Tuesday, May 14, 2024
Homeສຶກສາໂຮງຮຽນໄດ້ສ້າງໂອກາດພັດທະນາ ແກ່ພວກເຮົາ

ໂຮງຮຽນໄດ້ສ້າງໂອກາດພັດທະນາ ແກ່ພວກເຮົາ

ນາງ ມີນາ ກໍຄື ກັບເດັກນ້ອຍລາວທັງຫຼາຍ ຊຶ່ງໃນໄວເດັກ ລາວໄດ້ດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກ. ບັງເອີນມີໂອກາດໄດ້ຍິນວ່າ, ຖ້າໄປຮຽນພາສາຈີນ ຢູ່ຈີນ, ຫຼັງຈາກຮຽນຈົບແລ້ວ ຈະສາມາດຊອກວຽກເຮັດງານທຳທີ່ດີໄດ້. ລາວ ກໍໄດ້ຕັດສິນໃຈ ໄປຮຽນພາສາຈີນ ຢູ່ໂຮງຮຽນຊັ້ນສູງວິຊາຊີບ ເມືອງຫຼ້າ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາແຂວງຢຸນນານ ສປ ຈີນ.

ໃນໄລຍະ ຮຽນຢູ່ໂຮງຮຽນຊັ້ນສູງວິຊາຊີບເມືອງຫຼ້າ, ນາງ ມີນາ ໄດ້ຢືມເງິນນຳໝູ່ແລ້ວ ຊື້ສິນຄ້າຢູ່ຕາມເວັບໄຊ Taobao ຂອງຈີນ, ສົ່ງກັບຄືນປະເທດລາວ ໃຫ້ພີ່ນ້ອງຂາຍຊ່ວຍ. ໃນຂະນະດຽວກັນ, ນາງ ກໍໄດ້ຂາຍຄີມບຳລຸງຜິວຊະນິດໜຶ່ງ ຂອງແຂວງຢຸນນານ, ເລີ່ມສ້າງທຸລະກິດຂອງຕົນ ໄປພ້ອມກັບການຮຽນ ມູນຄ່າຈຳໜ່າຍສິນຄ້າຂອງນາງ ກໍໄດ້ຫຼາຍກວ່າຕົວແທນຈຳໜ່າຍໃນທ້ອງຖິ່ນ. ນາງ ຍິ້ມແລ້ວເວົ້າວ່າ: “ນີ້ເປັນຕົ້ນທຶນກ້ອນທຳອິດສຳລັບຕົນ”. ປີ 2019, ນາງ ໄດ້ຮັບທຶນການສຶກສາສົມບູນຂອງມະຫາວິທະຍາໄລຮວາຊຽວ. ປັດຈຸບັນ, ລາວ ໄດ້ເປັນຕົວແທນຈຳໜ່າຍລາຍໃຫຍ່ຂອງເຄື່ອງສຳອາງ 2 ຍີ່ຫໍ້ຂອງຈີນ ຢູ່ໃນປະເທດລາວ ແລະ ມີຕົວແທນຈຳໜ່າຍ 10 ກວ່າສາຂາ ຢູ່ທ້ອງຖິ່ນຕ່າງໆຂອງລາວ. ນອກນັ້ນ, ຍັງມີຊາວໜຸ່ມລາວຫຼາຍຄົນ ສາມາດປ່ຽນແປງຊີວິດຕົນເອງ ໂດຍຜ່ານຈາກການໄປຮຽນຢູ່ໂຮງຮຽນຊັ້ນສູງວິຊາຊີບເມືອງຫຼ້າເຊັ່ນດຽວກັນກັບນາງມີນາ.

ນາງ ທອງຄຳມີ ທີ່ເຄີຍໄປຮຽນພາສາຈີນຢູ່ໂຮງຮຽນຊັ້ນສູງວິຊາຊີບເມືອງຫຼ້າ ໄດ້ສະໝັກເຂົ້າຮ່ວມຝຶກອົບຮົມເປັນພະນັກງານຢູ່ຕາມທາງລົດໄຟ ລາວ-ຈີນ, ພາຍໃຕ້ການຊີ້ນຳ-ນຳພາ ຢ່າງຈິງຈັງຂອງອາຈານຈີນ, ນາງ ໄດ້ກາຍເປັນຫົວໜ້າປະຈໍາຂະບວນລົດໄຟ ໝາຍເລກຂະບວນລ້ານຊ້າງ ຕາມທາງລົດໄຟ ລາວ-ຈີນ.

ນາງ ດາລີ ເປັນ ຄູສອນຢູ່ໂຮງຮຽນຊັ້ນສູງວິຊາຊີບເມືອງຫຼ້າ ກ່າວວ່າ: “ຂ້າພະເຈົ້າໄດ້ຮຽນຈົບຈາກໂຮງຮຽນຊັ້ນສູງວິຊາຊີບເມືອງຫຼ້າ ໃນປີ 2019. ພາຍຫຼັງຮຽນຈົບແລ້ວ, ຂ້າພະເຈົ້າ ກໍໄດ້ເປັນຄູສອນຢູ່ໂຮງຮຽນແຫ່ງນີ້. ຂ້າພະເຈົ້າຫວັງວ່າ, ຈະສາມາດດໍາລົງຊີວິດຢູ່ກັບໂຮງຮຽນຊັ້ນສູງວິຊາຊີບເມືອງຫຼ້າຕໍ່ໄປ ແລະ ສືບທອດມິດຕະພາບ ລະຫວ່າງປະຊາຊົນສອງຊາດລາວ – ຈີນ”.

ເມື່ອເວົ້າເຖິງໂຮງຮຽນຊັ້ນສູງວິຊາຊີບເມືອງຫຼ້າ, ຊາວໜຸ່ມລາວທີ່ເຄີຍໄດ້ຮັບຜົນປະໂຫຍດທີ່ດີເຫຼົ່ານີ້ ລ້ວນແຕ່ສະແດງຄວາມຮູ້ບຸນຄຸນຕໍ່ໂຮງຮຽນແຫ່ງນີ້ ແລະ ກ່າວວ່າ: “ໂຮງຮຽນແຫ່ງນີ້ ໄດ້ສ້າງໂອກາດການຮ່ຳຮຽນ ແລະ ການພັດທະນາໃຫ້ແກ່ພວກເຮົາ, ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຕໍ່ພີ່ນ້ອງຊາວຈີນທັງຫຼາຍ!”

ເມືອງຫຼ້າ ແຂວງຢຸນນານ ມີສາຍພູ ແລະ ແມ່ນ້ຳຕິດຈອດກັບປະເທດລາວ. ໂຮງຮຽນຊັ້ນສູງວິຊາຊີບເມືອງຫຼ້າ ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມື ແລະ ແລກປ່ຽນດ້ານການສຶກສາກັບຕ່າງປະເທດ. ນັບແຕ່ປີ 2001 ເປັນຕົ້ນມາ, ໂຮງຮຽນດັ່ງກ່າວ ໄດ້ປະກາດຮັບສະໝັກນັກຮຽນລາວ ຊຸດທຳອິດ ມາຮຽນພາສາຈີນຢູ່ໂຮງຮຽນແຫ່ງນີ້ ຊຶ່ງແຕ່ລະຊຸດ ຈະຮຽນເປັນເວລາ 3 ປີ. ນອກຈາກຮຽນພາສາຈີນແລ້ວ, ຍັງໄດ້ຈັດໃຫ້ມີຫຼັກສູດຕ່າງໆ ເຊັ່ນ: ຄອມພິວເຕີ, ການປະຍຸກ ແລະ ສ້ອມແປງລົດ, ການຈໍລະຈອນສິນຄ້າສາກົນ, ທຸລະກິດເອເລັກໂຕຣນິກ, ວິຊາການສວນ, ການທ່ອງທ່ຽວສາກົນ ແລະ ອື່ນໆ ເພື່ອຍົກລະດັບຄວາມຮູ້ ແລະ ສີມືວິຊາການຂອງນັກຮຽນທັງຫຼາຍ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. 20 ກວ່າປີຜ່ານມາ, ໂຮງຮຽນຊັ້ນສູງວິຊາຊີບເມືອງຫຼ້າ ໄດ້ອົບຮົມບົ່ມສ້າງນັກຮຽນລາວ ເກືອບ 3.000 ຄົນ.

ຂ່າວ: Zhang Xuefei, Diao Zhuoda, Zhang Nan, Yang Linkai; ພາບໂດຍ: Cha Wei ບັນນາທິການ: Yang Chunmei

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments