Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ເຂົ້າຮ່ວມສະຫລອງວັນສ້າງຕັ້ງ ແຂວງເຊກອງ ຄົບຮອບ 40 ປີ

ນາຍົກລັດຖະມົນຕີ ເຂົ້າຮ່ວມສະຫລອງວັນສ້າງຕັ້ງ ແຂວງເຊກອງ ຄົບຮອບ 40 ປີ

ພິທີໂຮມຊຸມນຸມໃຫຍ່ສະຫລອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ (14/4/1984-14/4/2024) ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນວັນທີ 4 ເມສາ 2024 ນີ້, ຢູ່ສະໜາມກິລາແຂວງເຊກອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ; ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີກຳມະການສູນກາງພັກ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງຂອງ ສປປ ລາວ, ສສ ຫວຽດນາມ, ກົງສູນໃຫຍ່ ສສ ຫວຽດນາມ, ກົງສູນໃຫຍ່ຣາຊະນາຈັກກຳປູເຈຍ ປະຈຳນະຄອນປາກເຊ, ອະດີດການນໍາ, ພະນັກງານປະຕິວັດອາວຸໂສບໍານານ, ຜູ້ຊົງຄຸນວຸທິ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ, ພະນັກງານ, ສະມາຊິກພັກ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດປະຊາຊົນບັນດາເຜົ່າແຂວງເຊກອງ ເຂົ້າຮ່ວມ.

ທ່ານ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເຈົ້າແຂວງເຊກອງ ກ່າວວ່າ: ມື້ນີ້ຄະນະພັກ, ອົງການປົກຄອງ, ສະພາປະຊາຊົນແຂວງ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງເຊກອງ ໄດ້ຈັດພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14/4/1984-14/4/2024) ຂຶ້ນຢ່າງສະຫງ່າຜ່າເຜີຍບົນດິນແດນວິລະຊົນຄົນອາດຫານ. ກ່ອນນີ້ 40 ປີ ເຊກອງເປັນເຂດພູດອຍຫ່າງໄກສອກຫລີກທີ່ສຸດຂອງປະເທດ, ປະຊາຊົນຍັງມີແນວຄິດຄອງເດີມ, ການເຊື່ອຖືງົມງວາຍ, ພະນັກງານ-ລັດຖະກອນຍັງຂາດເຂີນທັງປະລິມານ ແລະ ຄຸນນະພາບ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມບໍ່ທັນມີຫຍັງ, ເສັ້ນທາງຄົມມະນາຄົມທາງບົກສຸດທີ່ຫຍຸ້ງຍາກທຸລະກັນດານ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າຫຍຸ້ງຍາກຝືດເຄືອງທີ່ສຸດ ແລະ ຂຶ້ນກັບທໍາມະຊາດ 100%, ແຕ່ດ້ວຍຈິດໃຈຟົດຟື້ນປະຕິວັດ, ຄວາມຮັກຊາດຮັກລະບອບໃໝ່, ຮັກຄວາມເປັນເອກະລາດອັນແຮງກ້າ, ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ-ລັດຖະບານ ກໍຄື ຄະນະພັກ, ອໍານາດການປົກຄອງແຂວງແຕ່ລະສະໄໝ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກກັບອຸປະສັກນາໆປະການ ແລະ ທັງເປັນການທົດສອບອັນຂ້ຽວຂາດສັບສົນທີ່ນັບບໍ່ຖ້ວນ; ໃນ 40 ປີແຫ່ງການບຸກບືນສູ້ຊົນ ໂດຍມີມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IV-X ເປັນເຂັມຊີ້ທິດເຍືອງທາງ ເຊິ່ງເຮັດໃຫ້ແຂວງພວກເຮົາໄດ້ຮັບການສ້າງສາພັດທະນາເປັນກ້າວໆ, ເຮັດໃຫ້ໂສມໜ້າຂອງແຂວງເຊກອງ ມີການປ່ຽນແປງອັນໃຫຍ່ຫລວງໃນຫລາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນກໍາລັງກອງຫລອນ, ປກສ ບ້ານ ໄດ້ຮັບການປັບປຸງ, ບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ໄດ້ຮັບການສ້າງຂຶ້ນໄປພ້ອມໆກັບການຍົກປະລິມານ ແລະ ຄຸນນະພາບຂອງກຳລັງທ້ອງຖິ່ນ ເຊິ່ງສາມາດທັບມ້າງກົນອຸບາຍຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກໄດ້ຢ່າງສິ້ນເຊີງ ແລະ ຮັບປະກັນໃຫ້ແຂວງມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມໂດຍພື້ນຖານ ແລະ ໜັກແໜ້ນຂຶ້ນເທື່ອລະກ້າວ.

ຈາກການພ້ອມກັນຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫລັກການຂອງພັກ, ເຮັດໃຫ້ການສ້າງສາພັດທະນາເສດຖະກິດ-ສັງຄົມກ້າວສູ່ຄຸນນະພາບໃໝ່, ພວກເຮົາໄດ້ຫັນປ່ຽນຈາກການທໍາມາຫາກິນແບບທໍາມະຊາດ ໄປສູ່ການຜະລິດສິນຄ້າເທື່ອລະກ້າວ, ເສດຖະກິດຂອງແຂວງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຮັດໃຫ້ການຈັດເກັບລາຍຮັບງົບປະມານ ແຫ່ງລັດ ເພີ່ມຂຶ້ນຕາມລຳດັບໃນແຕ່ລະປີ, ບັນດາພື້ນຖານໂຄງລ່າງເສດຖະກິດໄດ້ຮັບການປັບປຸງແກ້ໄຂ ແລະ ກໍ່ສ້າງໃໝ່ເປັນຈຳນວນຫລາຍ. ປັດຈຸບັນ, ມີເສັ້ນທາງໄປເຖິງທຸກເມືອງ, ທຸກບ້ານ, ມີລະບົບໄຟຟ້າໃຊ້ທັງ 4 ເມືອງ ແລະ ມີ 18.832 ຄອບຄົວ, ມີ 164 ບ້ານ ໄດ້ຊົມໃຊ້ໄຟຟ້າ; ການລົງທຶນຂອງລັດຂົງເຂດພື້ນຖານໂຄງລ່າງ (ເສັ້ນທາງຄົມມະນາຄົມ, ສຳນັກງານຫ້ອງການ, ຂົງເຂດສຶກສາ, ສາທາລະນະສຸກໄດ້ຮັບການກໍ່ສ້າງໃໝ່ຈຳນວນຫລວງຫລາຍ), ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດນັບມື້ເພີ່ມຂຶ້ນ ເປັນຕົ້ນແມ່ນການລົງທຶນ ດ້ານພະລັງງານໄຟຟ້ານ້ຳຕົກຫ້ວຍລຳພັນໃຫຍ່, ຫ້ວຍລຳພັນຕອນລຸ່ມ, ເຊກະໝານ 3, ນຳ້ອີ່ມູນ, ຫ້ວຍລະແງ ລວມກຳລັງຕິດຕັ້ງ 538 MW ແລະ ໂຄງການກໍ່ສ້າງໄຟຟ້າພະລັງງານລົມເມືອງດາກຈຶງ 600 MW ປັດຈຸບັນປະຕິບັດໄດ້ຫລາຍກວ່າ 50%, ໂຄງການຂຸດຄົ້ນປຸງແຕ່ງແຮ່ຖ່ານຫີນຂອງບໍລິສັດພອນສັກ ແລະ ໂຄງການອື່ນໆກຳລັງລົງມືຈັດຕັ້ງປະຕິບັດ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫລາຍບ້ານດີຂຶ້ນ; ຄວາມທຸກຍາກຂອງປະຊົນໄດ້ຮັບການແກ້ໄຂນັບມື້ດີຂຶ້ນ, ມີຫລາຍບ້ານ, ຫລາຍຄອບຄົວ ໄດ້ກາຍເປັນຕົວແບບດ້ານການຜະລິດເປັນສິນຄ້າ, ຕົວແບບຢຸດຕິການຖາງປ່າເຮັດໄຮ່ຫັນມາເຮັດນາ ແລະ ເຮັດສວນ. ໃນເວລາຕັ້ງແຂວງໃໝ່ມີເນື້ອທີ່ນາພຽງ 100 ກວ່າເຮັກຕາ, ແຕ່ມາຮອດປັດຈຸບັນເນື້ອທີ່ນາທົ່ວແຂວງເພີ່ມຂຶ້ນເປັນ 11.224 ເຮັກຕາ ແລະ ກາເຟ 10.907 ເຮັກຕາ.

ຂົງເຂດວັດທະນາທຳ-ສັງຄົມ ໂດຍສະເພາະພື້ນຖານໂຄງລ່າງການສຶກສາ ແລະ ສາທາລະນະສຸກ ໄດ້ຮັບການຂະຫຍາຍຕົວອອກສູ່ຊົນນະບົດ, ເຮັດໃຫ້ ຫລາຍບ້ານ ແລະ ກຸ່ມບ້ານມີໂຮງຮຽນ ແລະ ສຸກສາລາປະຈຳບ້ານ, ປັດຈຸບັນ ທົ່ວແຂວງມີໂຮງຮຽນ 306 ແຫ່ງ ທຽບໃສ່ກ່ອນການສ້າງຕັ້ງແຂວງເພີ່ມຂຶ້ນ 140 ແຫ່ງ, ມີໂຮງໝໍ 36 ແຫ່ງ ທຽບໃສ່ປີ 1984 ເພີ່ມຂຶ້ນ 32 ແຫ່ງ; ວັດທະນາທຳ-ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ໄດ້ຮັບການອະນຸລັກ, ສົ່ງເສີມ ແລະ ພັດທະນານັບມື້ດີຂຶ້ນ, ໄດ້ສ້າງຫລັກເມືອງ ແລະ ອະນຸສາວະລີອົງແກ້ວ ເຊິ່ງເປັນການຍົກສູງຄຸນຄ່າຂອງບັນພະບູລຸດລາວ ກໍຄື ຂອງຊາວແຂວງເຊກອງວິລະຊົນ; ການປະຕິບັດນະໂຍບາຍຕອບບຸນແທນຄຸນພະນັກງານອາວຸໂສປະຕິວັດ, ຜູ້ມີຜົນງານ, ຄຸນງາມຄວາມດີຕໍ່ການປະຕິວັດຊາດ ໄດ້ຮັບການເອົາໃຈໃສ່ປະຕິບັດຢ່າງຕໍ່ເນື່ອງ. ຂົງເຂດນິຕິບັນຍັດ-ຕຸລາການ ໄດ້ຮັບການເອົາໃຈໃສ່ພັດທະນາຢ່າງເປັນລະບົບ ເຮັດໃຫ້ມີການຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບ.

ວຽກງານພັກ-ພະນັກງານ ໄດ້ຮັບການເອົາໃຈໃສ່ ແລະ ຂະຫຍາຍຕົວເພີ່ມຂຶ້ນ ທົ່ວແຂວງມີ 533 ຮາກຖານພັກ, ມີ 477 ໜ່ວຍພັກ, ຄະນະພັກຮາກຖານ 56 ຄະນະພັກ, ການບໍາລຸງສ້າງພະນັກງານດ້ານທິດສະດີ ແລະ ວິຊາສະເພາະຢູ່ພາຍໃນ ແລະ ຕ່ງປະເທດ ໄດ້ເພີ່ມຂຶ້ນ ແລະ ມີຄຸນນະພາບ, ປັດຈຸບັນ ມີພະນັກງານທັງໝົດ 4.782 ຄົນ, ຍິງ 2.009 ຄົນ ມີທັງປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ. ຄະນະພັກ-ອົງການປົກຄອງແຂວງ ໄດ້ປະຕິບັດແນວທາງການຕ່າງປະເທດຂອງພັກ-ລັດວາງ ອອກແຕ່ຫົວທີ ໂດຍໄດ້ພົວພັນຮ່ວມມືກັບຕ່າງປະເທດ ເປັນຕົ້ນແຂວງກວາງນາມ-ດາໜັງ ສສ ຫວຽດນາມ ໂດຍຍຶດ ໝັ້ນຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດ, ແຂວງໄດ້ເປີດກວ້າງການພົວພັນຮ່ວມມືກັບບັນດາແຂວງຂອງ ສສ ຫວຽດນາມ ນັບມື້ເພີ່ມຂຶ້ນ. ພິເສດ, ສອງຝ່າຍແກ້ໄຂການຕັ້ງຖິ່ນຖານ-ພູມລຳເນົາ ແລະ ແຕ່ງດອງບໍ່ຖືກຕ້ອງລຽບຕາມຊາຍແດນ ລາວ-ຫວຽດນາມ ໄດ້ໂດຍພື້ນຖານ ແລະ ສຳເລັດການປັກຫລັກໝາຍຖີ່ຊາຍແດນ ລະຫວ່າງ ລາວ-ຫວຽດນາມ, ພ້ອມທັງໄດ້ເປັນເຈົ້າສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ການຊອກຄົ້ນອັດຖິຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫລະຊີວິດໃນປາງສົງຄາມຢູ່ແຂວງເຊກອງໄດ້ຫລາຍສິບອັດຖິ.

ທ່ານ ເຫລັກໄຫລ ສີວິໄລ ກ່າວຕື່ມວ່າ: 40 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງພວກເຮົາ ໄດ້ຢັ້ງຢືນຢ່າງພົ້ນເດັ່ນທີ່ສຸດ ຄືສາມາດຜ່ານພົ້ນຄວາມຫຍຸ້ງຍາກ ແລະ ການທົດສອບອັນລະອິດລະອ້ຽວ ແລະ ຍາດ ໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ສໍາຄັນຫລາຍ ອັນຕົ້ນຕໍແມ່ນຍ້ອນປະຊາຊົນບັນດາເຜົ່າທຸກຊັ້ນຄົນ ມີຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ, ຮ່ວມແຮງ, ຮ່ວມໃຈກັນເຊີດຊູຈິດໃຈຮັກຊາດ, ຮັກລະບອບໃໝ່ ກໍຄືນໍ້າໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພາຍໃຕ້ການນໍາພາຂອງພັກ. ຂະນະດຽວກັນ ກໍແມ່ນໄລຍະທາງທີ່ສະຫງ່າລາສີ ແຫ່ງຄວາມບຸກບືນສູ້ຊົນ ແລະ ຍອມເສຍສະຫລະອັນສູງສົ່ງ ເຊິ່ງໄດ້ຮັບຜົນສຳເລັດອັນເປັນໜ້າຊື່ນຊົມຍິນດີເປັນຢ່າງຍິ່ງ, ມັນໄດ້ເຮັດໃຫ້ການພັດທະນາສ້າງສາແຂວງພວກເຮົາມີທ່ວງທ່າເຂັ້ມແຂງ ແລະ ມີໃບໜ້າໃໝ່ຂຶ້ນເລື້ອຍໆ ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດ ກໍຄື ແຂວງເຊກອງພວກເຮົາ ເພື່ອຄວາມຮັ່ງມີ ຜາສຸກຂອງປະຊາຊົນ, ສັງຄົມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ປາກົດຜົນເປັນຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments