Tuesday, May 14, 2024
Homeຂ່າວດ່ວນແຈ້ງປະຊາຊົນຢູ່ລຽບຕາມສາຍນ້ຳຄານ ກໍລະນີ ລົດບັນທຸກເຄມີປິ້ນ ຫ້າມລົງນ້ຳຫ້າມເກັບປາເດັດຂາດ

ແຈ້ງປະຊາຊົນຢູ່ລຽບຕາມສາຍນ້ຳຄານ ກໍລະນີ ລົດບັນທຸກເຄມີປິ້ນ ຫ້າມລົງນ້ຳຫ້າມເກັບປາເດັດຂາດ

ຈາກກໍລະນີລົດບັນທຸກເສຍຫຼັກປີ້ນ ເຮັດໃຫ້ສານເຄມີໄຫຼລົງຫ້ວຍ ຢູ່ຂົວບ້ານພູຊ້າງຄຳ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 03 ເມສາ 2024 ເວລາປະມານ 15:30 ໂມງ. ຕອນນີ້ແມ່ນປາຢູ່ຕາມນ້ຳຫ້ວຍເລີ່ມຕາຍ ແລະຟູຂຶ້ນຕາມໜ້ານ້ຳມີປະຊາຊົນຈຳນວນໜຶ່ງທີ່ບໍຮູ້ໄດ້ໄປເກັບເອົາ.

ຕໍ່ເຫດການຄັ້ງນີ້ເຈົ້າໜ້າທີ່ໄດ້ແຈ້ງມາຍັງປະຊາຊົນເຂດດັ່ງກ່າວ ໂດຍສະເພາະນັບແຕ່ບ້ານຫາດຫ່ຽນລົງມາແມ່ນຫ້າມປະຊາຊົນບໍ່ໃຫ້ລົງນ້ຳເປັນອັນຂາດ ເພາະສານເຄມີຈະເຮັດໃຫ້ຕີນມືເປື່ອຍໄດ້, ເຊັ່ນດຽວກັນກັບປາທີ່ຕາຍກໍ່ຫ້າມເກັບມາບໍລິດໂພກ ທັງປາ ແລະນ້ຳແມ່ນຍັງປົນເປື້ອນສານເຄມີ ດັ່ງນັ້ນ, ຜູ້ຢູ່ລຽບຕາມສາຍນ້ຳຄານຂໍໃຫ້ບອກຕໍ່ໆເພື່ອຄວາມປອດໄພຂອງທຸກຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments