Wednesday, May 15, 2024
Homeຂ່າວດ່ວນເດືອນດຽວ ນະຄອນຫຼວງວຽງຈັນ ເກີດໄຟໄໝ້ຊຸມສາຍ 5 ຄັ້ງ

ເດືອນດຽວ ນະຄອນຫຼວງວຽງຈັນ ເກີດໄຟໄໝ້ຊຸມສາຍ 5 ຄັ້ງ

ດັ່ງທີ່ບັນດາທ່ານ ໄດ້ຮູ້-ໄດ້ເຫັນແລ້ວວ່າ: ບັນຫາຊຸມສາຍເກາະຫ້ອຍ ຢູ່ຫຼັກເສົາໄຟຟ້າ ແມ່ນມີມາແຕ່ດົນແລ້ວ, ຕ່າງແຕ່ວ່າໃນໄລຍະນີ້ ມັນພັດໜັກໜ້າກວ່າແຕ່ກ່ອນ ຍ້ອນສັງຄົມໄດ້ຫັນຊົມໃຊ້ລະບົບສື່ສານ ຊຶ່ງມີທັງສາຍໄວຟາຍ, ສາຍໂທລະສັບ, ສາຍເຄເບິນ, ສາຍອິນເຕິເນັດ ແລະ ອື່ນໆ ທີ່ຕິດພັນ; ນອກຈາກຊຸມສາຍດັ່ງກ່າວແລ້ວ ຍັງມີພວກປ້າຍ, ແຜ່ນໂຄສະນາ ໄດ້ຕິດຫ້ອຍຢູ່ຕາມຫຼັກໄຟເຊັ່ນກັນ, ເບິ່ງແລ້ວແມ່ນບໍ່ສວຍງາມ ລວມທັງເປັນຕົ້ນເຫດຂອງຈຸດເກີດປະກາຍໄຟ ໂດຍສະເພາະກ່ອງສັນຍານ ແລະ ຊຸມສາຍສື່ສານທີ່ມີລະບົບກະແສໄຟຟ້າ ອັນເປັນເຫດທີ່ເກີດໄຟລຸກໄໝ້ຢ່າງລຽນຕິດ ໃນນະຄອນຫຼວງວຽງຈັນ (ນວ) ເຮັດໃຫ້ສັງຄົມ ມີຄວາມແຕກຕື່ນ ຊຶ່ງມີປະຊາຊົນຈຳນວນໜຶ່ງ ກໍເຂົ້າໃຈວ່າ: ເຫດເກີດແມ່ນຍ້ອນ “ໄຟຟ້າ” ແຕ່ຄວາມຈິງແລ້ວມີຄໍາຕອບ ຈາກວິຊາການໄຟຟ້າ ແຕ່ບໍ່ແມ່ນຄໍາແກ້ຕົວ.

ຕາມການລາຍງານ ຂອງພະນັກງານວິຊາການ ຈາກລັດວິສາຫະກິດໄຟຟ້າ ນວ 1 ໄດ້ໃຫ້ຮູ້ໃນວັນທີ 1 ເດືອນເມສາ ວ່າ: ໃນເດືອນມີນາ 2024 ໄດ້ເກີດອຸບັດເຫດໄຟໄໝ້ ຢູ່ຂອບເຂດ ນວ ມີຈໍານວນ 5 ຄັ້ງ ແຕ່ກໍບໍ່ມີເຫດໄຟໄໝ້ອາຄານ, ສໍານັກງານ ແລະ ທີ່ຢູ່ອາໄສຂອງລັດ ແລະ ປະຊາຊົນແຕ່ຢ່າງໃດ ໂດຍລວມແລ້ວເຫດເກີດຈາກໄຟກ່ອງສື່ສານ ຈໍານວນ 3 ຄັ້ງ: ຄັ້ງທີ 1: ຢູ່ 3 ແຍກດົງປ່າແຫຼບ (ບ້ານດົງປ່າແຫຼບ, ເມືອງຈັນທະບູລີ) ແມ່ນໄໝ້ ຢູ່ກ່ອງສື່ສານ ແລ້ວລາມໃສ່ກາບພາກເຂົ້າ ແລະ ອອກ ໝໍ້ນັບໄຟຟ້າ (ສາຍກາບ ເສຍຫາຍ 190 ແມັດ); ຄັ້ງທີ 2: ຢູ່ 3 ແຍກວັດຈອມໄຕ (ບ້ານດົງນາໂຊກ, ເມືອງສີໂຄດ) ແມ່ນໄໝ້ສາຍສາຍສະລິງ ຂອງພວກສື່ສານ ໄປຈຸກັບກະລິບ 0,4 ກວ ໃນນີ້ສາຍກາບເຂົ້າກົງເຕີ້ໄໝ້ ຈໍານວນ 95 ແມັດ; ຕາຂ່າຍ 0,4 ກວ, ສາຍເສຍຫາຍ 40 ແມັດ; ຄັ້ງທີ 3: ຢູ່ 3 ແຍກທົ່ງຂັນຄໍາ ກັບວັດຈີນ (ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ) ໄດ້ເກີດຈາກສາເຫດທໍາມະຊາດ ຍ້ອນຝົນຕົກໄໝ້ໄປຈຸເຮືອນ 0,4 ກວ ແລ້ວລາມໃສ່ສາຍສື່ສານ ໃນນີ້ກົງເຕີ້ໄໝ້ 9 ໜ່ວຍ, ສາຍ 4×10 ຄວາມຍາວ 180 ແມັດ ໄໝ້. ໝໍ້ແປງ ແລະ ເຮືອນຟິວ 22 ກວ ແລະ 0,4 ກວ ໄໝ້; ຄັ້ງທີ 4: ຢູ່ໜ້າຮ້ານເຝີຕົ້ນຕານ (ບ້ານໂພນສະຫວ່າງ ເມືອງໄຊເສດຖາ) ໄໝ້ກ່ອງສື່ສານ ແລ້ວລາມໃສ່ຕາຂ່າຍ 0,4 ກວ ແລະ ກົງເຕີໄໝ້; ສາຍກາບ ແລະ ຕາຂ່າຍ 0,4 ກວ ເສາຍຫາຍ; ຄັ້ງທີ 5: ຢູ່ 4 ແຍກໄຟແດງ ໂພນທັນ (ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ) ເກີດຈາກຟິວ 22 ກວ ເກີດມີປະກາຍໄຟແລ້ວຟົ້ງມາໃສ່ສາຍສື່ສານ.

ຕໍ່ບັນຫາດັ່ງກ່າວເທິງນັ້ນ ສ່ວນໃຫຍ່ມັນໄດ້ເກີດຂຶ້ນໃນຊຸມສາຍເຫຼົ່ານີ້ ກ່ອນອື່ນແມ່ນຍ້ອນເສັ້ນສາຍຂອງລະບົບດັ່ງກ່າວ ເກົ່າແກ່, ຊຸດໂຊມ; ກະໂຕບ໋ອກ ກໍຊໍາລຸດແຮງ ບວກກັບຊຸມສາຍ ມີຈໍານວນຫຼວງຫຼາຍ ໄດ້ຝັ້ນຕິດກັນເປັນປຸ້ມໃຫຍ່ ເຮັດໃຫ້ມີການສຽດສີ ໂດຍສະເພາະຢູ່ໃນໄລຍະ ທີ່ມີອາກາດຮ້ອນອົບເອົ້າແຮງ ຍິ່ງເປັນຊະນວນເກີດໃຫ້ມີໄຟລຸກໄໝ້; ສະນັ້ນ, ມັນມີຄວາມຈໍາເປັນ ທີ່ຈະຕ້ອງໃຫ້ບັນດາຜູ້ປະກອບການ ຫຼື ເຈົ້າຂອງຊຸມສາຍເຫຼົ່ານີ້ ຕ້ອງພ້ອມກັນແກ້ໄຂໂດຍດ່ວນ, ຖ້າບໍ່ດັ່ງນັ້ນ ເຫດການແບບນີ້ ກໍຍິ່ງຈະເພີ່ມຄວາມຮຸນແຮງຍິ່ງຂຶ້ນ ຊຶ່ງມັນຈະນໍາມາເຖິງເຫດການ ທີ່ບໍ່ເພິ່ງປາຖະໜາ ອາດຈະເກີດຂຶ້ນຕໍ່ໄປໃນຕໍ່ໜ້າ.

(ຂ່າວ-ພາບ: ໄຟຟ້າລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments