Sunday, May 19, 2024
Homeທຸລະກິດເປີດງານເທດສະການອາຫານ ລາວ - ເກົາຫຼີ ຄັ້ງທີ I

ເປີດງານເທດສະການອາຫານ ລາວ – ເກົາຫຼີ ຄັ້ງທີ I

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງລາວ, ສະມາຄົມແລກປ່ຽນ ວັດທະນາທໍາ ແລະ ສິນລະປະ ສ ເກົາຫຼີ ໄດ້ຈັດພິທີເປີດງານເທດສະການອາຫານ ລາວ – ສ ເກົາຫຼີ ຄັ້ງທີ I ໃນວັນທີ 3 ເມສາ ຜ່ານມານີ້ ທີ່ ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໃນພິທີ ພ້ອມທັງຕັດແຖບຜ້າໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຈອງຢອງຊູ (Mr. JUNG YUNG SOO) ເອກອັກຄະລັດຖະທູດແຫ່ງ ສ ເກົາຫຼີ ປະຈຳ ລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງເປັນປະທານສະມາຄົມທຸລະກິດແມ່ຍິງລາວ, ພັນລະຍາການນໍາ ພ້ອມດ້ວຍແຂກຖືກເຊີນ.

ໃນພິທີ, ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ຈຸດປະສົງການຈັດງານຄັ້ງນີ້ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມື ແລະ ສ້າງຄວາມສາມັກຄີ ລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ສະມາຄົມນັກທຸລະກິດແມ່ຍິງ ສປປ ລາວ, ສະມາຄົມແລກປ່ຽນວັດທະນາທຳ ແລະ ສີລະປະ ສ ເກົາຫຼີ ໃຫ້ມີບົດບາດອັນໃໝ່ໃນລະດັບສາກົນ, ທັງເປັນການໂຄສະນາຮີດຄອງປະເພນີ ເພື່ອເຊື່ອມສານແລກປ່ຽນວັດທະນາທຳອັນດີງາມ ໃນໂອກາດປີທ່ອງທ່ຽວລາວ 2024. ພ້ອມນີ້, ກໍເພື່ອເຊື່ອມສານແລກປ່ຽນວັດທະນະທໍາ ແລະ ສິລະປະ ຂອງ ສ ເກົາຫຼີ ແລະ ມວນຊົນຊາວລາວໃນຍຸກສະໄໝສິລະປະກໍາ ແລະ ວັດທະນະທຳທີ່ບໍ່ມີພົມແດນ. ພາຍໃນງານຈະມີການວາງສະແດງ ແລະ ຂາຍອາຫານລາວ ທີ່ເປັນອາຫານພື້ນເມືອງ ເປັນເອກະລັກຂອງລາວ, ພືດຜັກຜົນຜະລິດກະສິກໍາປອດສານພິດ ສະອາດ ແລະ ປອດໄພ, ອາຫານລາວປະຍຸກ, ສ່ວນອາຫານ ສ ເກົາຫຼີ ແມ່ນຈະເນັ້ນ ໃສ່ບັນດາທຸລະກິດອາຫານທີ່ດໍາເນີນກິດຈະການຢູ່ລາວ ແລະ ອາຫານທີ່ເປັນເອກະລັກ ຂອງ ສ ເກົາຫຼີ, ພ້ອມນີ້ ກໍຈະມີພໍ່ຄົວສີມືລະດັບສາກົນມາສາທິດການປຸງແຕ່ງອາຫານ. ນອກນັ້ນ, ຍັງມີການວາງຂາຍເຄື່ອງຫັດຖະກຳລາວ, ການສະແດງສິລະປະດົນຕີພື້ນເມືອງລາວ, ສະແດງເຄ-ປອບ (K-pop) ແລະ ສະແດງການເດີນແບບໃນຊຸດເກົາຫຼີ.

ງານເທດສະການອາຫານຄັ້ງນີ້ ມີນັກທຸລະກິດເຂົ້າຮ່ວມທັງໝົດ 65 ຮ້ານ ຊຶ່ງປະກອບມີ ຈາກປະເທດ ສ ເກົາຫຼີ 25 ຮ້ານ ແລະ ຫົວໜ່ວຍທຸລະກິດຈາກ ສປປ ລາວ 40 ຮ້ານ ມາວາງສະແດງອາຫານ, ເຄື່ອງດື່ມ, ຫັດຖະກຳລາວ, ສິນຄ້າໂອດັອບ ແລະ ອື່ນໆ. ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກ່າວວ່າ: ປັດຈຸບັນລັດຖະບານ ກໍຄືກະ ຊວງອຸດສາຫະກຳ ແລະ ການຄ້າ ສຸມຄວາມເອົາໃຈໃສ່ ໃນການສົ່ງເສີມ ການຜະລິດເປັນສິນຄ້າ, ການຜະລິດໃຫ້ໄດ້ຄຸນນະພາບ ເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການໃນຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ, ເທດສະການອາຫານລາວ-ເກົາຫຼີ ກໍເປັນຂະບວນການໜຶ່ງທີ່ສໍາຄັນ ປະກອບສ່ວນໃນການສ້າງຜະລິດຕະພັນ ປະເພດອາຫານ – ເຄື່ອງດື່ມ ນໍາສະເໜີໃຫ້ຜູ້ຊົມໃຊ້ ທັງເປັນການສ້າງໂອກາດ ທາງການຕະຫຼາດ ແລະ ການຂາຍທີ່ເປັນການສົ່ງອອກກັບທີ່. ງານດັ່ງກ່າວ ດໍາເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 3 ຫາ 5 ເມສາ 2024.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments