-ພາບ: ປູນາ ສຸດທະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments