Sunday, May 19, 2024
Homeທຸລະກິດສະກາຍເວ ເປີດຖ້ຽວບິນນະຄອນຫຼວງວຽງຈັນ-ສະຫວັນນະເຂດ-ນະຄອນຫຼວງວຽງຈັນ

ສະກາຍເວ ເປີດຖ້ຽວບິນນະຄອນຫຼວງວຽງຈັນ-ສະຫວັນນະເຂດ-ນະຄອນຫຼວງວຽງຈັນ

ວັນທີ 2 ເມສາຜ່ານມາ ທີ່ສະໝາມບິນແຂວງສະຫວັນນະເຂດ, ບໍລິສັດລັດວິສາຫະກິດລາວເດີນອາກາດ ໄດ້ເປີດຖ້ຽວບິນປະຖົມມະລຶກເສັ້ນບິນນະຄອນຫລວງວຽງຈັນ-ສະຫວັນນະເຂດ-ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ສີວຽງທອງ ກອນນີວົງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດລາວເດີນອາກາດ (ສະກາຍເວ), ມີແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ໂອກາດນີ້, ທ່ານ ສີວຽງທອງ ກອນນີວົງ ໄດ້ກ່າວວ່າ: ສຳລັບການເປີດເສັ້ນບິນໃໝ່ຄັ້ງນີ້, ແມ່ນຈະນໍາໃຊ້ເຮືອບິນ MA 60 ຂະຫນາດ 56 ບ່ອນນັ່ງ ຊຶ່ງຮັບໃຊ້ໃນເບື້ອງຕົ້ນແມ່ນ 3 ຖ້ຽວຕໍ່ອາທິດ ຄື: ວັນອັງຄານ, ວັນພະຫັດ ແລະ ວັນເສົາ, ອອກເດີນທາງຈາກນະຄອນຫຼວງວຽງຈັນ ເວລາ 8:30 ແລະ ກັບຈາກສະຫວັນນະເຂດ ເວລາ10:15 ໂດຍໃຊ້ເວລາບິນປະມານ 1 ຊົ່ວໂມງ 15 ນາທີ. ບໍລິສັດຈະພິຈາລະນາການເພີ່ມຖ້ຽວບິນຕື່ມ;

ພາຍຫຼັງການບິນຮັບໃຊ້ໄປໄລຍະໜຶ່ງ ບົນພື້ນຖານຄວາມຕ້ອງການເດີນທາງຂອງຜູ້ໂດຍສານແຕ່ລະໄລຍະ, ອີງໃສ່ສະພາບການພັດທະນາເສດຖິກິດ-ສັງຄົມທີ່ເຕີບໂຕ ແລະ ຂະຫຍາຍຕົວຂອງແຂວງສະຫວັນນະເຂດ, ບໍລິສັດເຊື່ອໝັ້ນວ່າ ການເປີດບໍລິການສາຍການບິນໃນຄັ້ງນີ້ ຈະອຳນວຍຄວາມສະດວຍໃນການເດີນທາງຂອງພໍ່ແມ່ປະຊາຊົນ, ພະນັການ, ນັກທຸລະກິດ ແລະ ນັກທ່ອງທ່ຽວ ຊຶ່ງເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.

(ຂ່າວ: ສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments