Saturday, July 27, 2024
Homeຂ່າວພາຍໃນຝຶກຊ້ອມຈຳລອງ ເພື່ອຮັບມືກັບໄພນ້ຳຖ້ວມລ່ວງໜ້າ

ຝຶກຊ້ອມຈຳລອງ ເພື່ອຮັບມືກັບໄພນ້ຳຖ້ວມລ່ວງໜ້າ

ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຊົນນະບູລີ ຮ່ວມກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ (FAO) ໄດ້ດຳເນີນການຝຶກຊ້ອມຈຳລອງ ແຜນຮັບມືໄພນໍ້າຖ້ວມລ່ວງໜ້າ ປະກອບມີ 3 ກິດຈະກໍາຫຼັກ ຄື: ການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ, ການເຄື່ອນຍ້າຍສັດລ້ຽງ, ຍົກຍ້າຍຄົນ ແລະ ການແຈກຢາຍຖັງກັນນໍ້າໃຫ້ແກ່ປະຊາຊົນ (ຈໍານວນ 122 ຄົວເຮືອນ) ຊຶ່ງມີຈຸດປະສົງ ເພື່ອຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກໄພນໍ້າຖ້ວມ ແລະ ສົ່ງຜົນເສຍຫາຍຕໍ່ຜົນຜະລິດກະສິກຳ, ການຄ້ຳປະກັນສະບຽງອາຫານ ແລະ ລາຍຮັບຂອງປະຊາຊົນໃນບ້ານເປົ້າໝາຍຂອງໂຄງການ.

ການຝຶກຊ້ອມຈຳລອງຄັ້ງນີ້ ມີຂຶ້ນໃນເດືອນ ມີນາຜ່ານມາ ທີ່ເມືອງຊົນນະບູລີ ແຂວງສະຫວັນນະເຂດໂດຍມີທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນນາມຫົວໜ້າກອງເລຂາຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ, ມີຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຮອງເຈົ້າເມືອງຊົນນະບູລີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນປະເສີດ ແກ້ວມະນີໄຊ ຮອງເຈົ້າເມືອງຊົນນະບູລີ ໄດ້ກ່າວວ່າ: “ການຝຶກຊ້ອມຈໍາລອງການຮັບມືໄພນໍ້າຖ້ວມລ່ວງໜ້າ ແມ່ນເພື່ອກະກຽມຄວາມພ້ອມໃຫ້ບ້ານທີ່ມີຄວາມສ່ຽງ, ສ້າງຂີດຄວາມສາມາດໃຫ້ແກ່ຊາວບ້ານ ໃນການຮັບມືກັບໄພພິບັດລ່ວງໜ້າໃຫ້ທັນເວລາ, ຫຼຸດຜ່ອນການສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ທັງເປັນການເສີມສ້າງຄວາມເຂັ້ມແຂງໃນການປະສານງານ ແລະ ການກະກຽມຄວາມພ້ອມ ຂອງຄະນະຄຸ້ມຄອງໄພພິບັດຂັ້ນເມືອງ ໃນການໃຫ້ການຊ່ວຍເຫຼືອແກ່ປະຊາຊົນໃນຕໍ່ຫນ້າ”.

ຜົນສຳເລັດຂອງການຝຶກຊ້ອມຄັ້ງນີ້, ແມ່ນການທົດສອບ ແຜນຮັບມືໄພນໍ້າຖ້ວມລ່ວງໜ້າ ທີ່ໄດ້ພັດທະນາຂຶ້ນ ພາຍໃຕ້ໂຄງການເສີມສ້າງຂີດຄວາມສາມາດ ແລະ ເພີ່ມທະວີການຄາດຄະເນການວາງແຜນລ່ວງໜ້າ ໂດຍຜ່ານລະບົບການປົກປ້ອງສັງຄົມໃນວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ຈັດຕັ້ງປະຕິບັດໂດຍ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການອາຫານ ແລະ ການກະເສດແຫ່ງ ສະຫະປະຊາຊາດ ປະຈຳ ສປປ ລາວ ໂດຍສົມທົບກັບກະຊວງກ່ຽວຂ້ອງຄື: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້. ການຝຶກຊ້ອມຈຳລອງຄັ້ງນີ້ ຍັງເປັນກົນໄກໜຶ່ງທີ່ຊ່ວຍປັບປຸງການຈັດຕັ້ງປະຕິບັດ ການຮັບມືໄພນໍ້າຖ້ວມລ່ວງໜ້າໃນອະນາຄົດ, ປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດຄຸ້ມຄອງຄວາມສ່ຽງໄພພິບັດຂອງເມືອງ ແລະ ແຂວງ ກໍຄືລັດຖະບານ ສປປ ລາວ.

(ຂ່າວ: ອົງການ FAO)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments