Home ຂ່າວໜ້າໜຶ່ງ ກອງ​ປະ​ຊຸມ​ວຽກງານ “ການທູດເສດຖະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ”

ກອງ​ປະ​ຊຸມ​ວຽກງານ “ການທູດເສດຖະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ”

0
88

ວັນທີ 5 ເມສາ 2024, ກົມ​ເສດ​ຖະ​ກິດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄດ້​ຈັດ​ກອງ​ປະ​ຊຸມວຽກງານ “ການທູດເສດຖະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ” ຂຶ້ນ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ພາຍ​ໃຕ້​ການ​ເປັນ​ປະ​ທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານເອກອັກຄະລັດຖະທູດ,​​​ ທຸດຕານຸທູດ, ຫົວໜ້າອົງການຈັດຕັ້ງສາກົນ ແລະ​ ສະຖາບັນການເງິນສາກົນຕ່າງໆ, ພ້ອມດ້ວຍກະຊວງ, ຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກເອກະຊົນ ເຂົ້າ​ຮ່ວມ​.

ຈຸດ​ປະ​ສົງ ຂອງກອງ​ປະ​ຊຸມ​​ຄັ້ງ​ນີ້ເພື່ອເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ໂດຍສະເພາະແມ່ນນະໂຍບາຍທີ່ເອື້ອອໍານວຍໃຫ້ແກ່ນັກລົງທຶນຕ່າງປະເທດ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຂະແໜງຕ່າງໆຂອງ ສປປ ລາວ ຫຼາຍຂຶ້ນ. ກອງປະຊຸມຄັ້ງນີ້, ຖືວ່າເປັນບາດກ້າວທໍາທິດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ວຽກງານການທູດເສດຖະກິດຂອງລັດຖະບານ ໂດຍມີກະຊວງການຕ່າງປະເທດເປັນໃຈກາງ ເພື່ອເປັນອີກຊ່ອງທາງເລືອກໜຶ່ງ ນອກຈາກກົນໄກການຮ່ວມມືຕ່າງໆທີ່ມີຢູ່ແລ້ວ, ວຽກງານການທູດເສດຖະກິດດັ່ງກ່າວແມ່ນຈະສຸ່ມໃສ່ ການໂຄສະນາເຜີຍແຜ່ ກ່ຽວກັບ ນະໂຍບາຍການສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ຜ່ານຊ່ອງທາງການທູດ ເພື່ອໃຫ້ຜູ້ທີ່ມີຄວາມສົນໃຈທີ່ຢາກມາລົງທຶນ, ດໍາເນີນທຸລະກິດ ແລະ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂໍ້ມູນ ແລະ ນະໂຍບາຍ ສົ່ງເສີມຂອງລັດຖະບານ ຕໍ່ວຽກງານດັ່ງກ່າວ ໃຫ້ຫລາຍຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ຍັງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຈຸດປະສົງຂອງການທູດເສດຖະກິດ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດ-ການເງິນ ຂອງຊາດ, ພາກພື້ນ ແລະ ສາກົນ ໂດຍແນ່ໃສ່ຍົກລະດັບການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງສາກົນ ຂຶ້ນສູ່ມິຕິໃໝ່, ພ້ອມທັງສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

ພ້ອມດຽວກັນນີ້, ກອງ​ປະ​ຊຸມ​ຍັງໄດ້​ຮັບ​ຟັງ​ການ​ນຳສະເໜີຂໍ້ມູນ ​ກ່ຽວ​ກັບ​ທ່າແຮງນະໂຍບາຍສົ່ງເສີມດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຂອງ ສປປ ລາວ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຊຶ່ງ​ໄດ້​ຍົກ​ໃຫ້​ເຫັນ​​ເຖິງກາ​ລະ​ໂອ​ກາດ ແລະ ສິ່ງອຳນວຍຄວາມສະດວກ ໃນການດຶງດູດການຄ້າ, ການລົງທຶນ ລວມທັງ ວຽກງານການສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ກໍ່ມີບັນດາຜູ້ຕາງໜ້າພາກທຸລະກິດທີ່ໄດ້ປະສົບຜົນສຳເລັດໃນດ້ານການຄ້າ-ການລົງທຶນ ຢູ່ ສປປ ລາວ ຂຶ້ນແລກປ່ຽນບົດຮຽນ, ປະສົບການ ແລະ ຜົນສໍາເລັດໃນການດໍາເນີນທຸລະກິດຂອງຕົນ ເພື່ອເປັນການສະໜອງຂໍ້ມູນຕ່າງໆທີ່ເປັນທ່າແຮງຂອງຕົນໃຫ້ແກ່ບັນດາສະຖານທູດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນສາກົນ ຊ່ວຍຊຸກຍູ້, ໂຄສະນາດຶງດູດການລົງທຶນ ຈາກນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບເພີ່ມຂື້ນ.

ໂດຍ: ໄພນາລິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here