Saturday, July 27, 2024
Homeຂ່າວຕ່າງປະເທດຫວຽດນາມ ອະນຸມັດແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ໄລຍະ 2021 – 2030

ຫວຽດນາມ ອະນຸມັດແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ໄລຍະ 2021 – 2030

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍເຊັ່ນຂໍ້ຕົກລົງວ່າດ້ວຍການອະນຸມັດ ແຜນການປະຕິບັດການວາງແຜນກຳນົດການພັດທະນາໄຟຟ້າແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຂ່າວລະບຸວ່າ: ການອະນຸມັດແຜນການດັ່ງກ່າວ ແມ່ນເພື່ອແນໃສ່ປະຕິບັດການຫັນປ່ຽນພະລັງງານຈາກເຊື້ອເພີງຟອດຊິວ ໄປສູ່ບັນດາແຫຼ່ງພະລັງງານໃໝ່, ພະລັງງານທົດແທນ ເພື່ອຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ປະກອບສ່ວນມຸ່ງໄປເຖິງບັນດາເປົ້າໝາຍໃຫ້ຄຳໝັ້ນສັນຍາຕາມການປະກອບສ່ວນການປ່ອຍອາຍພິດລົງລະດັບ “0” ໃນປີ 2050 ຂອງ ຫວຽດນາມ.

ແຜນການໄດ້ຖືເປັນສຳຄັນການພັດທະນາແຫຼ່ງໄຟຟ້າພະລັງງານທົດແທນ ຮັບໃຊ້ການສົ່ງອອກ, ຜະລິດພະລັງ ງານໃໝ່ ດ້ວຍຂອບຂະໜາດສົ່ງອອກແຕ່ 5.000 MW ຫາ 10.000 MW; ໃຫ້ບຸລິມະສິດພັດທະນາຢູ່ບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນ, ພື້ນຖານໂຄງລ່າງໄຟຟ້າທີ່ສະດວກ, ຂອບຂະໜາດພັດທະນາສູ້ຊົນໃຫ້ບັນລຸ 5.000 MW (ສ່ວນຫຼາຍແມ່ນແຫຼ່ງໄຟຟ້າແຮງລົມນອກຝັ່ງທະເລ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments