Saturday, July 27, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ຈະນຳເຂົ້າໄຟຟ້າຈາກ ສປປ ລາວ 5.000 ເມກະວັດ ພາຍໃນປີ 2030

ສສ ຫວຽດນາມ ຈະນຳເຂົ້າໄຟຟ້າຈາກ ສປປ ລາວ 5.000 ເມກະວັດ ພາຍໃນປີ 2030

ສຳນັກຂ່າວຊິນຮວາຂອງ ສປ ຈີນ ສື່ທ້ອງຖິ່ນຂອງ ສສ ຫວຽດນາມ ລາຍານວ່າ: ສສ ຫວຽດນາມ ຕັ້ງເປົ້ານຳເຂົ້າໄຟຟ້າ ປະມານ 5.000 ເມກາວັດ ຈາກ ສປປ ລາວ ພາຍໃນປີ2030 ຕາມແຜນງານການພັດທະນາດ້ານໄຟຟ້າລະດັບຊາດປະຈຳປີ 2021-2030 ຊຶ່ງອາດດຳເນີນໄປເຖິງ ປີ2050. ການນຳເຂົ້າ ໄຟຟ້າ ອາດເພີ່ມຂຶ້ນ 8.000 ເມກາວັດ ຫາກມີເງື່ອນໄຂທີ່ເອື້ອອຳນວຍ ແລະ ລາຄາສົມເຫດສົມຜົນ.

ແຜນງານຂ້າງເທິງລະບຸວ່າ: ພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ ເປັນພື້ນທີ່ມີຂີດຄວາມສາມາດ ສຳລັບການໃຫ້ບໍລິການ ສົ່ງອອກ ພະລັງງານ ໝູນວຽນ ດ້ວຍຂະໜາດການສົ່ງອອກ ຂອງໂຄງການ ຕັ້ງແຕ່ 5.000-10.000 ເມກາວັດ. ພາຍໃນປີ 2030 ກຳລັງການຜະລິດ ໄຟຟ້າຈາກພະລັງານລົມ ແລະ ພະລັງງານຊີວະມວນ ທັງໝົດ ຂອງ ສສ ຫວຽດນາມ ຈະເປັນ 6.000 ເມກາວັດ, 21.880 ເມກາວັດ ແລະ 1.088 ເມກາວັດ ຕາມລຳດັບ, ໃນຂະນະທີ່ ກຳລັງ ການຜະລິດໄຟຟ້າຈາກ ຂີ້ເຫຍື້ອ ລະດັບ 1.182 ເມກາວັດ ແລະ 2.600 ເມກາວັດ ຈາກພະລັງງານແສງຕາເວັນເທິງຫລັງຄາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments