Saturday, July 27, 2024
Homeຂ່າວພາຍໃນບໍລິສັດພູເບ້ຍ ຄວບຄຸມອ່າງເກັບຫາງແຮ່ຢ່າງເຂັ້ມງວດ

ບໍລິສັດພູເບ້ຍ ຄວບຄຸມອ່າງເກັບຫາງແຮ່ຢ່າງເຂັ້ມງວດ

ໂຮງງານພູຄຳ ຂອງບໍລິສັດພູເບ້ຍ ມາຍນິ້ງ ໄດ້ເອົາໃຈໃສ່ຄວບຄຸມ ອ່າງເກັບຫາງແຮ່ (ອ່າງບຳບັດ) ຢ່າງເຂັ້ມງວດ, ໂດຍຄວບຄຸມກົດ-ດ່າງໃຫ້ຢູ່ໃນລະດັບ 7,5-8,5% ກ່ອນຈະປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ. ທ່ານ ຫຸມພັນ ວົງພະຈັນ ຮອງຜູ້ຈັດການອ່າງເກັບນໍ້າຫາງແຮ່ ໂຮງງານພູຄຳ ບໍລິສັດ ພູເບຍ ມາຍນິ້ງ ຈຳກັດ ລາຍງານໃຫ້ຮູ້ວ່າ: ການປ່ອຍນ້ຳຈາກອ່າງຫາງແຮ່ລົງສູ່ແຫຼ່ງນ້ຳທຳມະຊາດ, ພວກເຮົາໄດ້ສົມທົບກັບພາກລັດ ໂດຍສະເພາະແມ່ນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ພະແນກ ຊສ ແຂວງໄຊສົມບູນ ມາຕິດຕາມກວດກາຢ່າງລະອຽດ ຊຶ່ງໂດຍສ່ວນໃຫຍ່ແລ້ວ ພວກເຮົາຈະປ່ອຍໃນລະດູຝົນ ເພາະວ່າອາໄສນ້ຳຝົນເຈືອປົນກັບນ້ຳໃນອ່າງ, ໃນຂະນະດຽວກັນກໍໄດ້ຄວບຄຸມ ກົດ-ດ່າງໃຫ້ຢູ່ໃນລະດັບ 7,5-8,5% ກ່ອນຈະປ່ອຍລົງສູ່ອ່າງ ຫຼື ໜອງລ້ຽງປາຂອງບໍລິສັດ, ຫາກວ່າປາໃນໜອງດັ່ງກ່າວບໍ່ຕາຍ ກໍສາມາດປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດໄດ້ ຊຶ່ງໃນໄລຍະຜ່ານມາ ການປ່ອຍນ້ຳຈາກອ່າງເກັບຫາງແຮ່ ລົງສູ່ແຫຼ່ງນ້ຳທຳມະຊາດ ກໍບໍ່ໄດ້ສົ່ງຜົນກະທົບໃດໆຕໍ່ສິ່ງແວດລ້ອມ.

ທ່ານ ຫຸມພັນ ວົງພະຈັນ ກ່າວອີກວ່າ: ອ່າງເກັບຫາງແຮ່ຂອງໂຮງງານມີຄວາມຍາວຂອງສັນເຂື່ອນ 1.900 ແມັດ, ສູງ 180 ແມັດ, ຄວາມກວ້າງ ດ້ານລຸ່ມ 140 ແມັດ ແລະ ຄວາມກວ້າງຂອງສັນເຂື່ອນ 25 ແມັດ ແລະ ບ່ອນແຄບສຸດ 12-13 ແມັດ, ສັນເຂື່ອນປະກອບມີ 3 ໂຄງສ້າງຫຼັກ ຄື: ຊັ້ນທີ່ 1 ແມ່ນຊັ້ນດິນໜຽວ ເຮັດໃຫ້ນໍ້າຊຶມຜ່ານໄດ້ຍາກທີ່ສຸດ, ຊັ້ນທີ 2 ແມ່ນ ຊັ້ນກອງນໍ້າເພື່ອລະບາຍນໍ້າໃນເຂື່ອນ ແລະ ຮັບນໍ້າຝົນໃຫ້ເຂົ້າສູ່ລະບົບຂອງການລະບາຍນໍ້າ ແລະ ຊັ້ນທີ 3 ແມ່ນເປັນຊັ້ນວັດສະດຸເພື່ອຄ້ຳດັນໂຕເຂື່ອນໃຫ້ມີຄວາມແຂງແກ່ນ ຊຶ່ງແຕ່ລະປີທີ່ສ້າງເຂື່ອນແມ່ນມີຮ່ອງລະບາຍນໍ້າໃຕ້ດິນໃນໂຕເຂື່ອນຕື່ມອີກ ເພື່ອຮັບຮອງນໍ້າໃຕ້ດິນໃຫ້ເຂົ້າກັບລະບົບຮ່ອງລະບາຍນໍ້າ ເພື່ອບໍ່ໃຫ້ນໍ້າໄຫຼໄປບ່ອນອື່ນ, ແນໃສ່ໃຫ້ນ້ຳໄຫຼອອກບ່ອນທີ່ໄດ້ກໍານົດໄວ້ ຊຶ່ຶງແຕ່ລະມື້ໄດ້ມີການເຊັກເບິ່ງປະລິມານນໍ້າເປັນຢ່າງດີ.

ທ່ານກ່າວຕື່ມວ່າ: ໃນແຕ່ລະຈຸດຂອງໂຄງສ້າງເຂື່ອນແຕ່ລະໂຕ ໄດ້ມີການວັດແທກການເໜັງຕີງຂອງເຂື່ອນ, ເຊັກລະດັບນໍ້າໃຕ້ດິນ ຊຶ່ງແຕ່ລະຈຸດສາມາດຕິດຕາມຜ່ານລະບົບອອນລາຍ, ຖ້າຫາກເຂື່ອນມີການເໜັງຕີງຜິດປົກກະຕິແມ່ນຈະແຈ້ງອອກໃນຈໍຄອມພິເຕີ ແລະ ກໍຈະແຈ້ງໄປຫາພາກສ່ວນກ່ຽວຂ້ອງລົງໄປຕິດຕາມເບິ່ງ, ໃນການກໍ່ສ້າງເຂື່ອນ ແມ່ນສ້າງຕາມມາດຕະຖານການສ້າງເຂື່ອນໄຟຟ້າ, ໃນຂະທີ່ພວກເຮົາປ່ອຍແຮ່ອອກມາແມ່ນຈະຕ່ຳກວ່າສັນເຂື່ອນ ປະມານ 9-10 ແມັດ, ປັດຈຸບັນລະດັບສັນເຂື່ອນແມ່ນສາມາດຮອງຮັບ ໄດ້ຮອດປີ 2026, ສະເລ່ຍເດືອນໜຶ່ງນໍ້າຈະປອ່ຍອອກຈາກຫາງແຮ່ປະມານ 1 ລ້ານແມັດກ້ອນ ຫຼື ບໍ່ໃຫ້ເກີນ 1 ແສນແມັດກ້ອນຕໍ່ວັນ ຊຶ່ງແຕ່ລະປີແມ່ນໄດ້ຍົກສັນເຂື່ອນຂຶ້ນ ປະມານ 2-3ແມັດ, ສ່ວນປີນີ້ ໄດ້ຍົກລະດັນສັັນເຂື່ອນຂຶ້ນຫຼາຍ ເພື່ອໃຫ້ຮອງຮັບແຮ່ທີ່ອອກຈາກໂຮງງານໃຫ້ໄດ້ຮອດປີ 2026.

(ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments