Saturday, July 27, 2024
Homeຂ່າວພາຍໃນ9 ເສັ້ນທາງຢູ່ນະຄອນຫຼວງວຽງຈັນ ກຽມຄວາມພ້ອມປັບປ່ຽນທິດທາງການສັນຈອນໃໝ່

9 ເສັ້ນທາງຢູ່ນະຄອນຫຼວງວຽງຈັນ ກຽມຄວາມພ້ອມປັບປ່ຽນທິດທາງການສັນຈອນໃໝ່

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈາກ 3 ຕົວເມືອງໃນນະຄອນຫຼວງວຽງຈັນຄື: ເມືອງສີໂຄດຕະບອງ, ຈັນທະບູລີ, ເມືອງສີສັດຕະນາກ ແລະ ພາກສ່ວນກ່ຽວຂ້ອງໄດ້ຮັບການຝຶກອົບຮົບ ເພື່ອກຽມຄວາມພ້ອມໃນການປັບປ່ຽນທິດທາງ ເສັ້ນທາງການສັນຈອນໃນຕົວເມືອງນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (BRT) ຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສານີ້ ທີ່ໂຮມແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ນວ).

ການຝຶກອົບຮົມຄັ້ງນີ້ ເພື່ອແນໃສ່ໃຫ້ເຈົ້າໜ້າທີ່ທຸກຄົນເຂົ້າໃຈເນື້ອໃນ ແລະ ຄວາມເປັນເອກະພາບກ່ຽວກັບຮູບແບບ, ວິທີການ ແລະ ຂັ້ນຕອນການຈັດຕັ້ງປະຕິບັດການປ່ຽນທິດທາງການສັນຈອນ ຕາມແຈ້ງການຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນໃຫ້ມີປະສິດທິຜົນ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ, ການນໍາສະເໜີແຜນຄຸ້ມຄອງການສັນຈອນ ແລະ ຄາດໝາຍຈັດຕັ້ງປະຕິບັດໃນຕໍ່ໜ້າ.

ທ່ານ ບຸນຍະວັດ ນີຣະໄຊຍ໌ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ຖືເປັນຂີດໝາຍອັນສໍາຄັນທີ່ສຸດ ເພື່ອກະກຽມປັບປ່ຽນລະບົບການຈະລາຈອນຄືນໃໝ່ ແລະ ກຽມພ້ອມສໍາລັບການປ່ຽນໂສມໜ້າໃໝ່ຂອງນະຄອນ ຫຼວງວຽງຈັນ. ພາຍຫຼັງການຝຶກອົບຮົມເຈົ້າໜ້າທີ່ກ່ຽວຂ້ອງ ກໍຄືທຸກຄົນທີ່ເຂົ້າຮ່ວມ ຕ້ອງເຂົ້າໃຈດ້ວຍຄວາມເປັນເອກະພາບ ສາມາດອະທິບາຍໃຫ້ຄອບຄົວ ແລະ ສັງຄົມໄດ້ຢ່າງຖືກຕ້ອງ ເພື່ອບໍ່ໃຫ້ມີຫາງສຽງຈົ່ມວ່າຂອງປະ ຊາຊົນ. ສໍາລັບແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບລົງວັນທີ 27 ກັນຍາ ກ່ຽວກັບການປ່ຽນທິດທາງການສັນຈອນຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ ຊຶ່ງເປັນແຈ້ງການສະບັບທຳອິດ ທີ່ຜັນຂະຫຍາຍແຜນຄຸ້ມຄອງການສັນຈອນ ແລະ ເປັນຂີດໝາຍສໍາຄັນນໍາພາໃຫ້ມີການຝຶກອົບຮົມເຈົ້າໜ້າທີ່ຕຳຫຼວດຈະລາຈອນໃນຄັ້ງນີ້. ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນປະກອບດ້ວຍ 5 ໜ້າວຽກໃຫຍ່ຄື: 1) ສ້າງຕັ້ງ ໜ່ວຍງານຄຸ້ມຄອງການຂົນສົ່ງໃນຕົວເມືອງ; 2) ປັບປຸງຂອດບໍລິການຂົນສົ່ງສາທາລະນະ ແລະ ລະບົບລົດເມ BRT; 3) ລະບົບຄຸ້ມຄອງການສັນຈອນ; 4) ການຈັດສັນບ່ອນຈອດລົດ ແລະ 5) ການຂົນສົ່ງບໍ່ມີເຄື່ອງຈັກ (non-motorized transit).

ແຜນຄຸ້ມຄອງການສັນຈອນ ສ້າງຂຶ້ນເພື່ອຮອງຮັບການພັດທະນາລະບົບຂົນສົ່ງລົດເມ BRT ແລະ ການສ້າງສະຖານີໃຫຍ່ (Transit Mall) ຢູ່ຖະໜົນເສດຖາທິຣາດເລີ່ມແຕ່ສາມແຍກໄຟແດງຂຸນບູລົມ (ວັດອິນແປງ) ເຖິງຮ້ານອາຫານຂອບໃຈເດີໄລຍະທາງ 600 ແມັດ. ດ້ວຍເຫດນັ້ນ, ການສັນຈອນໃນເຂດເມືອງສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກທັງໝົດ 9 ເສັ້ນທາງຕົ້ນຕໍຈຶ່ງຕ້ອງໄດ້ມີການປັບປ່ຽນທິດທາງການສັນຈອນຮັບປະ ກັນຄວາມໂລ່ງລຽນ ແລະ ປອດໄພ. ສໍາລັບ 9 ເສັ້ນທາງທີ່ມີການປ່ຽນແປງທິດທາງສັນຈອນໃໝ່ລວມມີ: ເສັ້ນ ທາງແຄມຂອງຈາກສີ່ແຍກປາກປ່າສັກຮອດທາດຂາວ; ຖະໜົນເຈົ້າຟ້າງຸ່ມຈາກສີ່ແຍກປາກປ່າສັກຮອດທາດຂາວ; ຖະໜົນສີຖານຈາກຖະໜົນເສດຖາທິຣາດຮອດສີ່ແຍກປາກປ່າສັກ; ຖະໜົນຂຸນບູລົມຈາກວົງວຽນແຄມຂອງ ຮອດ ຖະໜົນສາມແສນໄທ; ຖະໜົນເຈົ້າອານຸຈາກຖະໜົນຂຸນບູລົມຮອດເຈົ້າຟ້າງຸ່ມ; ຖະໜົນຟຣານຊິສອິນ ຈາກ ເຈົ້າຟ້າງຸ່ມຮອດຖະໜົນເສດຖາທິຣາດ; ຖະໜົນໜໍ່ແກ້ວຂຸນແມນ ຈາກເຈົ້າຟ້າງຸ່ມຮອດຖະໜົນເສດຖາທິຣາດ; ຖະໜົນແມ່ນທາທຸຣາດ ຈາກເຈົ້າຟ້າງຸ່ມຮອດຖະໜົນເສດຖາທິຣາດ ແລະ ຖະໜົນຕໍ່ໜ້າສະຖານທູດຝຣັ່ງ ຈາກ ຖະໜົນເສດຖາທິຣາດຫາຖະໜົນຄູວຽງ.

ສຳລັບການເລີ່ມຈັດຕັ້ງປະຕິບັດປ່ຽນທິດທາງການສັນຈອນນັ້ນ ແມ່ນຍັງບໍ່ທັນໄດ້ກຳນົດເທື່ອ. ປັດຈຸບັນ, ພະແນກໂຍທາທິການ ແລະ ຂົນສົ່ງ ພວມຂຸ້ນຂ້ຽວປັບປຸງໂຄງລ່າງເສັ້ນທາງ ເປັນຕົ້ນແມ່ນການປູຢາງອາສະຟານ, ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນໃຫ້ສຳເລັດຄົບຊຸດ. ນອກນັ້ນ, ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຍັງຈະໄດ້ສົມທົບກັບພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລົງເຜີຍແຜ່ໂຄສະນາໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments