Saturday, July 27, 2024
Homeຂ່າວໜ້າໜຶ່ງທຫລ ສໍາເລັດການເປັນເຈົ້າພາບ ກອງປະຊຸມລະດັບຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ

ທຫລ ສໍາເລັດການເປັນເຈົ້າພາບ ກອງປະຊຸມລະດັບຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ

ສປປ ລາວ ສໍາເລັດການເປັນເຈົ້າພາບ ແລະ ປະທານຮ່ວມກອງປະຊຸມລະດັບຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ ASEAN Finance and Central Bank Deputies’ Meeting (AFCDM). ພ້ອມດຽວກັນນັ້ນ, ທະນາຄານ ແຫ່ງ ສປປ ລາວ (ທຫລ) ສໍາເລັດການເປັນເຈົ້າພາບ ແລະ ປະທານຮ່ວມກອງປະຊຸມລະດັບຮອງຜູ້ວ່າການທະນາຄານອາຊຽນ ASEAN Central Bank Deputies’ Meeting (ACDM) ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 2 ເມສາ ຜ່ານມາ, ຄະນະນໍາຂອງ ກະຊວງການເງິນ ສປປ ລາວ ນໍາໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ແລະ ການນໍາຂອງ ທຫລ ນໍາໂດຍ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ). ໂດຍມີບັນດາຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ ພ້ອມດ້ວຍຄະນະ, ປະເທດ ຕີມໍເລສເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ (ASEC) ເຂົ້າຮ່ວມ.

ກອງປະຊຸມພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ທີ່ຕິດພັນກັບຂະແໜງການເງິນ ໄດ້ຮັບຮອງແຜນວຽກບຸລິມະສິດດ້ານເສດຖະກິດຂອງອາຊຽນ (PED) ເພື່ອນໍາສະເໜີໃຫ້ບັນດາປະເທດສະມາຊິກອາຊຽນຮັບຊາບໂດຍໄດ້ກຳນົດເອົາ 3 ແຜນຍຸດທະສາດຫຼັກປະກອບມີ: ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ, ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ ແລະ ການຫັນປ່ຽນເພື່ອກ້າວໄປສູ່ດີຈີຕອນໃນອະນາຄົດ. ອີງໃສ່ແຜນຍຸດທະສາດດັ່ງກ່າວ, ຂະແໜງການທະນາຄານໄດ້ສຸມໃສ່ “ການແກ້ໄຂຄວາມຫຼຸດໂຕນການເຂົ້າເຖິງແຫຼ່ງທຶນ ແລະ ການເສີມສ້າງໃຫ້ເຂົ້າເຖິງການບໍລິການທາງການເງິນ ໃນກຸ່ມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ” ເພື່ອເພີ່ມທະວີຄວາມເຂັ້ມແຂງທາງດ້ານການເງິນໃນພາກພື້ນ ແລະ ແຜນວຽກ LCT Framework ໃນກອງປະຊຸມ ACDM.

ນອກຈາກນັ້ນ, ໃນກອງປະຊຸມ AFCDM ໄດ້ຮັບຊາບຄວາມຄືບໜ້າ ແລະ ແຜນການຈັດຕັ້ງປະຕິບັດຕາມບົດລາຍງານຂອງຄະນະກຳມະການທັງໝົດ (Working Committees) ຊຶ່ງໄດ້ເນັ້ນໜັກເຖິງຄວາມພະຍາຍາມຂອງອາຊຽນໃນການຊຸກຍູ້ໃຫ້ວຽກງານການເງິນ-ທະນາຄານ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເຊື່ອມໂຍງເຂົ້າກັນຫຼາຍຂຶ້ນໃນທ່າມກາງສະພາບການເໜັງຕີງ ແລະ ຄວາມບໍ່ແນ່ນອນຂອງການເງິນໃນໂລກ.

ພ້ອມດຽວກັນນີ້, ບັນດາທ່ານຮອງຜູ້ວ່າການ ແລະ ຜູ້ຕາງໜ້າຈາກທະນາຄານກາງ 10 ປະເທດອາຊຽນ ໄດ້ເຫັນດີຮ່ວມກັນໃນການຮັບຮອງຜົນສຳເລັດບັນດາໜ້າວຽກຕົ້ນຕໍຂອງຄະນະກຳມະການເຊື່ອມໂຍງການເງິນອາຊຽນ ລວມທັງທິດທາງແຜນການໃນຕໍ່ໜ້າໂດຍສະເພາະແມ່ນ ວຽກງານການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນໃນພາກພື້ນ, ການທົບທວນບັນດາໜ້າວຽກຕົ້ນຕໍຂອງຄະນະກຳມະການເພື່ອໃຫ້ສອດຄ່ອງຕາມແຜນປະຊາສະມາຄົມເສດຖະກິດອາຊຽນ ປີ 2025 (AEC Post 2025).

ກອງປະຊຸມໄດ້ແບ່ງອອກເປັນພາກເຊົ້າແມ່ນກອງປະຊຸມສະເພາະຮອງຜູ້ວ່າການທະນາຄານກາງອາຊຽນ ແລະ ພາກບ່າຍແມ່ນຮ່ວມກັນລະຫວ່າງ ຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຜົນສຳເລັດ. ໃນທ້າຍກອງປະຊຸມ, ທ່ານຮອງຜູ້ວ່າການ ທຫລ ໄດ້ສະແດງຄວາມຂອບໃຈມາຍັງສະມາຊິກທີ່ເຂົ້າຮ່ວມກອງປະຊຸມທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນນາມ ປະທານອາຊຽນ ປີ 2024 ນີ້ຢ່າງແໜ້ນແຟ້ນ.

(ຂ່າວ-ພາບ: ທຫລ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments