Home ທຸລະກິດ ສວນພຶກສາ ຈະຈັດຫຼາຍກິດຈະກຳສະຫຼອງບຸນປີໃໝ່ລາວ 2024

ສວນພຶກສາ ຈະຈັດຫຼາຍກິດຈະກຳສະຫຼອງບຸນປີໃໝ່ລາວ 2024

0
24

ບຸນປີໃໝ່ລາວ 2024 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-17 ເມສາ ທີ່ຈະມາເຖິງນີ້, ສວນພຶກສາໄດ້ກຽມຫຼາຍກິດຈະກຳເພື່ອຮອງຮັບນັກທ່ອງທ່ຽວທີ່ຈະມາທ່ອງທ່ຽວຢູ່ສວນດັ່ງກ່າວ. ນອກຈາກກິດຈະຫຼັກຢູ່ພາຍໃນສວນ ເປັນຕົ້ນ ກິດຈະກຳຖ່າຍຮູບ-ຊົມສວນດອກໄມ້, ທ່ຽວຊົມນໍ້າຕົກ, ນຸ່ງເຄື່ອງຊົນເຜົ່າ, ການຮຽນຮູ້ກ່ຽວກັບຢາພື້ນເມືອງ, ຂີ່ສະລິງ, ຂີ່ລົດນຳທ່ຽວ ແລະ ອື່ນໆແລ້ວ, ອັນພົ້ນເດັ່ນແມ່ນຫ້ອງວາງສະແດງບັນດາເຜົ່າ ຊຶ່ງເປັນບ່ອນຮວບ ຮວມປະຫວັດຄວາມເປັນມາຂອງ 50 ຊົນເຜົ່າແຫ່ງທຳອິດໃນ ສປປ ລາວ.

ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມທຸລະກິດລາວຄັ້ງທີ 15 ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 2 ເມສາ ຜ່ານມາວ່າ: ບຸນປີໃໝ່ລາວ 2024 ທີ່ຈະມາເຖິງນີ້, ສວນພຶກສາຈະຈັດໃຫ້ມີຫຼາກຫຼາຍກິດຈະກຳເພື່ອກຽມໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາ ສປປ ລາວ ກໍຄືເຂົ້າມາທ່ຽວຊົມສວນພຶກສາອັນທີ່ພົ້ນເດັ່ນ ແລະ ແປກໃໝ່ຢູ່ພາຍໃນສວນແມ່ນຫ້ອງວາງສະແດງບັນດາເຜົ່າທີ່ຫາກໍເປີດໃຫ້ບໍລິການໃນວັນທີ 22 ມີນາ 2024 ຜ່ານມາເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2024 ເພື່ອເຕົ້າໂຮມຄວາມສາມັກຄີ ຮັກສາວັດທະນະທຳຮີດຄອງປະເພນີຂອງບັນດາເຜົ່າ ທັງເປັນສະຖານທີ່ສຶກສາຮຽນຮູ້ກ່ຽວກັບວັດທະນະທໍາບັນດາເຜົ່າໃຫ້ແກ່ບັນດາຊາວໜຸ່ມ, ເຍົາວະ ຊົນ, ນັກຮຽນ-ນັກສຶກສາທັງແຂກພາຍໃນ ແລະ ຕ່າງປະເທດທີ່ມີຄວາມສົນໃຈກ່ຽວກັບວັດທະນະທຳປະເພນີບັນດາເຜົ່າຕ່າງໆ ຊຶ່ງຫ້ອງວາງສະແດງບັນດາເຜົ່າດັ່ງກ່າວເປັນບ່ອນຮວບຮວມປະຫວັດຄວາມເປັນມາຂອງ 50 ຊົນເຜົ່າແຫ່ງທຳອິດໃນລາວໂດຍໄດ້ສ້າງອາຄານ ແລະ ເຮືອນບັນດາເຜົ່າ. ໃນນັ້ນ, ປະກອບມີຫ້ອງສາຍຮູບເງົາປະຫວັດຄວາມເປັນມາໂດຍຫຍໍ້ຂອງບັນດາເຜົ່າ, ຫ້ອງວາງສະແດງຮູບແຕ້ມ ແລະ ຄວາມເປັນມາຂອງ 50 ຊົນເຜົ່າ, ຫ້ອງວາງ ສະແດງພິທີກຳຕ່າງໆຂອງບັນດາເຜົ່າໃນ 4 ກຸ່ມພາສາ, ວາງສະແດງເຄື່ອງນຸ່ງຂອງຖືທີ່ເປັນເອກະລັກຂອງ 50 ຊົນເຜົ່າ.

ທ່ານ ພູວົງ ພະມີສິດ ຍັງໃຫ້ຮູ້ອີກວ່າ: ສວນພຶກສາໄດ້ເປັນສ່ວນໜຶ່ງໃນການດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ກໍຄືນະຄອນຫຼວງວຽງຈັນຫຼາຍຂຶ້ນ ຊຶ່ງພວກເຮົາໄດ້ມີການການປັບປຸງສະພາບແວດລ້ອມ, ປະ ດັບປະດາ ແລະ ສ້າງສິ່ງໃໝ່ໆຢູ່ພາຍໃນສວນມາໂດຍຕະຫຼອດໂດຍສະເພາະ ສ້າງຫໍວາງສະແດງ 50 ຊົນເຜົ່າ ອັນໄດ້ກາຍເປັນຈຸດຂາຍເອົາການສະແດງວັດທະນະທໍາຊົນເຜົ່າມາເປັນຈຸດເດັ່ນ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາ ເພາະວັດທະນະທໍາມັນເປັນມໍລະດົກທີ່ບໍ່ມີວັນບົກແຫ້ງ ຖ້າເຮົາຫາກນໍາສະເໜີໃຫ້ມີຄວາມໂດດເດັ່ນ ແລະ ສາມາດເຂົ້າເຖິງໄດ້ງ່າຍກໍຈະເປັນທ່າແຮງໜຶ່ງ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາເພີ່ມຂຶ້ນ.

ແຫຼ່ງຂ່າວ: ຂປລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here