Saturday, July 27, 2024
Homeຂ່າວໜ້າໜຶ່ງເຊກອງ ເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້

ເຊກອງ ເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້

ແຫລ່ງຂ່າວຈາກ າວຈາກແຂວງເຊກອງ ຫ້ຮູ້ວ່າ: ວັນທີ 4 ເມສາ 2024 ທີ່ບ້ານດາກປຳ ເມືອງດາກຈຶງ ແຂວງເຊກອງ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ເຫລັກໄຫບ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍບັນດາລັດຖະມົນຕີ ແລະ ແຂກພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ໂດຍພາຍໃຕ້ການຊີ້ນໍາ-ບັນຊາ ຂອງປະທານ ຄຳໄຕ ສິພັນດອນ.

ທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ຫົວໜ້າຄະນະຮັບຜິດຊອບໂຄງການພື້ນຟູບູລະນະຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ລາຍງານວ່າ: ໃນການເຄື່ອນໄຫວເຮັດການປະຕິວັດ ຂອງປະທ່ານ ຄຳໄຕ ສີພັນດອນ ຢູ່ເມືອງດາກຈຶງ ແມ່ນຈຸດເລີ່ມຕົ້ນຂອງການປະຕິວັດລາວໃຕ້ ໂດຍປະທ່ານ ຄຳໄຕ ສີພັນດອນ ທີ່ເຄົາລົບຮັກເປັນຜູ້ກໍ່ຕັ້ງນຳພາ ຮ່ວມກັບຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫລະທຸກສິ່ງຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ຄຽງບ່າຄຽງໄຫລ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆ ຈັດຕັ້ງນໍາພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍຄືພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ເພິ່ນໄດ້ຮັບການມອບໝາຍຫລາຍໜ້າທີ່ສໍາຄັນຈາກປະຊາຊົນ, ຈາກຜູ້ແທນລັດ ຖະບານລາວອິດສະຫລະປະຈໍາເຂດໃຕ້ລາວຄື: ເປັນປະທານຄະນະກໍາມະການຕໍ່ຕ້ານເຂດກາງ, ເປັນກໍາມະການສູນກາງແນວລາວອິດສະຫລະ ແລະ ແນວລາວຮັກຊາດ, ເປັນກໍາມະການສູນກາງພັກ; ໄດ້ຮັບການປະດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນປັດຈຸບັນ; ເປັນກໍາມະການກົມການເມືອງສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດ ຖະມົນຕີ ແລະ ເລຂາທທິການສູນກາງພັກ (ຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ), ປະທານ ຄໍາໄຕ ສີພັນດອນ ໄດ້ຈັດຕັ້ງຄະນະກໍາມະການຕໍ່ຕ້ານເຂດພາກໃຕ້ໃນປີ 1948 ເຖິງປີ 1949 ໂດຍສ້າງເປັນເຂດທີ່ໝັ້ນຢູ່ເຂດບ້ານດາກປຳ ເມືອງດາກຈຶງ ແຂວງເຊກອງ ເປັນພື້ນທີ່ຍຸດທະສາດໃນການຕໍ່ຕ້ານ, ໄດ້ສ້າງເງື່ອນໄຂໃຫ້ການຕໍ່ຕ້ານຢູ່ເຂດໃຕ້ຂະຫຍາຍຕົວ ຢ່າງໄວວາ ແລະ ໄດ້ຮັບໄຊຊະນະ (ອໍານາດການປົກຄອງເກົ່າໄດ້ຖືກລົບລ້າງ), ອໍານາດການປົກຄອງໃໝ່ຂັ້ນບ້ານ, ຕາແສງ ແລະ ເມືອງໄດ້ຮັບການສ້າງຕັ້ງຂຶ້ນຄື: ຕາແສງຊຽງຫລວງ, ຕາແສງຕາຕື ແລະ ຕາແສງອາຢູນ ເພື່ອນໍາພາການຕໍ່ສູ້ກູ້ຊາດດ້ວຍຫລາຍວິທີ ແລະ ຫລາຍຮູບແບບເຊັ່ນ: ນໍາໃຊ້ຮູບແບບທາງດ້ານການເມືອງໄດ້ນໍາໃຊ້ວິທີ 3 ຈື່ 4 ບໍ່ ແລະ ທາງດ້ານການທະຫານ ໂດຍສ້າງກໍາລັງປ້ອມໝັ້ນສູ້ລົບຕິດລຽນ ໃນແຕ່ລະຕາແສງ ໃນນັ້ນມີກອງຫລອນ 30 ທ່ານ; ໄດ້ແຕ່ງຕັ້ງຜູ້ບັນຊາ 3 ທ່ານຄື: ທ່ານ ຢວນ (ບ້ານເປັງຢາ) ເປັນຫົວໜ້າ, ທ່ານ ເນື້ອດ (ບ້ານດາກບອງ) ເປັນຮອງ ແລະ ທ່ານ ບຣຶດ (ບ້ານດາກເຊງ) ເປັນຄະນະ; ການເຄື່ອນໄຫວຕໍ່ສູ້ແຕ່ລະໄລຍະ ໂດຍພາຍໃຕ້ການນໍາພາ ຂອງປະທານ ຄໍາໄຕ ສີພັນດອນ ສາມາດສະກັດກັ້ນ ໂດຍການປຸກລະດົມປະຊາຊົນບ້ານມາເປັນກອງຫລອນບ້ານ, ສ້າງອາວຸດບູຮານຟື້ນເມືອງທີ່ຜະລິດດ້ວຍຫົວ ຄິດປະດິດສ້າງພູມປັນຍາຂອງທ້ອງຖິ່ນເຊັ່ນ: ຫອກ, ຫລາວ, ດາບ, ງ້າວ, ໜ້າໜ້ອງ ແລະ ອື່ນໆ ເຊິ່ງສາມາດຕີຈັກກະພັດລ່າເມືອຂຶ້ນແບບເກົ່າຕາຍ 14 ບັກ.

ໃນໄລຍະການຕໍ່ສູ້ກູ້ຊາດຕ້ານຈັກກພັດລ່າເມືອງຂຶ້ນແບບໃໝ່ ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດຢູ່ເມືອງດາກຈຶງ ເຊິ່ງເວລາໃດກໍໜັກແໜ້ນທາງດ້ານການເມືອງ, ສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ; ເລີ່ມຈາກພະນັກງານທໍາມະດາກາຍເປັນຜູ້ຊີ້ນໍາ- ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ທັງໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດໄດ້ຮັບຜົນສໍາເລັດໃນຫລາຍດ້ານ ໂດຍ ເຫັນໄດ້ຄວາມສຳຄັນອັນໃຫຍ່ຫລວງທາງປະຫວັດສາດດັ່ງກ່າວ, ພັກ-ລັດຖະບານ ກໍຄື ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຈຶ່ງໄດ້ຟື້ນຟູບູລະນະ ແລະ ກໍ່ສ້າງມາແຕ່ເດືອນສິງຫາ 2023 ຮອດວັນທີ 4 ເມສາ 2024 ຈຶ່ງສຳເລັດ ເຊິ່ງມີມູນຄ່າໃນເບື້ອງຕົ້ນ 1.689 ລ້ານກີບ. ໃນນັ້ນ, ກໍ່ສ້າງເຮືອນພັກ ຂອງປະທານ ຄຳໄຕ ສີພັນດອນ, ເຮືອນພັກທະຫານລາວ-ທະຫານຫວຽດນາມ, ປ້ອມຍາມ, ປ້າຍຊີວະປະຫວັດ ຂອງທ່ານ ປະທານ ຄໍາໄຕ ສີພັນດອນ, ປ້າຍບອກທາງ, ເສັ້ນທາງ-ຂົວຈົມເຂົ້າຈຸດຖານທີ່ໝັ້ນ ແລະ ຫ້ອງນໍ້າ.

ທ່ານ ຄໍາສອນ ກອນເຍີ ກ່າວຕື່ມວ່າ: ເຖິງວ່າການບູລະນະກໍ່ສ້າງໄດ້ສຳເລັດຫລາຍກິດຈະກຳ, ແຕ່ເພື່ອສືບຕໍ່ພັດທະນາສະຖານທີ່ແຫ່ງນີ້ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດຂອງພາກໃຕ້ລາວທີ່ໂດດເດັ່ນສວຍງາມ. ຄະນະພັກ, ອົງການປົກຄອງແຂວງ ກໍຄື ເມືອງ ແລະ ບ້ານ ຈະສຸມໃສ່ພັດທະນາພື້ນຖານໂຄງລາງ ເປັນຕົ້ນ ເຮືອນພັກ, ເຮືອນຄົວ ແລະ ລະບົບເສັ້ນທາງ, ໄຟຟ້າ, ນ້ຳປະປາ. ນອກນັ້ນ, ສຸມໃສ່ພັດທະນາກະສິກຳ, ປູກຕົ້ນໄມ້ໃຫ້ໝາກ, ດອກໄມ້ປະດັບ ແລະ ການບູລະນະປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຂຽວງາມ ສາມາດເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງດາກຈຶງ ແຂວງເຊກອງ ຫລາຍຂຶ້ນໃນອະນາຄົດ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນວ່າ: ການເປີດຖານທີ່ໝັ້ນຂອງປະທານ ຄໍາໄຕ ສີພັນດອນ ເທື່ອນີ້ ແມ່ນມີຄວາມໝາຍສໍາຄັນຫລາຍ ເພາະເປັນມູນເຊື້ອອັນດີງາມຂອງທ່ານ ແລະ ເປັນເຂດອານຸລັກປົກປັກຮັກສາ ແລະ ພັດທະນາຮ່ອງຮອຍປະຫວັດສາດການປະຕິວັດຂອງຜູ້ນໍາລາວໃຕ້ ສະໄໝຕໍ່ສູ້ກັບຈັກກະພັດ ຜູ້ຮຸກຮານທີ່ມາຮຸກຮານລາວພວກເຮົາໃນເມື່ອກອ່ນ ເພື່ອໃຫ້ຮຸ່ນລູກ-ຮຸ່ນຫລານໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງເປັນບ່ອນສືກສາອົບຮົບໃຫ້ພະນັກງານ, ສະມາຊິກພັກ, ທະຫານ-ຕໍາຫລວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ກໍຄຶຊາວລາວທົ່ວປະເທດ ຮັບຮູ້ເຊື່ອມຊຶມກໍາແໜ້ນທາດແທ້ວິລະກໍາ ອັນອົງອາດກ້າຫານ, ທົນທານໜ້ຽວແໜ້ນ, ຕໍ່ສູ້ຢ່າງທໍ່ລະຫົດ ແລະ ຮັບໄຊະນະຂອງກໍາລັງປະກອບອາວຸດທ້ອງຖິ່ນ ຕະຫລອດໄລຍະເຮັດການປົດປ່ອຍຊາດ ກໍຄຶ ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນແຕ່ລະໄລຍະ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments