Saturday, July 27, 2024
Homeຂ່າວຕ່າງປະເທດໂຮງຮຽນໃນ ຟີລິບປິນ ຫັນປ່ຽນຮຽນອອນລາຍ ເກືອບ 4.000 ແຫ່ງ

ໂຮງຮຽນໃນ ຟີລິບປິນ ຫັນປ່ຽນຮຽນອອນລາຍ ເກືອບ 4.000 ແຫ່ງ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 3 ເດືອນເມສາ, ກະຊວງສຶກສາທິການຂອງ ຟີລິບປິນ ເປີດເຜີຍວ່າ: ໂຮງຮຽນ ທົ່ວປະເທດ ຈຳນວນ 3.954 ແຫ່ງ ໄດ້ປັບປ່ຽນ ການຮຽນ-ການສິດສອນ ໂດຍຜ່ານທາງອອນລາຍ ເພື່ອປົກປ້ອງ ນັກຮຽນ ຈາກ ດັດສະນີຄວາມຮ້ອນ ເພີ່ມສູງຂື້ນ ທ່ານກາງ ສະພາບອາກາດ ຮ້ອນອົບເອົ້າໃນ ປັດຈຸບັນ.

ໃນຂະນະທີ່ ໂຮງຮຽນ ຫລາຍແຫ່ງໄດ້ ຢຸດຕິການຮຽນ ການສອນ ໃນຊັ້ນຮຽນ ແບບປົກກະຕິ ເພື່ອນັກຮຽນ ສາມາດ ຮຽນຢູ່ເຮືອນ ເພື່ອບໍ່ຕ້ອງ ເດີນທາງ ໄປຮຽນ ຢູ່ໂຮງຮຽນ ແລະ ບໍ່ຕ້ອງຜະເຊີນກັບ ອາກາດຮ້ອນ , ໂດຍໂຮງຮຽນ ດັ່ງກ່າວ ຢູ່ໃນ 11 ພາກພື້ນ ເຊັ່ນ: ນະຄອນ ມະນິລາ ມີນັກຮຽນ ຫລາຍກວ່າ 1,3 ລ້ານຄົນ. ກະຊວງ ສາທາລະນະສຸກ ຂອງ ຟີລິບປິນ ປະກາດເຕືອນ ສາທາລະນະຊົນ ລະວັງ ອາກາດ ທີ່ກ່ຽວຂ້ອງກັບ ອາກາດຮ້ອນ ຮຸນແຮງ ເປັນເວລາດົນນານ ເພີ່ມຄວາມສ່ຽງ ເປັນພະຍາດ ລົມແດດ (heat stroke) ທີ່ ເຮັດໃຫ້ ໝົດສະຕິ ຊຶ່ງ ອາດເປັນ ອັນຕະລາຍເຖິງຊີວິດ ຫາກບໍ່ໄດ້ຮັບ ການປິ່ນປົວ. ໂດຍບາງແຂວງ ຂອງ ຟີລິບ ມີອຸນຫະພູມ ດັດຊະນີຄວາມຮ້ອນ ສູງເຖິງ 4 5 ອົງສາ ໃນລະຫວ່າງ ວັນທີ 28 ມີນາ-ວັນທີ 1 ເມສາ ແລະ ຄາດວ່າ ສະພາບອາກາດ ຈະຍັງສືບຮ້ອນຮຸນແຮງ ຂຶ້້ຕື່ມ ໃນອີກຫລາຍວັ ນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments