Home ຂ່າວການເມືອງ ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມີນາ 2024

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມີນາ 2024

0
27

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມີນາ 2024 ໄດ້ດຳເນີນໃນລະຫວ່າງວັນທີ 02-03 ເມສາ 2024 ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈຳ, ຜູ້ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງປະທານ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະເໜີພິຈາລະນາອອກມະຕິຕົກລົງຂອງສະພາແຫ່ງຊາດ ເພື່ອອະນຸມັດທາງດ້ານຫລັກ ການກ່ຽວກັບການຂຶ້ນທະບຽນອອກໃບຕາດິນກະສິກຳ ແລະ ດິນປຸກສ້າງ ທີ່ນອນໃນຂອບເຂດ 3 ປະເພດປ່າ ໃຫ້ກັບປະຊາຊົນ; ລາຍງານຜົນການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຈຳນວນ 5 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເຊິ່ງມີ ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບສ້າງໃໝ່), ຮ່າງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເອສໄອວີ/ພະຍາດເອດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສະບັບສ້າງໃໝ່); ລາຍງານແຜນ ການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX; ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການສະເໜີຂໍຫັນປ່ຽນປະເພດທີ່ດິນປ່າໄມ້ທຳມະຊາດ ໄປເປັນທີ່ດິນອຸດສາຫະກຳລັກ ສະນະຊົ່ວຄາວ ເພື່ອນຳໃຊ້ເຂົ້າໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ແຮ່ຄຳ ຢູ່ເຂດບ້ານນາອຸດົມໃຕ້ ເມືອງແມດ ແຂວງວຽງຈັນ; ລາຍງານກ່ຽວກັບແຜນການຈັດກອງປະຊຸມຝຶກອົບຮົມການເປັນວິທະຍາກອນໃຫ້ແກ່ບັນດາກົງ ຈັກການຈັດຕັ້ງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ນອກນັ້ນ, ຍັງໄດ້ຮັບຟັງການລາຍງານການຄົ້ນ ຄວ້າຄຳຮ້ອງຂໍຄວາມເປັນທຳຈຳນວນໜຶ່ງ.

ຂ່າວ: ກຸກກິກ ບຸດດາໄຊ

ພາບ: ສອນສັກ ວັນວິໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here