Saturday, July 27, 2024
Homeຂ່າວໜ້າໜຶ່ງປິດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການຊ່ວຍເຫຼືອທາງການ ໃນ ສປປ ລາວ

ປິດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການຊ່ວຍເຫຼືອທາງການ ໃນ ສປປ ລາວ

ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະຖານທູດແຫ່ງຣາຊະອານາຈັກລຸກຊໍາບວກ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປິດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ຊກພ) ໃນ ສປປ ລາວ ຢ່າງເປັນທາງການ ໃນວັນທີ 3 ເມສາ ນີ້ ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ໂທມາສ ລາມາຣ ອຸປະທູດລຸກຊໍາບວກ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ.

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການຊ່ວຍເຫຼືອທາງການ ເພື່ອການພັດທະນາ ໃນ ສປປ ລາວ ຫຼື ໂຄງການ ລາວ/033 ເປັນໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ແຫ່ງຣາຊະອານາຈັກລຸກຊໍາບວກ ໂດຍຜ່ານອົງການ LuxDev ແລະ ຈັດຕັ້ງປະຕິບັດຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ. ຈຸດປະສົງຂອງໂຄງການ ແມ່ນເພື່ອສ້າງຄວາມອາດສາມາດ ໃຫ້ແກ່ອົງກອນລັດຂອງ ສປປ ລາວ ໃນການປະສານງານ ແລະ ຄຸ້ມຄອງການຊ່ວຍເຫຼືອທາງການ ເພື່ອການພັດທະນາຢ່າງມີປະສິດທິຜົນ. ໂຄງການດັ່ງກ່າວ ເປັນການສືບຕໍ່ຈາກຜົນສໍາເລັດ ຂອງໂຄງການ ລາວ/028. ທ່ານຮອງລັດຖະມົນຕີ ຜທ ໄດ້ກ່າວວ່າ “ໂຄງການ ລາວ/033 ໄດ້ມີບົດບາດສໍາຄັນ ໃນການເພີ່ມຄວາມອາດສາມາດຂອງ ສປປ ລາວ ໃນການຮັບປະກັນໃຫ້ທຶນ ຊ່ວຍເຫຼືອທາງການເພື່ອການພັດທະນາ (ຊກພ) ມີຜົນປະໂຫຍດຕໍ່ການບັນລຸເປົ້້າໝາຍບຸລິມະສິດຂອງການພັດທະນາປະເທດ ໃຫ້ຫຼາຍທີ່ສຸດ. ສະນັ້ນ, ລັດຖະບານ ສປປ ລາວ ຈຶ່ງສະເໜີໃຫ້ ລັດຖະບານລຸກຊໍາບວກພິຈາລະນາສືບຕໍ່ໃຫ້ການສະໜັບສະໜູນໃຫ້ແກ່ກະຊວງແຜນການ ແລະ ການລົງທຶນ ເນື່ອງຈາກວ່າ ທຶນ ຊກພ ຈະເປັນແຫຼ່ງທຶນສໍາຄັນຕໍ່ການພັດທະນາ ສປປ ລາວ ໃນອະນາຄົດ. ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນທີ່ມີຄຸນຄ່າ ຂອງລັດຖະບານລຸກຊໍາບວກ”.

ທ່ານ ໂທມາສ ລາມາຣ ໄດ້ກ່າວວ່າ: “ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ຮ່ວມມືກັບກະຊວງແຜນການ ແລະ ການລົງທຶນ ໃນການຈັດຕັ້ງປະຕິບັດໂຄງການດັງກ່າວ ຊຶ່ງມີຄວາມສອດຄ່ອງສູງກັບນະໂຍບາຍຂອງທັງສອງຝ່າຍ ໃນການສົ່ງເສີມການປົກຄອງແບບທົ່ວເຖິງ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ການຮັບປະກັນປະສິດທິຜົນຂອງການຊ່ວຍເຫຼືອ. ໂຄງການໄດ້ປະກອບສ່ວນເຂົ້າໃນການຮັບປະກັນ ການນໍາໃຊ້ທຶນຊ່ວຍເຫຼືອຢ່າງມີປະສິດທິຜົນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ເປົ້້າໝາຍພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.” ໜຶ່ງໃນຜົນສໍາເລັດຂອງໂຄງການ ຄືການປະກາດນໍາໃຊ້ລະບົບຖານຂໍ້ມູນ ຊກພ (ODAMIS) ຊຶ່ງເຮັດໃຫ້ອົງການລັດ ສາມາດຕິຕາມ ບັນທຶກ ແລະ ຄຸ້ມຄອງໂຄງການ ຊກພ ພ້ອມທັງສາມາດເຂົ້າເຖິງຂໍ້ມູນ ແລະ ແບ່ງປັນຂໍ້ມູນຢ່າງສະດວກ ແລະ ງ່າຍດາຍ. ນອກຈາກນີ້, ໂຄງການຍັງໄດ້ສະໜັບສະໜູນການຝຶກອົບຮົມ, ການສ້າງຍຸດທະສາດການລະດົມທຶນ ຊກພ, ບົດແນະນໍາສໍາລັບກະຊວງ, ຂະແໜງການ, ບົດແນະນໍາການຄຸ້ມຄອງ ແລະ ນໍາໃຊ້ທຶນສົມທົບຂອງລັດຖະບານ ປະກອບເຂົ້າໃນການຈັດຕັ້ງປະຕິບັດໂຄງການ ຊກພ ແລະ ນິຕິກໍາອື່ນໆຕິດພັນກັບການຄຸ້ມຄອງ ໂຄງການ ຊກພ.

ການປິດໂຄງການ ເປັນນິມິດໝາຍໜຶ່ງທີ່ສໍາຄັນ ສໍາລັບລັດຖະບານ ສປປ ລາວ ໃນການຄຸ້ມຄອງ ຊກພ ແລະ ກ້າວໄປສູ່ ການຫຼຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ. ກະຊວງແຜນການ ແລະ ການລົງທຶນ ໄດ້ເຊື້ອເຊີນໃຫ້ທຸກພາກສ່ວນກ່ຽວຂ້ອງ ມີສ່ວນຮ່ວມໃນການເພີ່ມຄວາມເຂັ້ມແຂງໃນການຄຸ້ມຄອງ ຊກພ ໃນ ສປປ ລາວ.

(ຂ່າວ-ພາບ: ກະຊວງແຜນການ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments