Thursday, May 16, 2024
Homeຂ່າວການເມືອງສ້າງຄວາມຮັບຮູ້ວຽກງານເສດຖະກິດດີຈິຕອນ

ສ້າງຄວາມຮັບຮູ້ວຽກງານເສດຖະກິດດີຈິຕອນ

ໃນລະຫວ່າງວັນທີ 04-05 ເມສາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ, ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ຈັດສຳມະນາສ້າງຄວາມຮັບຮູ້ໃນວຽກງານເສດຖະກິດດິີຈິຕອນ ໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເປັນກຳມະການຂອງ ກສຕສ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ມີຮອງປະທານກຳມາທິການຂອງສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານຄະນະ ສສຊ ປະຈຳເຂດດລືອກຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ ກໍເພື່ອເປັນການຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດີຈິຕອນແຫ່ງຊາດ 5 ປີ (2021-2025); ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານຫັນເປັນດີຈິຕອນຂອງ ສປປ ລາວ ໃຫ້ແກ່ບັນດາສສຊ; ຮັບຟັງການລາຍງານກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດີຈິຕອນແຫ່ງຊາດ 5 ປີ, ລາຍງານກ່ຽວກັບລະບົບການບໍລິຫານລັດດ້ວຍເອເລັກໂຕຣນິກ (E-Government) ແລະ ການຫັນເປັນລັດຖະບານດີຈິຕອນ (Digital Government), ການເຂົ້າເຖິງເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານທີ່ທັນສະໄໝ (ICTs).

ໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ມີຄຳເຫັນວ່າ: ໂລກຂອງເຮົາໃນປັດຈຸບັນ, ໄດ້ມີການພັດທະນາດ້ານເຕັກໂນໂລຊີຢ່າງກ້າວກະໂດດ ແລະ ຫລາຍປະເທດໃນໂລກ ກໍມີຄວາມພ້ອມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳຍຸກທີ 4 ເຊິ່ງຄວາມສຳຄັນຂອງການພັດທະນາດັ່ງກ່າວ ແມ່ນການພັດທະນາເຕັກໂນໂລຊີດີຈິຕອນເພື່ອນຳໃຊ້ເຂົ້າໃນທຸກຂະແໜງການ ເປັນການເຊື່ອມໂຍງ, ເຊື່ອມຈອດ ແລະ ການຕິດຕໍ່ພົວພັນຊື້-ຂາຍຢ່າງບໍ່ມີພົມແດນ ເຊິ່ງຫລາຍປະເທດໃນໂລກ ກໍໄດ້ນຳໃຊ້ເຕັກໂນໂລຊີປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຕົນ ໃຫ້ຂະຫຍາຍຕົວຢ່າງເຂັ້ມແຂງ. ໃນໄລຍະຜ່ານມາ, ລັດຖະບານ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍນິຕິກຳທີ່ກ່ຽວຂ້ອງ ເປັນຕົ້ນກົດໝາຍທີ່ຕິດພັນກັບເຕັກໂນໂລຊີ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈິຕອນ ເຊິ່ງສະພາແຫ່ງຊາດກໍໄດ້ອອກມະຕິວ່າດ້ວຍການຮັບຮອງເອົາວິໄສທັດການພັດທະນາເສດຖະກິດ ດີຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ເພື່ອປະກອບສ່ວນ ເຂົ້າໃນການດັດປັບໂຄງສ້າງເສດຖະກິດຂອງປະເທດເຮົາ ໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ ເປັນການເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງປະເທດເຮົາ ດ້ວຍການນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ຕິດພັນກັບການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອກະກຽມຄວາມພ້ອມຮອບດ້ານໃນການນຳເອົາປະເທດຂອງພວກເຮົາຫລຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາ.

ກອງປະຊຸມໄດ້ຮັບຟັງຄວາມສຳຄັນ ແລະ ຄວາມຈຳເປັນການຫັນເປັນດີຈິຕອນຂອງ ສປປ ລາວ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດີຈິຕອນແຫ່ງຊາດ 5 ປີ, ການແບ່ງຄວາມຮັບຜິດຊອບລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດີຈິຕອນ 5 ປີ, ລະບົບການບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ການຫັນເປັນລັດຖະບານດີຈິຕອນ, ການເຂົ້າເຖິງເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານທີ່ທັນສະໄໝ, ບາງບົດຮຽນຂອງການຫັນເປັນດີຈິຕອນຂອງ ສສ ຫວຽດນາມ ແລະ ສິ່ງທີ່ມີຄວາມພ້ອມທີ່ສາມາດເຮັດຢູ່ ສປປ ລາວ, ບາງບົດຮຽນຂອງຕ່າງປະເທດກ່ຽວກັບການພັດທະນາເສດຖະກິດດີຈິຕອນ, ການຫັນເປັນດີຈິຕອນຂອງແຮ່ຫາຍາກ.

ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ຂ່າວ-ພາບ: ສອນສັກ ວັນວິໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments