Saturday, July 27, 2024
Homeຂ່າວຕ່າງປະເທດອິນໂດເນເຊຍ ມີຄວາມສ່ຽງດ້ານໄພພິບັດທາງທຳມະຊາດຫລາຍທີ່ສຸດ

ອິນໂດເນເຊຍ ມີຄວາມສ່ຽງດ້ານໄພພິບັດທາງທຳມະຊາດຫລາຍທີ່ສຸດ

ຕາມຂ່າວຈາກຈາກາຕາ, ໜ່ວຍງານຈັດການໄພພິບັດແຫ່ງຊາດ ຂອງອິນໂດເນເຊຍ(BNPB)ເປີດເຜີຍວ່າ: ປັດຈຸບັນ ອິນໂດເນເຊຍ ກາຍເປັນປະເທດ ທີ່ມີຄວາມສ່ຽງ ຈາກໄພພິບັດທາງທຳມະຊາດ ສູງເປັນອັນດັບ 2ຂອງໂລກ ຮອງຈາກ ຟີລິນປິນ ຈາກ 193 ປະເທດ ໃນການລາຍງານ ຄວາມສ່ຽງຂອງໂລກ ປະຈຳປີ2023 ໂດຍມີ ຄະແນນ ດັດຊະນີ ຄວາມສ່ຽງໂລກ 43,5 ຄະແນນ ຈາກທັງໝົດ 100 ຄະແນນ ສ່ວນຟີລິບປິນ ໄດ້ຄະແນນສູງສຸດ 46,86 ຄະແນນ.

ອິນໂດເນເຊຍ ຢູ່ໃນພື້ນທີ່ ເຂດຮ້ອນ ແລະ ຕັ້ງຢູ່ໃນຈຸດ ພົບປະ ລະຫວ່າງ ສອງມະຫາສະມຸດ ແລະ ສອງ ທະວີບ ສົ່ງຜົນໃຫ້ເກີດມີຄວາມສ່ຽງ ດ້ານໄພພິບັດ ເຊັ່ນ: ນ້ຳຖ້ວມ, ແຜນດິນໄຫວ, ດິນເຈື່ອນ ແລະ ສະພາບ ອາກາດ ຮຸນແຮງ ຈຶ່ງເຊີນຊວນ ໃຫ້ຊາວອິນໂດເນເຊຍ ທຸກຄົນເຂົ້າຮ່ວມ ກິດຈະກຳ ວັນພະລັງ ຮັບມື ໄພພິບັດ ທີ່ຈະຈັດຂຶ້ນ ໃນວັນທີ26 ເມສານີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments