Saturday, July 27, 2024
Homeຂ່າວພາຍໃນສາທາເຜີຍຮອດວັນທີ 1 ເມສາ ມີກໍລະນີສົງໄສ ພະຍາດໄຂ້ເລືອດດໍາ 94 ກໍລະນີ

ສາທາເຜີຍຮອດວັນທີ 1 ເມສາ ມີກໍລະນີສົງໄສ ພະຍາດໄຂ້ເລືອດດໍາ 94 ກໍລະນີ

ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ເປີດເຜີຍໃຫ້ຮູ້ ວ່າ: ນັບແຕ່ວັນທີ 2 ມີນາ ຫາ ວັນທີ 1 ເມສາ 2024 ມີກໍລະນີສົງໄສພະຍາດໄຂ້ເລືອດດໍາຈໍານວນສະສົມທັງໝົດ 94 ກໍລະນີ ແລະ ບໍ່ມີກໍລະນີເສຍຊີວິດ, ຈໍານວນພື້ນທີ່ໆຖືກກະທົບແມ່ນມາຈາກແຂວງຈໍາປາສັກ ແລະ ແຂວງສາລະວັນ, ໃນນັ້ນແຂວງຈໍາປາສັກ 67 ກໍລະນີ ແລະ ແຂວງສາລະວັນ 27 ກໍລະນີ.

ທ່ານກ່າວໃຫ້ຮູ້ອີກວ່າ: ສາເຫດຂອງການລະບາດ ຍ້ອນການກິນຊີ້ນງົວທີ່ເຈັບເປັນ ແລະ ເສຍຊີວິດ ແລະ ສໍາຜັດກັບງົວທີ່ເຈັບເປັນ ແລະ ເສຍຊີວິດ ຊຶ່ງອາການສະແດງອອກຄື: ມີອາການໄຂ້, ປວດເມື່ອຍຕາມກ້າມຊີ້ນ, ຕົນໂຕ ແລະ ມີຕຸ່ມຕາມຜີວໜັງ ຊຶ່ງຄົນເຮົາຕິດເຊື້ອຈາກສັດທີ່ຕິດເຊື້ອ ຫຼື ຜ່ານຜະລິດຕະພັນສັດທີ່ປົນເປື້ອນ, ປົກກະຕິແລ້ວພະຍາດໄຂ້ເລືອດດໍາບໍ່ໄດ້ແຜ່ລາມຈາກສັດໄປຫາສັດ ຫຼື ຈາກຄົນຫາຄົນ. ສັດທີ່ຕິດເຊື້ອພະຍາດໄຂ້ເລືອດດໍາມີທັງສັດບ້ານ ແລະ ສັດປ່າ ເຊັ່ນ: ງົວ, ຄວາຍ, ແກະ, ແບ້, ລະມັ່ງ, ກວາງ ສາມາດຕິດເຊື້ອໄດ້ເມື່ອຫາຍໃຈເຂົ້າ ຫຼື ກິນ, ດື່ມສະປໍຈາກດິນ, ພືດ ຫຼື ນໍ້າທີ່ປົນເປື້ອນ, ບາງຄັ້ງສັດສາມາດຕິດເຊື້ອພະຍາດໄຂ້ເລືອດດໍາໄດ້ ຖ້າຫາກກິນອາຫານທີ່ປົນເປື້ອນຈາກພະຍາດໄຂ້ເລືອດດໍາເຊັ່ນ: ກະດູກປົ່ນຈາກສັດທີ່ຕິດເຊື້ອ. ຄົນທີ່ຕິດເຊື້ອພະຍາດໄຂ້ເລືອດດໍາໄດ້ເມື່ອສະປໍຂອງເຊື້ອເຂົ້າໄປໃນຮ່າງກາຍຜ່ານການກິນ, ສູດດົມ ຫຼື ເຂົ້າໄປໃນຮ່າງກາຍ ໂດຍຜ່ານແຜລອກ ຫຼື ບາດແຜຕາມຜິວໜັງ, ສະປໍເຫຼົ່ານີ້ສາມາດຂະຫຍາຍເພີ່ມຈໍານວນ ແລະ ຜະລິດສານພິດໄດ້, ປົກກະຕິແລ້ວສະປໍພະຍາດໄຂ້ເລືອດດໍາເຂົ້າໄປໃນຮ່າງກາຍຂອງຄົນໄດ້ 3 ທາງຄື: ໂດຍຜ່ານຜິວໜັງ (ບາດແຜລອກ ຫຼື ແຜຜິວໜັງເຊັ່ນ: ການສໍາຜັດ ຫຼື ມີສ່ວນຮ່ວມໃນການຂ້າສັດທີ່ເຈັບປ່ວຍ ຫຼື ສໍາຜັດກັບຜະລິດຕະພັນສັດທີ່ປົນເປື້ອນເຊັ່ນ: ຊີ້ນ, ເລືອດ, ໜັງສັດ, ກະດູກໂດຍຜ່ານປອດ (ໂດຍການຫາຍໃຈເອົາສະປໍໂດຍກົງ), ຜ່ານລະບົບລະລາຍ (ຜ່ານການກິນຊີ້ນສັດທີ່ຕິດເຊື້ອ), ພະຍາດໄຂ້ເລືອດດໍາທຸກປະເພດ ສາມາດແຜ່ລາມໄປທົ່ວຮ່າງກາຍ ສາມາດເຮັດໃຫ້ເສຍຊີວິດໄດ້ ຖ້າຫາກບໍ່ໄດ້ຮັບການປິ່ນປົວດ້ວຍຢາຕ້ານເຊື້ອທີ່ແພດໝໍເປັນຜູ້ສັ່ງຈ່າຍຢາ.

ທ່ານກ່າວເນັ້ນໃຫ້ຮູ້ຕື່ມອີກວ່າ: ຄົນສ່ວນໃຫຍ່ທີ່ເຈັບປ່ວຍຈາກພະຍາດໄຂ້ເລືອດດໍາ ໄດ້ສໍາຜັດສັດທີ່ຕິດເຊື້ອ ຫຼືຜະລິດຕະພັນສັດເຊັ່ນ: ໜັງສັດ ຫຼື ຂົນສັດ. ການປ້ອງກັນພະຍາດໃນສັດຈະຊ່ວຍປົກປ້ອງສຸຂະພາບຂອງຄົນໄດ້ ຍັງມີບາງເສັ້ນທາງທີ່ອາດບໍ່ຄ່ອຍພົບເລື້ອຍໆ ຄືຄົນເຮົາສາມາດຕິດເຊື້ອພະຍາດໄຂ້ເລືອດດໍາໄດ້ໃນກໍລະນີທີ່ຕິດເຊື້ອພະຍາດທາງຜີວໜັງ ຊຶ່ງຍັງມີຄວາມສ່ຽງເລັກນ້ອຍຕໍ່ການຕິດເຊື້ອໂດຍກົງຈາກບາດແຜໃນຮ່າງກາຍຂອງຄົນອື່ນ, ພະຍາດໄຂ້ເລືອດດໍາຍັງສາມາດຕິດເຊື້ອໄດ້ຈາກອຸບັດເຫດທາງຫ້ອງວິເຄາະ ແລະ ອື່ນໆ ຖ້າທ່ານມີອາການສົງໄສວ່າເປັນພະຍາດໄຂ້ເລືອດດຳ ຕ້ອງໄປໂຮງໝໍເພື່ອໃຫ້ແພດກວດ ແລະ ຮັບການປິ່ນປົວ.

ຂ່າວ: ພູວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments