Saturday, July 27, 2024
Homeຂ່າວໜ້າໜຶ່ງພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກ ລັດຖະມົນຕີກະຊວງ ປກສ ຖະແຫຼງຂ່າວ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ

ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກ ລັດຖະມົນຕີກະຊວງ ປກສ ຖະແຫຼງຂ່າວ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 63 ປີ

– ຂໍສະແດງຄວາມເຄົາລົບ ແລະ ນັບຖືຢ່າງສູງ ການນຳພັກ-ລັດ, ປະຊາຊົນລາວບັນດາເຜົ່າ

ໃນທົ່ວປະເທດ !.

– ບັນດາສະຫາຍ ຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນ

ຄວາມສະຫງົບ ທີ່ນັບຖື ແລະ ຮັກແພງ !.

>>> ກ່ອນອື່ນ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຮູ້ສຶກພາກພູມໃຈທີ່ໄດ້ມີວັນທີ 5 ເມສາ ເຊິ່ງແມ່ນວັນກຳເນີດການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຂອງພວກເຮົາ, ຄືຮູ້ນໍາກັນແລ້ວວ່າ: ພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນກໍາລັງທີ່ແຫຼມຄົມຂອງພັກ, ມີຄວາມຈົ່ງຮັກພັກດີ ແລະ ສັດຊື່ບໍລິສຸດຕໍ່ພັກ, ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ.

>>ປະຕິບັດຕາມການຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ກ່ຽວກັບການຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ມາຮອດວັນທີ 5 ເມສາ 2024 ນີ້ແມ່ນຄົບຮອບ 63 ປີພໍດີ; ສະນັ້ນ, ຂ້າພະເຈົ້າ ຂໍມີຄໍາເຫັນ ເພື່ອເປັນການຫວນຄືນມູນເຊື້ອອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໂດຍສັງເຂບ.

>>>ກ່ອນໜ້ານີ້ ຄືໃນໄລຍະແຕ່ຊຸມ ປີ 1950 ຢູ່ເຂດທີ່ໝັ້ນການປະຕິວັດ, ກອງປະຊຸມແນວລາວຕໍ່ຕ້ານທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານຂຶ້ນ; ມາຮອດປີ 1954 ເພື່ອປົກປັກຮັກສາການນໍາຂອງພັກ ແລະ ອົງການປົກຄອງປະຕິວັດ ຢູ່ 2 ແຂວງເຕົ້າໂຮມ “ຫົວພັນ ແລະ ຜົ້ງສາລີ” ລັດຖະບານແນວລາວອິດສະຫຼະ ໄດ້ຕົກລົງສ້າງຕັ້ງກຳລັງປ້ອງກັນຂຶ້ນ ແລະ ມາຮອດທ້າຍປີ 1954 ໃນໂອກາດສະເຫຼີມສະຫຼອງວັນປະກາດເອກະລາດ ຄົບຮອບ 09 ປີ ແລະ ສະເຫຼີມສະຫຼອງໄຊຊະນະ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ສ້າງຕັ້ງ “ຄະນະສັນຕິລາດສູນກາງ” ຂຶ້ນຢ່າງເປັນທາງການ ຢູ່ບ້ານເດີຍ, ຕາແສງເມືອງໂສຍ, ແຂວງຫົວພັນ, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານ ພູມີ ວົງວິຈິດ; ປີ 1957 ເພື່ອກຽມໃຫ້ແກ່ການປ້ອງກັນຜູ້ນຳເຂົ້າລວມລາວ ຄັ້ງທີ 1 ສູນກາງພັກໄດ້ຕົກລົງປ່ຽນຊື່ຈາກ “ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນພາຍໃນ” ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານປະສົມ ຄັ້ງທີ 1.

>>>ມາເຖິງວັນທີ 5-12 ເມສາ 1961 ສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະຂຶ້ນ ຢູ່ຄັງໄຂ, ແຂວງຊຽງຂວາງ; ກອງປະຊຸມໄດ້ຄົ້ນຄວ້າ, ຕົກລົງຫຼາຍບັນຫາທີ່ສຳຄັນກ່ຽວກັບການປະຕິວັດຢູ່ລາວໃນສະເພາະໜ້າ ແລະ ຍາວນານ; ໃນນັ້ນ, ໄດ້ຕົກລົງປັບປຸງກໍາລັງປ້ອງກັນພາຍໃນ ຢູ່ຂອບເຂດທົ່ວປະເທດ ເພື່ອປົກປັກຮັກສາການນຳຂອງພັກ, ຂອງແນວລາວຮັກຊາດ, ປົກປັກຮັກສາຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ພ້ອມນັ້ນ, ກອງປະຊຸມຍັງໄດ້ຕົກລົງປ່ຽນຊື່ຈາກ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ; ຕໍ່ມາໄດ້ມອບໃຫ້ທ່ານ ຊົມຊື່ນ ຄຳພິທູນ ເປັນຜູ້ນຳພາ-ບັນຊາຕົວຈິງ; ປີ 1965 ສູນ​ກາງ​ພັກ​ ໄດ້ປັບປຸງກົງຈັກການຈັດຕັ້ງ ຂອງບັນດາຫ້ອງການອ້ອມຂ້າງສູນກາງ ເຊິ່ງໄດ້ປ່ຽນຊື່ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ມາເປັນ “ຫ້ອງການສັນຕິລາດສູນກາງ”; ພາຍ ຫຼັງປະເທດຊາດ ໄດ້ສະຖາປະນາປະເທດ ເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ກົງຈັກການຈັດຕັ້ງກໍາລັງປ້ອງກັນຄວາມສະຫງົບ ໄດ້ປ່ຽນຊື່ຈາກ “ຫ້ອງການສັນຕິລາດສູນກາງ” ມາເປັນ “ກະຊວງພາຍໃນ”; ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່; ປີ 2003 ພັກ ແລະ ລັດຖະບານ ໄດ້ຕົກລົງປ່ຽນຊື່ “ກະຊວງພາຍໃນ” ມາເປັນ “ກະຊວງປ້ອງກັນຄວາມສະຫງົບ”; ບົນພື້ນຖານ ແລະ ເຫັນໄດ້ຄວາມສຳຄັນຜ່ານໄລຍະປະຫວັດສາດດັ່ງກ່າວ ກົມການເມືອງສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ຕົກລົງຮັບຮອງເອົາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍລັດຖະບານ ອອກດຳລັດ ສະບັບເລກທີ 277/ນຍ, ລົງວັນທີ 01 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ.

>>>ການກຳເນີດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີຄວາມໝາຍສຳຄັນທາງດ້ານການເມືອງອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີ; ກຳລັງປ້ອງກັນຄວາມສະຫງົບເຮົາທັງເຄື່ອນໄຫວປ້ອງກັນ, ເຝິກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດ ຜົນ, ສ້າງພະລາທິການກັບທີ່ ທັງລົງຂົນຂວາຍກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນຕະຫຼອດມາ; ເຖິງວ່າໃນເບື້ອງຕົ້ນກຳລັງພວກເຮົາຍັງອ່ອນນ້ອຍ, ການປະ ກອບພາຫະນະອາວຸດຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ; ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເດັດດ່ຽວເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກ ກະພັດພາຍນອກ ແລະ ລູກແຫຼ່ງຕີນມືຂາຍຊາດ.

>>>63 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍ່ປ່ຽມລົ້ນໄປດ້ວຍຜົນງານ, ວິລະກໍາອັນສູງສົ່ງ ແລະ ໄຊຊະນະອັນສະຫງ່າລາສີ; ກຳລັງພວກເຮົາ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງພິລະອາດຫານ, ຕິດພັນກັບການອອກ ແຮງປັບປຸງ, ກໍ່ສ້າງກຳລັງຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ.

>>ຕະຫຼອດໄລຍະ 49 ປີໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກເຮົາຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ, ກຳລັງປະກອບອາວຸດປະຕິວັດ ເວົ້າລວມ, ເວົ້າສະເພາະກຳ ລັງປ້ອງກັນຄວາມສະຫງົບ ໄດ້ເປັນກຳລັງຫຼັກແຫຼ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງຢ່າງແຂງແຮງ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ ກໍ່ຄືທາດແທ້, ມູນເຊື້ອ ຂອງກຳລັງປ້ອງກັນຄວາມສະຫງົບ; ເຝິກຝົນຫຼໍ່ຫຼອມທັດສະນະ, ຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປັບ ປຸງ, ກໍ່ສ້າງກຳລັງຂອງຕົນ ໃຫ້ນັບມື້ນັບເຂັ້ມແຂງໃນທຸກດ້ານ, ຮູ້ອີງໃສ່ກຳລັງແຮງສັງລວມຂອງທົ່ວປວງຊົນ, ຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ປັບປຸງອົງການປົກຄອງທ້ອງຖິ່ນ, ຊ່ວຍເຫຼືອປະຊາຊົນປັບປຸງຊີວິດການເປັນຢູ່, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ, ເຮັດໃຫ້ປະຊາຊົນບັນດາເຜົ່າ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ, ເຊື່ອໝັ້ນກຳລັງປ້ອງກັນຄວາມສະຫງົບ; ສາມາດທັບມ້າງກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ແຊກຊຶມ ແລະ ການເຄື່ອນໄຫວເກາະຜິດ, ບຽດຢຶດຊາຍແດນຂອງອິດທິກຳລັງປະຕິການ ໄດ້ຢ່າງທັນການ, ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ.

>>>ຜ່ານການປະຕິບັດໜ້າທີ່ການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະທີ່ຜ່ານມາ ພັກ, ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານ ທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້; ເຖິງແມ່ນວ່າໄລຍະຜ່ານມາສະພາບພາກພື້ນ, ສາກົນ ແລະ ສະພາບພາຍໃນປະເທດ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ກຳລັງປ້ອງກັນຄວາມສະຫງົບພວກເຮົາ ກໍ່ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບສູງໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະ ກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ.

.

>>>ກຳລັງປ້ອງກັນຄວາມສະຫງົບ ຍັງສາມາດຮັກສາບົດບາດເປັນແກ່ນສານ ແລະ ເປັນກຳລັງອັນແຫຼມຄົມຂອງພັກ ໃນການຮັບປະກັນຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດ, ສ້າງເງື່ອນໄຂເອື້ອອໍານວຍໃນການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ.

>>>ຈາກຜົນສຳເລັດທີ່ພວກເຮົາ ຍາດມາໄດ້ໃນໄລຍະຜ່ານມານັ້ນ, ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ, ລັດ ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກຳລັງປ້ອງກັນຄວາມສະຫງົບ, ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ນາຍ ແລະ ພົນຕໍາ ຫຼວດໃນກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ອັນໄດ້ສະແດງໃຫ້ເຫັນວ່າພາຍໃຕ້ການນຳພາຂອງພັກ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກຳລັງປະກອບອາວຸດປະຕິວັດ, ຍາມໃດກໍ່ສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ປະຊາຊົນ ດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດ ແລະ ຍາມໃດກໍ່ເດັດດ່ຽວໜຽວແໜ້ນກ້າວເດີນຕາມອຸດົມການສັງຄົມນິຍົມ ຂອງພັກ.

>>> ບົນເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ພັກເຮົາໄດ້ກຳນົດທິດທາງໜ້າທີ່ແຫ່ງການສືບຕໍ່ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ; ພ້ອມນັ້ນ ກໍ່ໄດ້ວາງຄາດໝາຍສູ້ຊົນທີ່ມີລັກສະນະທ້າທາຍ ແລະ ເປັນຍຸດທະສາດ ເພື່ອສ້າງພື້ນຖານໃຫ້ແກ່ບາດລ້ຽວໃໝ່ໃນການພັດ ທະນາ ເພື່ອນຳພາປະເທດຊາດ ໃຫ້ກ້າວຂື້ນຕາມຈຸດໝາຍທີ່ວາງໄວ້; ປະຈຸບັນພວກເຮົາ ມີທັງຂໍ້ສະ ດວກ, ເງື່ອນໄຂທີ່ເອື້ອອຳນວຍ ແລະ ມີທັງສິ່ງທ້າທາຍທົດສອບ, ສະພາບແວດລ້ອມສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ; ເຖິງແມ່ນວ່າການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອພັດທະນາ, ບົນພື້ນຖານຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ ຍັງເປັນທ່າອ່ຽງລວມຂອງຍຸກສະໄໝ; ແຕ່ໃນນັ້ນ, ເຫັນວ່າຫຼາຍດ້ານຍັງມີລັກສະນະທ້າທາຍຕໍ່ຄວາມໝັ້ນຄົງ ແລະ ການສ້າງສາພັດທະນາປະເທດຊາດຂອງພວກເຮົາ.

>>> ໂດຍກຳແໜ້ນທ່າອຽງລວມດັ່ງກ່າວ ພັກ, ລັດຖະບານ ເວລາໃດກໍ່ໄດ້ເຊີດຊູສະຕິເປັນເຈົ້າໃນການກຳແໜ້ນ ແລະ ໝູນໃຊ້ກາລະໂອກາດອັນອຳນວຍ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໄປຄຽງຄູ່ກັບການຈຳກັດດ້ານຫຍໍ້ທໍ້ ທີ່ບໍ່ເປັນຜົນດີໃຫ້ໝົດໄປເທື່ອລະກ້າວ.

>>>ສຳລັບກຳລັງປ້ອງກັນຄວາມສະຫງົບພວກເຮົາ ເຖິງແມ່ນວ່າໄດ້ເຮັດສຳເລັດໜ້າທີ່ ແລະ ມີຜົນງານຢ່າງຫຼວງຫຼາຍກໍ່ຕາມ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ໂດຍສະເພາະ ການປະຕິບັດໜ້າທີ່ການເມືອງຂອງຕົນ, ເຫັນວ່າຍັງມີຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງຕັ້ງໜ້າ ແລະ ເຂັ້ມແຂງຮອບດ້ານ.

>>>ຕໍ່ໜ້າສະພາບການດັ່ງກ່າວ ເພື່ອຕອບສະໜອງກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່; ໃນໂອກາດລະນຶກວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ; ຂ້າພະເຈົ້າ ຈຶ່ງຮຽກຮ້ອງມາຍັງນາຍ ແລະ ພົນຕຳຫຼວດ ໃນກຳລັງປ້ອງກັນຄວາມສະຫງົບເພື່ອພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າມີດັ່ງນີ້:

>>ໜຶ່ງ: ສືບຕໍ່ເຊື່ອມຊຶມກຳແໜ້ນ ແລະ ຈັດຕັ້ງແນວທາງປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ປະຕິບັດມະຕິ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່; ຄໍາສັ່ງ ວ່າດ້ວຍການເພີ່ມທະວີ ແລະ ແກ້ໄຂບັນຫາຢາເສບຕິດ; ຄໍາສັ່ງ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ທັງສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ແລະ ບັນດານິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນແຜນຍຸດທະສາດ, ເປັນແຜນງານ ແລະ ໂຄງການທີ່ນອນໃນຄວາມຮັບຜິດຊອບ ໃຫ້ໄດ້ຮັບໝາກຜົນຕົວຈິງ ໄປພ້ອມກັບການຍູ້ແຮງເຮັດໃຫ້ບັນຫາດັ່ງກ່າວ ກາຍເປັນພັນທະຂອງທົ່ວສັງຄົມ ແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ປອດໄພຂອງສັງຄົມໃຫ້ມີຄວາມໜັກແໜ້ນ.

>>>ສອງ: ອອກແຮງປັບປຸງ, ກໍ່ສ້າງພັກ, ກໍ່ສ້າງພະນັກງານ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງທຸກດ້ານ; ເຊີດຊູບົດບາດການນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ ຕໍ່ທຸກຂົງ ເຂດວຽກງານປ້ອງກັນຄວາມສະຫງົບ; ເພີ່ມທະວີການປັບປຸງ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບ ແຜນກ້າວສູ່ຄວາມທັນສະໄໝ, ຕິດພັນກັບການກໍ່ສ້າງກໍາລັງໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ວິຊາການຕ່າງໆ ໃຫ້ຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ; ເປັນກໍາລັງທີ່ຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ.

>>>ສາມ: ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ,​ ຄະນະບັນຊາ ຕໍ່ກັບວຽກງານປ້ອງກັນ ພັກ, ປ້ອງກັນພະນັກງານ, ວຽກງານຕິດຕາມກວດກາ ແລະ ແກ້ໄຂຜົນຂອງການກວດກາໃຫ້ເດັດ ຂາດ, ເຂັ້ມງວດ; ເປັນເຈົ້າການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນກຳລັງ ໂດຍສະ ເພາະ ການສວຍໃຊ້ສິດໜ້າທີ່ ເພື່ອຫາຜົນປະໂຫຍດບໍ່ຖືກຕ້ອງ, ລະເມີດລະບຽບກົດໝາຍ ທັງສຸມໃສ່ຕ້ານປະກົດການ “ຫັນປ່ຽນດ້ວຍຕົນເອງ”ແລະ “ເສື່ອມຄຸນປ່ຽນທາດເອງ” ຢ່າງແຂງແຮງ.

>>>ສີ່: ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້, ຈໍາກັດ ແລະ ສະກັດກັ້ນໜໍ່ແໜງ ທີ່ຈະກະທົບຕໍ່ຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ ກໍ່ຄືຄວາມໝັ້ນຄົງທາງດ້ານເສດ ຖະກິດ ແລະ ວັດທະນະທຳ-ສັງຄົມ, ຕິດພັນກັບການສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ ຕາມທິດ 3 ສ້າງ ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ກາຍເປັນສະຕິ ແລະ ຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງຄົມ ດ້ວຍຄວາມຕັ້ງໜ້າ.

>>>ຫ້າ: ເພີ່ມທະວີການສະກັດກັ້ນ ແລະ ຕ້ານອາຊະຍາກຳທາງຄອມພິວເຕີ, ການສວຍໃຊ້ສື່ສັງ ຄົມອອນລາຍ ກໍ່ຄວາມບໍ່ສະຫງົບໃນສັງຄົມ ໂດຍສົມທົບແໜ້ນກັບຂະແໜງການກ່ຽວຂ້ອງ, ຕິດພັນກັບການຕອບໂຕ້ຂໍ້ມູນ ຫຼື ຂ່າວບໍ່ມີຄວາມຈິງ, ການໂຄສະນາໃສ່ຮ້າຍປ້າຍສີຕ່າງໆ ໃຫ້ແຫຼມຄົມ ແລະ ທັນການ.

>>>ຫົກ: ຕັ້ງໜ້າຜັນຂະຫຍາຍຍຸດທະສາດ ແລະ ແຜນງານດ້ານພະລາທິການ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ໂດຍສຸມໃສ່ສືບຕໍ່ປັບປຸງ, ຍົກສູງຄຸນນະພາບວຽກງານພະລາທິການຮອບ ດ້ານ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສຸມໃສ່ສ້າງ, ປັບ ປຸງກົນໄກ, ລະບຽບການ ທັງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການ ເຄື່ອນໄຫວວຽກງານພະລາທິການຂອງກົມກອງ ໃຫ້ມີປະສິດທິຜົນ.

>>>ເຈັດ: ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ປະຕິບັດນະໂຍບາຍ ເຊື່ອມໂຍງພາກພື້ນ ແລະ ສາກົນ ໃຫ້ມີປະສິດທິຜົນ ໂດຍສຸມໃສ່ການພົວພັນຮ່ວມມື ກັບກໍາລັງປ້ອງກັນຄວາມສະ ຫງົບປະເທດເພື່ອນມິດຍຸດທະສາດ, ອົງການຕຳຫຼວດອາຊຽນ ແລະ ອົງການຕຳຫຼວດສາກົນ ຢ່າງມີການເລືອກເຟັ້ນ; ສົມທົບແໜ້ນລະຫວ່າງ ການເຊີດຊູນໍ້າໃຈຮັກຊາດ, ຍົກສູງສະຕິເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກັບການຍາດແຍ່ງເອົາກຳລັງແຮງ, ກາລະໂອກາດທີ່ອຳນວຍຂອງຍຸກສະໄໝ ແລະ ສາກົນ, ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມສະຫງົບ, ການເຊີດຊູບົດບາດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໃຫ້ສູງຂຶ້ນໃນເວ ທີສາກົນ ແລະ ພາກພື້ນ.

>>>ຕະຫຼອດໄລຍະ 63 ປີຜ່ານມາພວກເຮົາ ໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ, ມີກຽດສະຫງ່າ, ເຊິ່ງເປັນພື້ນຖານອັນໜັກແໜ້ນ ໃນການປັບປຸງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ມີແບບ ແຜນກ້າວໄປສູ່ຄວາມທັນສະໄໝ.

>>>ເພື່ອອະນາຄົດອັນສົດໃສຂອງປະເທດຊາດ, ພວກເຮົາ ຈົ່ງພ້ອມກັນເສີມຂະຫຍາຍທາດແທ້, ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະທີ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີ ກວ່າເກົ່າ, ນຳພາກຳລັງພວກເຮົາ ກ້າວຂຶ້ນດ້ວຍທ່ວງທ່າໃໝ່ທີ່ໜັກແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

>>>ຖືເອົາໂອກາດທີ່ມີຄວາມໝາຍສຳຄັນນີ້ ແຈ້ງໃຫ້ທົ່ວສັງຄົມຮູ້ວ່າ: ສໍາລັບການກະກຽມສະ ເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ ໂດຍລວມແລ້ວພວກເຮົາ ໄດ້ກະກຽມ ແລະ ຈັດຕັ້ງປະຕິບັດສຳເລັດຫຼາຍກິດຈະກຳ ທີ່ຕິດພັນກັບຮູບການ ແລະ ເນື້ອໃນສະເຫຼີມສະຫຼອງ ເປັນຕົ້ນ: ການດຳເນີນຊີວິດການເມືອງໃນທົ່ວກຳລັງ, ຂະບວນການເຄື່ອນ ໄຫວວິຊາສະເພາະ, ຂະບວນການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຂະບວນການກິລາ, ສິລະປະ, ປະດັບປະດາກົມກອງ, ເຄື່ອນໄຫວປາຖະກະຖາຢູ່ບັນ ດາກະຊວງ ແລະ ອົງການ; ການພົບປະໂອ້ລົມພະ ນັກງານອາວຸໂສບໍານານ, ລົງຢ້ຽມຢາມພະນັກງານທີ່ເຈັບປ່ວຍ, ອວຍພອນການນໍາຂັ້ນສູງຂອງພັກ-ລັດ ແລະ ດຳເນີນການໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 63 ປີ ຂອງກໍາລັງປ້ອງກັນຄວາມສະ ຫງົບ; ມາຮອດປະຈຸບັນ ການກະກຽມດ້ານຕ່າງໆ ແມ່ນມີຄວາມພ້ອມຮອບດ້ານ; ສະນັ້ນ, ຈຶ່ງຂໍແຈ້ງເປັນທາງການ ຜ່ານການຖະແຫຼງຂ່າວຄັ້ງນີ້ ເພື່ອໃຫ້ທຸກພາກສ່ວນ ແລະ ທົ່ວສັງຄົມ ໄດ້ຮັບຊາບ.

ທ້າຍສຸດນີ້, ຂໍອວຍພອນໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນຳພາປະເທດຊາດ ກໍ່ຄືກຳລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.

ຂໍອວຍພອນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນເບີກບານມ່ວນຊື່ນ ຕໍ່ວັນປະຫວັດສາດອັນສຳຄັນຂອງພວກເຮົາ ແລະ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ຂໍອວຍພອນໃຫ້ພະນັກງານປະຕິວັດອາວຸໂສ, ພະນັກງານລັດຖະກອນ, ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ອູ້ມຊູຊ່ວຍເຫຼືອ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

(ຂໍຂອບໃຈ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments