Saturday, July 27, 2024
Homeຂ່າວພາຍໃນລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ຢ້ຽມຢາມ ແລະ ເຮັດຢູ່ເມືອງເລົ່າງາມ

ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ຢ້ຽມຢາມ ແລະ ເຮັດຢູ່ເມືອງເລົ່າງາມ

ໃນວັນທີ 2 ເມສາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງເລົ່າງາມ ແຂວງສາລະວັນ, ທ່ານ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ພົບປະພະນັກງານການນໍາ ຂອງເມືອງເລົ່າງາມ ໂດຍການຕ້ອນຮັບຂອງທ່ານ ສົມສັກ ທົງຄໍາຫານ ເຈົ້າເມືອງເລົ່າງາມ ພ້ອມຄະນະ.

ທ່ານ ເຈົ້າເມືອງໆເລົ່າງາມ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ວຽກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ໃຫ້ທ່ານ ລັດຖະມົນຕ ແລະ ຄະນະໄດ້ຮັບຊາບ.

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເນັ້ນໜັກໃຫ້ອໍານາດການປົກຄອງເມືອງ ເອົາໃຈໃສ່ ຍົກສູງເພີ່ມທະວີການສຶກສາອົບຮົມການເມືອງ – ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ໃຫ້ມີຄຸນສົມບັດສິນທໍາປະຕິວັດປອດໃສ ໜັກແໜ້ນ, ເຂັ້ມແຂງ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງເມືອງໃຫ້ມີຜົນສໍາເລັດ, ພ້ອມທັງຊູ້ຍູ້ ການພັດທະນາເສດຖະກິດຂອງເມືອງ ໃຫ້ມີຄຸນນະພາບ, ສູ້ຊົນການເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸແຜນທີ່ວາງໄວ້ເອົາໃຈໃສ່ໃນການຄຸ້ມຄອງນໍາໃຊ້ທີ່ດິນ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມໝັ້ນຄົງ ພ້ອມກັນສ້າງຄວາມເຂັ້ມແຂງຂັ້ນບ້ານ ໃຫ້ມີການພັດທະນາດີຂຶ້ນເປັນກ້າວໆ.

(ຂ່າວ-ພາບ, ພອນໄຊ ແກ້ວມະນີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments